ນັບແຕ່ປີ 2021 ມາຮອດເດືອນກັນຍາ 2024 ອອກໃບຕາດິນໄດ້ແລ້ວ 5,4ແສນຕອນ

0
285

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານ ໃນວາລະການດໍາເນີນກອງປະຊຸມ ​​ສະໄໝສາມັນ ເທື່ອທີ 8 ສະ​ພາ​ແຫ່ງ​ຊາດ​ ຊຸດທີ IX ໃນວັນທີ 26 ພະຈິກ 2024 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດໃຫ້ຮູ້ວ່າ ການອອກໃບຕາດິນນັບແຕ່ປີ 2021 ຮອດເດືອນກັນຍາ 2024 ສາມາດຂຶ້ນທະບຽນອອກໃບຕາດິນໄດ້ປະມານ 540.000 ກວ່າຕອນ ແລະ ຄາດຄະເນໝົດປີນີ້ ສາມາດຂຶ້ນທະບຽນອອກໃບຕາດິນໃຫ້ໄດ້ 220.000 ຕອນ ຍ້ອນເຫັນວ່າ ໃນປີ 2024 ແມ່ນມີຕອນດີນທີ່ສໍາເລັດ  ການສຳຫຼວດວັດແທກແລ້ວ ປະມານ 90.000 ກວ່າຕອນຍັງຄ້າງບໍ່ທັນໄດ້ເຊັນໃບຕາດິນ.  ສາເຫດ ບໍ່ສາມາດບັນລຸຄາດໝາຍໄດ້ ຍ້ອນວ່າ:

 

1) ໃນຂໍ້ມູນສໍາມະໂນຕອນດິນ ຈຳນວນ 680.000 ຕອນ ແມ່ນນອນໃນດິນສາມປະເພດປ່າ ຕ້ອງໄດ້ມີການສໍາຫຼວດຈັດສັນກ່ອນ ແລະ ຈຳແນກປະເພດ ເປັນໃບຢັ້ງຢືນການນໍາໃຊ້ທີ່ດິນ ແລະ ໃບຕາດິນຕາມແຜນຈັດສັນທີ່ທີ່ດິນປ່າໄມ້.

2) ການຈັດສັນທີ່ດິນຂັ້ນເມືອງ ແລະ ຂັ້ນບ້ານ ບໍ່ທັນສໍາເລັດ, ບໍ່ທັນກໍານົດເຂດສະຫງວນ ເຊີ່ງເຮັດໃຫ້ຂະບວນການອອກໃບຕາດິນ ຕ້ອງໄດ້ລໍຖ້າໃຫ້ ພະນັກງານໂຍທາທິການ ແລະ ຂົນສົ່ງ ຈັດເວລາເຂົ້າຮ່ວມນໍາ ເພື່ອກຳນົດເຂດສະຫງວນ.

3) ການມອບວຽກຂຶ້ນທະບຽນອອກໃບຕາດິນໃຫ້ເມືອງ ຍັງບໍ່ທັນສໍາເລັດ ຫຼື ເມືອງທີ່ສຳເລັດແລ້ວ ຍັງບໍ່ທັນໄດ້ມອບຂໍ້ມູນສຳນວນທີ່ດິນ ຂະບວນການອອກໃບຕາດິນ ຮຽກຮ້ອງໃຫ້ມີເຈົ້າຂອງດິນຂ້າງຄຽງຮັບຮູ້ ແລະ

ຢັ້ງຢືນນໍາ ເຊິ່ງໃຊ້ເວລາໃນການເຂົ້າຮ່ວມ ແລະ ບາງຄັ້ງ ບໍ່ສາມາດຕິດຕາມຫາເຈົ້າຂອງດິນຂ້າງຄຽງໄດ້ ອັນເປັນສາຍເຫດໃຫ້ຊັກຊ້າໃນການອອກໃບຕາດິນ,

4) ພະນັກງານ ຫ້ອງການ ຊສ ເມືອງ ຍັງຈຳກັດ ທາງດ້ານປະລິມານ ແລະ ຄຸນນະພາບ, ຍັງມີຈຳນວນໜຶ່ງ ຂາດຄວາມຮັບຜິດຊອບ ເຮັດໃຫ້ມີຫາງສຽງ ແລະ ປະກົດການຫຍໍ້ທໍ້ໃນສັງຄົມ.

6) ປະຊາຊົນຈໍານວນໜຶ່ງຍັງບໍທັນເຫັນຄວາມສຳຄັນ ແລະ ຈຳເປັນໃນການມີໃບຕາດິນ, ຍັງທຸກຍາກ ເຊິ່ງຈຳນວນໜຶ່ງອອກໃບຕາດິນໄປແລ້ວ ແຕ່ບໍ່ໄປເອົາ.

6, ງົບປະມານ, ພາຫະນະ, ເຄື່ອງມື ແລະ ອຸປະກອນຮັບໃຊ້ ເຖິງວ່າມີການຈັດສັນໃຫ້ ແລະ ມີໂຄງການກູ້ຢືມ ແຕ່ບໍ່ພຽງພໍ ແລະ ຂັ້ນຕອນການນໍາໃຊ້ຍັງຫຍຸ້ງຍາກ ບໍ່ທ່ວງທັນກັບເວລາ,

1) ທີ່ດິນທີ່ຍັງເຫຼືອໃນການຂຶ້ນທະບຽນອອກໃບດາດິນແມ່ນ ເປັນດິນກະສິກຳ ແລະ ມີຂະໜາດໃຫຍ່ ເຊິ່ງຕ້ອງໃຊ້ເວລາຫຼາຍໃນການສໍາຫຼວດວັດແທກ ແລະ ຕ້ອງໄດ້ຮັບການຮ່ວມມື ຈາກອົງການປົກຄອງທ້ອງຖິ່ນ ໂດຍສະເພາະຂັ້ນບ້ານ ໃນການນຳພາ,

2) ພະນັກງານ ຕາມສັນຍາ ໂຄງການອອກໃບຕາດິນເປັນລະບົບ ທີ່ວ່າຈ້າງໄດ້ລາອອກຈຳນວນຫຼາຍ (230 ຄົນ).ໂຄງການກຳນົດຕຳແໜ່ງງານຈຳນວນ 500 ຕໍາແໜ່ງ ໃນ 32 ຈຸງານ, ເຊິ່ງຈະຕ້ອງໄດ້ມີການຮັບໃໝ່ ຍຸບຈຸງານອອກໃບຕາດິນລົງ, ວ່າຈ້າງພະນັກງານໃໝ່ ແລະ ຝຶກອົບຮົມໃໝ່;

9) ປະສິດທິພາບ ຂອງການສຳຫຼວດ ແທກ ແລະ ການຂຶ້ນທະບຽນອອກໃບຕາດິນ ຂອງໜ່ວຍງານໂຄງການຂັ້ນເມືອງ ບໍ່ໄດ້ດີເທົ່າທີ່ຄວນ, ບາງເມືອງບໍ່ສາມາດປະຕິບັດໄດ້ຮອດ  1 ຕອນຕໍ່ວັນ, ແຕ່ບາງເມືອງ ສາມາດປະຕິບັດ10 ຕອນຕໍ່ວັນ.

ການກໍານົດຄາດໝາຍ ອອກໃບຕາດິນໃນປີ 2025 ຈໍານວນ 500.000 ຕອນ ແມ່ນ ຄາດໝາຍເບື້ອງຕົ້ນທີ່ຈະໃຫ້ບັນລຸ  ການອອກໃບຕາດິນທັງໝົດ ໃນທົ່ວປະເທດຈໍານວນ 1,6 ລ້ານຕອນ ໃນປີ 2025 ແຕ່ອີງໃສ່ການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ ເລີ່ມແຕ່ການປຕິບັດຄາດໝາຍ ການຂຶ້ນທະບຽນອອກໃບຕາດິນ ນັບແຕ່ປີ 2021-2024 ເຫັນວ່າ ບໍ່ສາມາດບັນລຸຄາດໝາຍທີ່ກຳນົດໄວ້, ອີງໃສ່ສະພາບຄວາມເປັນຈີງທີ່ລາຍງານມາຂ້າງເທິງ ສະນັ້ນ ຈຶ່ງເຫັນວ່າ ໃນປີ 2025 ການກຳນົດຄາດໝາຍ 500.000 ຕອນກໍອາດບໍ່ສາມາດບັນລຸໄດ້ ຍ້ອນສາຍເຫດຂ້າງເທີງ ແຕ່ເຖິງຢ່າງໃດກໍຕາມ  ກຊສ ກໍຈະໄດ້ສືບຕໍ່ເອົາໃຈໃສ່ ໃນການກຳນົດວິທີການ ແລະ ມາດຕະການປະຕິບັດດັງນີ້:

 

  1. ຊຸກຍູ້ການຈັດຕັ້ງປະຕິບັດ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ເລກທີ 57/ຄຈປ, ຄໍາສັ່ງ ຂອງ

ນາຍົກລັດຖະມົນຕີ ເລກທີ 20/ນຍ, ແຈ້ງການ ຂອງ ກຊສ ເລກທີ 4187ກຊສ ກ່ຽວກັນ ການຮັບຮູ້ສິດ

ການນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້  ແລະ ຕົກລົງ ຂອງ  ກຊສ ເລກທີ 4186/ກຊສ ວ່າດ້ວຍການກຳນົດເນື້ອໃນໃນແບບພີມ ແລະ ການພີມຕາມແບບພີມ ໃນທະບຽນຢັ້ງຢືນການນໍາໃຊ້ທີ່ດິນ  ແລະ ໃບການ ຢັ້ງຢືນການນຳໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້.

2 ຊຸກຍູ້ການມອບວຽກ ຂຶ້ນທະບຽນອອກໃບຕາດິນ ໃຫ້ເມືອງໃຫ້ສໍາເລັດ  ໃນທົ່ວປະເທດ, ໄປພ້ອມກັບການຈັດສັນພະນັກງານ ແລະ ສ້າງຄວາມເຂັ້ມແຂງ ໃຫ້ພະນັກງານຂັ້ນເມືອງ

3) ຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ ໃນການຈັດສັນທີ່ດິນກະສິກໍາ ແລະ ດິນປ່າໄມ້  ຕາມດບັນທຶກທີ່ໄດ້ເຊັນ

4) ຊຸກຍູ້  ແລະ ຮ່ວມມືກັບກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນການກໍານົດເຂດແຫງວນ ໂດຍສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນຈັດສັນທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມຂັ້ນທ້ອງຖິ່ນ ເພື່ອເປັນບ່ອນອີງໃນການອອກໃບຕາດິນ.

5) ຊຸກຍູ້ໃຫ້ແຕ່ລະທ້ອງຖິ່ນ ກວດກາການປະຕິບັດໜ້າທີ່ ຂອງຫ້ອງການ ຊັບພະຍາກອນທໍາມະຊາດ ແລະ

ສິ່ງແວດລ້ອມ ເມືອງ ລົງສຳຫຼວດ ວັດແທກ ແລະ ເຊັນໃບຕາດິນສຳເລັດ ພາຍໃນ 50 ວັນ ຕາມກົດໝາຍ

6 ສົມທົບກັບອົງການປົກຄອງທ້ອງຖີ່ນ ໃນການອພະນັກງານ ໃນຂັ້ນເມືອງໃຫ້ພຽງພໍ, ແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ ທີ່ເຮັດວຽກກ່ຽວກັບທີ່ດິນ,

7) ເລັ່ງປັບປຸງລະບົບຫັນເປັນທັນສະໄໝ  ໃນວຽກງານຄຸ້ມຄອງທີ່ດິນ ໃຫ້ສໍາເລັດໂດຍໄວ ແລະ ການປັບປຸງເຂດປະເມີນ ລາຄາທີ່ດິນ ເພື່ອສາມາດເປັນຖານຂໍ້ມູນ  ໃນການເກັບລາຍຮັບໃຫ້ແກ່ລັດຖະບານ

8 ວຽກງານອອກໃບຕາດິນໃຫ້ເປັນລະບົບ

  • ຊຸກຍູ້ ພຊສ ແຂວງ ແລະ ຫ້ອງການ ຊສ ເມືອງ ຈໍານວນ 32 ເມືອງໃຫ້ກວດກາສໍານວນ ແລະ ພິສູດຫຼັກຖານ ແລະ ນໍາເອົາຂໍ້ມູນຕອນດິນເຂົ້າຖານຂໍ້ມູນ ທີ່ດິນ ທີ່ໄດ້ສໍາຫຼວດແລ້ວ ແລະ ຍັງຄ້າງເຊັນໃບຕາດິນປະມານ 100.000 ຕອນ ແລະ ການມອບວຽກໃຫ້ຫ້ອງການ ຊສ ເມືອງເຊັນໃບຕາດິນຕາມແບບຟອມໃບຕາດິນໃໝ້(A)

 

(2)ສຸມໃສ່ການປະຕິບັດລະບຽບການ ໃນການຂຶ້ນໃບທະບຽນອອກໃບຕາດິນ ໃຫ້ໄດ້ພາຍໃນ 50 ວັນໃຫ້ເປັນຮູບປະທໍາ

(3) ປັບປຸງໜ່ວຍງານໂຄງການໃນການຂຶ້ນທະບຽນ ອອກໃບຕາດິນຂັ້ນເມືອງຄື: ກວດກາ ແລະ ຍຸບໂຮມໜ່ວຍງານຂຶ້ນທະບຽນ ອອກໃບຕາດິນຈໍານວນ 32 ເມືອງຈາກ 5 ຈຸງານໃຫ້ເຫຼືອ 3ຈຸງານເພື່ອໃຫ້ກະທັດຮັດ ແລະ ສາມາດເຄື່ອນໄຫວ ໄດ້ຄ່ອງແຄ້ວ  ແລະ ສອດຄ່ອງກັບສະພາບຂາດແຄນພະນັກງານ  ແລະ ປິດເມືອງທີ່ສໍາເລັດການອອກໃບຕາດິນແລ້ວ 6 ເມືອງ  ແລະ ຍົກຍ້າຍ 6 ໜ່ວຍງານ ທີ່ປິີດແລ້ວໄປ 6 ເມືອງໃໝ່.

4 ຂະຫຍາຍໜ່ວຍງານຂຶ້ນທະບຽນ ອອກໃບຕາດີນຕື່ມອີກ 18 ເມືອງ ພ້ອມທັງ ທົດລອງໃຫ້ ພາກເອກະ

ຊົນ (ບໍລິສັດ) ເຂົ້າມາໃຫ້ບໍລິການ ໃນການສໍາຫຼວດ-ວັດແທກຕອນດິນ ໃນການຂຶ້ນທະບຽນອອກໃບຕາດິນໃນ 10 ເມືອງ

5) ຝຶກອົບຮົມ ແລະ ຍົກປະສິດທິພາບ ຂອງ ໜ່ວຍງານຂຶ້ນທະບຽນອອກໃບຕາດິນໃນ 50 ເມືອງ ໃຫ້ສາມາດສຳຫຼວດ-ວັດແທກທີ່ດິນ ໃຫ້ໄດ້ 6-10 ຕອນ ຕໍ່ວັນ,

6, ສ້າງຄວາມສາມາດ ແລະ ຝຶກອົບຮົມ ຫ້ອງການ ຊສ ເມືອງ ຈຳນວນ 98 ເມືອງ ໃຫ້ສາມາດ ນໍາໃຊ້ງົບປະມາລາຍຮັບວິຊາການ ໃນການຂຶ້ນທະບຽນອອກໃບຕາດິນ.

LEAVE A REPLY

Please enter your comment!
Please enter your name here