ກະຊວງ ຖວທ ເອົາໃຈໃສ່ສົມທົບ ຄຄອຊ ປະຈໍາໜ່ວຍງານຕິດຕາມ, ກວດກາ ແລະ ຕອບໂຕ້ຫາງສຽງບໍ່ດີໃນສັງຄົມ

0
180

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ໄດ້ຊື້ແຈງ ຕໍ່ຄໍາຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນແລງວັນທີ 26 ພະຈິກ 2024 ຫຼັງໄດ້ຖືກຄໍາຊັກຖາມວ່າ ມີມາດຕະການແນວໃດໃນການໂຄສະນາແນວທາງນະໂຍບາຍຂອງພັກ-ລັດ ເພື່ອຕອບໂຕ້ຕໍ່ການໂຄສະນາບີດເບື່ອນຂອງກຸ່ມຄົນບໍ່ດີ ໃຫ້ກ້ວງຂວາງ, ທົ່ວເຖິງ ແລະ ມີມາດຕະການໃດແດ່?

ໂດຍ ທ່ານ ລັດຖະມົນຕີ ກະຊວງ ຖວທ ໄດ້ຊື້ແຈງວ່າ: ຕໍ່ກັບວຽກງານດັ່ງກ່າວ ລັດຖະບານກໍໄດ້ປະສານສົມທົບຮ່ວມກັນກັບບັນດາກະຊວງທີ່ກ່ຽວຂ້ອງ ຊື່ງໄດ້ມີການແຕ່ງຕັ້ງຈຸດປະສານງານຂອງ ຄ ະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ປະຈໍາແຕ່ລະພາກສ່ວນໃນຂອບເຂດທົ່ວປະເທດ, ມີໜ່ວຍງານຕິດຕາມ, ກວດກາ ແລະ ຕອບໂຕ້ຫາງສຽງບໍ່ດີໃນສັງຄົມ, ມີການເກັບກໍາ, ສັງລວມບັນຫາຕ່າງໆ, ມີຄະນະສະເພາະກິດ ທີ່ປະສານສົມທົບກັນຢ່າງເປັນປົກກະຕິ ໂດຍການລາຍງານກັນໃນໝູ່ຄະນະ ເປັນປະຈໍາວັນ, ປະຈໍາອາທິດ, ປະຈໍາເດືອນ, ປະຈໍາປີ ແລະ ບົດລາຍງານສະເພາະໃຫ້ຂັ້ນເທີງຊາບ ແລະ ພິຈາລະນາ. ທັງນີ້ ກໍເພື່ອເຮັດໃຫ້ການປະສານງານກັບແຕ່ລະພາກສ່ວນມີຄວາມວ່ອງໄວຂຶ້ນ. ນອກຈາກນີ້, ຍັງມີການຮ່ວມມື ກັບປະເທດຄູ່ຮ່ວມືຍຸດທະສາດ ເຊັ່ນ: ສສ. ຫວຽດນາມ, ສປ. ຈີນ ແລະ ສ. ຣັດເຊຍ, ເພື່ອແລກປ່ຽນບົດຮຽນ ແລະ ພັດທະນາດ້ານເຕັກໂນໂລຊີພາຍໃນໃຫ້ທັນສະໄໝຂື້ນ.

ເວົ້າລວມ ເວົ້າສະເພາະ ເຮົາມີຄະນະຮັບຜິດຊອບ, ມີແບບແຜນ, ມາດຕະການ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ ທີ່ໜັກແໜ້ນສົມຄວນ ແຕ່ການຈັດຕັ້ງປະຕິບັດຕົວຈິງຍັງບໍ່ເຂັ້ມງວດ, ເດັດຂາດເທົ່າທີ່ຄວນ ຍ້ອນຂາດການເຊື່ອມຊືມ ນິຕິກໍາເປັນຕົ້ນ ແຈ້ງການຂອງ ຫສພ, ຫສນຍ ທີ່ລະບຸໄວ້ວ່າ ໃຫ້ບັນດາກະຊວງ, ອົງການຈັດຕັ້ງພັກ-ລັດ ຂັ້ນສູນກາງ, ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ໃຫ້ເປັນເຈົ້າການຢ່າງເອົາຈິງເອົາຈັງປະຕິບັດໜ້າທີ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມຄືບໜ້າ ເປັນຮູບປະທຳ ແລະ ແຂງແຮງຫຼາຍກວ່າເກົ່າ ໂດຍສະເພາະ ການປະຕິບັດຫຼັກການ ບັນຫາທີ່ເກີດຂຶ້ນຢູ່ພາກສ່ວນໃດ ແມ່ນພາກສ່ວນນັ້ນຮັບຜິດຊອບ ໃນການແກ້ໄຂ, ອະທິບາຍ, ຊີ້ແຈງ ແລະ ຕອບໂຕ້ຫາງສຽງບໍ່ດີໃຫ້ທັນການ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ; ພ້ອມທັງສະໜອງຂໍ້ມູນໃຫ້ບັນດາສື່ມວນຊົນຫຼັກຂອງລາວ ໂຄສະນາຜົນງານດ້ານຕ່າງໆ ໃຫ້ຫຼາຍຮູບຫຼາຍສີ, ກວ້າງຂວາງ ແລະ ທັນການ ແຕ່ກໍເຫັນໄດ້ວ່າຫຼາຍພາກສ່ວນຍັງບໍ່ທັນໃຫ້ການຮ່ວມມືໄດ້ດີເທົ່າທີຄວນ ເຮັດໃຫ້ການເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານຕົວຈິງ ຂອງສື່ມວນຊົນມີຄວາມຫຍຸ້ງຍາກ ເພື່ອຈະມາໂຄສະນາເຜີຍແຜ່ໃຫ້ສັງຄົມໄດ້ເຂົ້າໃຈ. ນອກຈາກນີ້, ການຈັດສັນງົບປະມານ ແລະ ພາຫະນະຍັງບໍ່ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່ນີ້ໄດ້; ຂາດພະນັກງານບຸກຄະລະກອນທີ່ມີຄວາມຮູ້ຄວາມສາມາດໃນການວິເຄາະບັນຫາ ເພື່ອເອົາມາເປັນບົດສົນທະນາແລກປ່ຽນຄວາມຄິດເຫັນຮ່ວມກັນ ຜ່ານສື່ຕ່າງໆ; ພະນັກງານລັດຖະກອນຜູ້ໜຶ່ງຕ້ອງໄດ້ຮັບຜິດຊອບຫຼາຍໜ້າວຽກ ເຮັດໃຫ້ວຽກອອກມາບໍ່ມີປະສິດທິພາບ ປະສິດທິຜົນເທົ່າທີຄວນ.
ດັ່ງນັ້ນຈຶ່ງຂໍຮຽນສະເໜີ ດັ່ງນີ້:

– ໃຫ້ການຈັດຕັ້ງແຕ່ລະຂັ້ນ ໂດຍສະເພາະແມ່ນ ຄະນະ ຄອຊ ໃນຂັ້ນທ້ອງຖິ່ນ ໃຫ້ເອົາໃຈໃສ່ ເຊື່ອມຊືມນິຕິກຳທີ່ກ່ຽວຂ້ອງ ເພື່ອສາມາດນໍາມາຈັດຕັ້ງປະຕິບັດຕາມວຽກທີ່ໄດ້ຮັບມອບໝາຍນັ້ນປະກົດຜົນເປັນຈິງ ວ່ອງໄວ ແລະ ທັນການ;
– ພິຈາລະນາງົບປະມານອັນສະເພາະ ໃຫ້ໜ່ວຍງານຮັບຜິດຊອບວຽກງານນີ້ ໂດຍສະເພາະແມ່ນການຈັດຊຶ້ເຄື່ອງມືອຸປະກອນ, ພາຫະນະເຄື່ອນໄຫວ ແລະ ງົບປະມານສໍາຮອງໃນກໍລະນີເກີດເຫດສຸກເສີນ;
– ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງໃຫ້ການຮ່ວມມືກັບສື່ມວນຊົນໃນການໃຫ້ສຳພາດ, ຊີ້ແຈງ, ອະທິບາຍ ເພື່ອເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ ໂດຍສະເພາະ ຕໍ່ກັບບັນຫາທີ່ເຄັ່ງຮ້ອນໃນສັງຄົມ ຢ່າງຊ້າສຸດ ພາຍໃນ 02 ວັນ.

LEAVE A REPLY

Please enter your comment!
Please enter your name here