ເຊັນສັນຍາເຊົ່າດິນລັດ ສ້າງໂຮງງານຜະລິດແປ້ງມັນຕົ້ນ

0
130

ພິທີເຊັນສັນຍາສໍາປະທານພັດທະນາໂຄງການທີ່ດິນຂອງລັດ ເຂດບ້ານພູໄຊ ເມືອງຊານໄຊ ເພື່ອອະນຸຍາດໃຫ້ນັກລົງທຶນສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນຖືກຕ້ອງຕາມລະບຽບການ ມີຂຶ້ນໃນວັນທີ 22 ພະຈິກ 2024 ຢູ່ພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື.

อาจเป็นรูปภาพของ 1 คน

ຮ່ວມລົງນາມເຊັນສັນຍາ ລະຫວ່າງ  ທ່ານ ນິດສາ ມຽງລາວັນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ພ້ອມດ້ວຍພະແນກການກ່ຽວຂ້ອງຈາກ 4 ພາກສ່ວນ ປະກອບມີຄື: ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ພະແນກກະສິກຳ ແລະ ປ່າໄມ້ແຂວງ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ເຈົ້າເມືອງຊານໄຊ, ຝ່າຍນັກລົງທຶນຕາງໜ້າໂດຍ ທ່ານ ຟ້າມ ຖຸ່ຍ ລິງ ຜູ້ອໍານວຍການບໍລິສັດຜະລິດແປ້ງມັນຕົ້ນ ອ່ານຕ໋ວນ ຊານໄຊ ຈຳກັດຜູ້ດຽວ ໂດຍມີ ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງ ແລະ ພາກສ່ວນກ່ຽວຂ້ອງຂອງແຂວງຮ່ວມລົງນາມເປັນສັກຂີພິຍານ.

อาจเป็นรูปภาพของ 14 คน, แท่นบรรยาย และ ข้อความ

ໂຮງງານຜະລິດແປ້ງມັນຕົ້ນທີ່ຈະສ້າງຕັ້ງຄັ້ງນີ້ ມີອາຍຸສັນຍາສຳປະທານ 30 ປີ ມີເນື້ອທີ່ທັງໝົດ 30 ເຮັກຕາ, ມີກໍາລັງການຜະລິດບໍ່ເກີນ 1 ແສນໂຕນຕໍ່ປີ ແລະ ອົບແຫ້ງເປືອກມັນຕົ້ນຜະລິດເປັນຫົວອາຫານ ເພື່ອຈໍາໜ່າຍພາຍໃນ ແລະ ຕ່າງປະເທດ.

ການເຊັນສັນຍາພັດທະນາໂຄງການລົງທຶນສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນຢູ່ເມືອງຊານໄຊ ຝ່າຍອົງການປົກຄອງແຂວງອັດຕະປື ມີຈຸດປະສົງຢາກພັດທະນາເສດຖະກິດຂອງແຂວງ ໃຫ້ມີການຂະຫຍາຍຕົວ ແລະ ເພື່ອສົ່ງເສີມການພັດທະນາວຽກງານກະສິກຳຢູ່ແຂວງອັດຕະປື ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ, ສຳລັບຝ່າຍບໍລິສັດ ມີຈຸດປະສົງທີ່ຈະພັດທະນາໂຄງການສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ ເພື່ອປຸງແຕ່ງເປັນຜະລິດຕະພັນແປ້ງມັນຕົ້ນສົ່ງຂາຍພາຍໃນ ແລະ ຕ່າງປະເທດ, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ປະຊາຊົນສາມາດສ້າງແຫຼ່ງລາຍຮັບໃຫ້ແກ່ພາກລັດໄດ້ອີກທາງເລືອກໜຶ່ງ.

 

LEAVE A REPLY

Please enter your comment!
Please enter your name here