ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຊື້ແຈງ ຕໍ່ຄໍາຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 26 ພະຈິກ 2024 ວ່າ:
1. ມາດຕະການໃນການຟື້ນຟູ ສະພາບຊຸດໂຊມຂອງບັນດາເສັ້ນທາງໃນທົ່ວປະເທດ ໂດຍສະເພາະ ລະບົບເສັ້ນທາງເພື່ອອໍານວຍຄວາມສະດວກ ໃຫ້ແກ່ ການຂົນສົ່ງ, ການຜະລິດ ແລະ ການທ່ອງທ່ຽວ.
❖ ວຽກຈຸດສຸມ ເພື່ອອໍານວຍຄວາມສະດວກໃຫ້ແກ່ ການຂົນສົ່ງ, ການຜະລິດ ແລະ ການທ່ອງທ່ຽວ.
1). ທາງຫຼວງແຫ່ງຊາດ ທີ່ໄດ້ຮັບການປັບປຸງ ແລະ ຟື້ນຟູ ສໍາເລັດ ມີ 3 ຕອນທາງ ຄື: ( 1) ທາງເລກ 13 ເໜືອ ແຕ່ ສີເກີດ – ໂພນໂຮງ; (2) ທາງເລກ 13 ໃຕ້ ແຕ່ ຊາຍແດນ ນະຄອນຫຼວງວຽງຈັນ, ກມ 71 ຫາ ທ່າແຂກ, ແລະ (3) ທາງເລກ 11 ແຕ່ ຂົວນໍ້າສັງ ຫາ ຄົກເຂົ້າດໍ;
2). ທາງຫຼວງແຫ່ງຊາດ ທີ່ກຳລັງດໍາເນີນການປັບປຸງ ແລະ ຟື້ນຟູ ມີຈໍານວນ 5 ເສັ້ນ ຄື: (1) ທາງເລກ 2E ແຕ່ ເມືອງໄຊ ຫາ ເມືອງຂວາ; (2) ທາງເລກ 2W ແຕ່ ເມືອງໄຊ ຫາເມືອງ ປາກແບ່ງ; (3) ທາງເລກ 13 ເໜືອ ແຕ່ ສີໄຄ-ສີເກີດ; (4) ທາງເລກ 13 ໃຕ້ ແຕ່ໄຟແດງ ຫຼັກ 21 ຫາ ຊາຍແດນແຂວງບໍລິຄໍາໄຊ ແລະ (5) ທາງເລກ 12 ແຕ່ ທ່າແຂກຫາ ນາເພົ້າ ຊາຍແດນລາວ-ຫວຽດນາມ;
3). ສຶບຕໍ່ການກໍ່ສ້າງຂົວຕາມທາງຫຼວງແຫ່ງຊາດ ແລະ ຂົວຂ້າມນໍ້າຂອງ ມີ: (1) ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ); (2) ຂົວຂ້າມນໍ້າຂອງ ກ້ອນຕື່ນຫ້ວຍແກ້ວ, ແຂວງບໍ່ແກ້ວ ແລະ (3) ກໍ່ສ້າງຂົວ 12 ແຫ່ງ ຕາມທາງເລກ 20 ແຕ່ ແຂວງ ຈຳປາສັກ ຫາ ສາລະວັນ; ກໍ່ສ້າງຂົວ 6 ແຫ່ງ ຕາມທາງເລກ 8 ແຂວງບໍລິຄຳໄຊ.
4). ສຶບຕໍ່ໂຄງການທີ່ຢູ່ໃນຂັ້ນຕອນກະກຽມເຈລະຈາເງິນກູ້ ເພື່ອດໍາເນີນການກໍ່ສ້າງຂົວຂ້າມນໍ້າຂອງ ຫຼວງພະບາງ ຫາ ເມືອງຈອມເພັດ;
5). ສືບຕໍ່ຈັດຕັ້ງປະຕິບັດວຽກຟື້ນຟູທາງເລກ 8 (ກມ 42+800 ກມ 52+325) ທີ່ໄດ້ຮັບຄວາມເສຍຫາຍຈາກໄພພິບັດ ປີ 2023;
6). ສຶບຕໍ່ຂຶ້ນແຜນງົບປະມານບ້ວງກອງທຶນທາງ ເຂົ້າໃນວຽກບູລະນະຮັກສາ ແລະ ສ້ອມ ແປງທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ ປະຈໍາປີ 2025;
7). ສຶບຕໍ່ວຽກປັບປຸງ ແລະ ສ້ອມແປງທາງຫຼວງທ້ອງຖິ່ນ ພາຍໃຕ້ໂຄງການ ພັດທະນາ ແລວທາງເສດຖະກິດພາກພື້ນອາຊີຕາເວັນອອກສຽງໃຕ້ ເພື່ອການເຊື່ອມໂຍງ ແລະ ເຊື່ອມຈອດ (SEARECC) ຢູ່ 5 ແຂວງ (ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ) ນອນຢູ່ໃນ 12 ເມືອງ, ກວມເອົາ ຈໍານວນ 13 ເສັ້ນທາງ ລວມຄວາມຍາວທັງ ໝົດ 300 ກມ;
8). ສຶບຕໍ່ວຽກບູລະນະຮັກສາ ແລະ ສ້ອມແປງ ທາງຫຼວງທ້ອງຖິ່ນ ພາຍໃຕ້ໂຄງການ LRSP2 ທີ່ນໍາໃຊ້ເງິນກູ້ດອກເບ້ຍຜ່ອນຜັນ ຈາກທະນາຄານໂລກ, ອົງການນຳດິກເພື່ອການ ພັດທະນາ, ທະນາຄານລົງທຶນເອີຣົບ ແລະ ງົບປະມານສົມທົບ ຈາກກອງທຶນທາງ ແລະ ແຂວງ. ຈັດຕັ້ງປະຕິບັດຢູ່ 6 ແຂວງ (ຜົ້ງສາລີ, ອຸດົມໄຊ, ໄຊຍະບູລີ, ຫົວພັນ, ຊຽງຂວາງ ແລະ ບໍລິຄຳໄຊ) ກວມເອົາ ຈໍານວນ 61 ເສັ້ນທາງ ລວມຄວາມຍາວທັງໝົດ 1,968 ກມ;
9). ສຶບຕໍ່ໂຄງການພັດທະນາທາງຊົນນະບົດ ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ເຢຍລະມັນ (KFW) ມີ 2 ໂຄງການ ຄື: ໂຄງການພັດທະນາທາງຊົນນະບົດ ໄລຍະ 3 (RDP3) ແລະ ໄລຍະ 4 (RDP4) ໄດ້ຈັດຕັ້ງປະຕິບັດຢູ່ 2 ແຂວງ ຄື ແຂວງຫົວພັນ, ກວມເອົາ 5 ເສັ້ນທາງ ລວງຍາວທັງໝົດ 74,8 ກມ, ກໍ່ສ້າງຂົວ 9 ແຫ່ງ ລວງຍາວ 270 ແມັດ ແລະ ແຂວງຜົ້ງສາລີ ກວມເອົາ 4 ເສັ້ນທາງ ລວງຍາວທັງໝົດ 150 ກມ ແລະ ກໍ່ສ້າງຂົວ 5 ແຫ່ງ ລວງຍາວ 60 ແມັດ.
10). ໂຄງການປັບປຸງທາງຫຼວງທ້ອງຖິ່ນເພື່ອການເຊື່ອມໂຍງ-ເຊື່ອມຈອດ ໃຫ້ມີ ຄວາມທົນທານຕໍ່ກັບການປ່ຽນແປງຂອງສະພາບດິນຟ້າອາກາດ CRRCIP ຢູ່ 3 ແຂວງພາກ ໃຕ້ (ແຂວງ ຄໍາມ່ວນ, ສະຫວັນນະເຂດ ແລະ ສາລະວັນ) ລວມລວງຍາວປະມານ 300 ກມ.
❖ ການນໍາໃຊ້ງົບປະມານບ້ວງກອງທຶນທາງ ເຂົ້າໃນວຽກບູລະນະຮັກສາ ແລະ ສ້ອມແປງ.
ການຄຸ້ມຄອງ ແລະ ນໍາໃຊ້ງົບປະມານ ກອງທຶນທາງ ແມ່ນອີງໃສ່ ດຳລັດ ຂອງລັດຖະບານ ສະບັບເລກທີ 130/ລບ, ລົງວັນທີ 01 ມີຖຸນາ 2016 ວ່າດ້ວຍກອງທຶນທາງ, ໄດ້ກຳນົດຈັດສັນງົບປະມານມີ 05 ຮ່ວງລາຍຈ່າຍ.
ສໍາລັບລາຍຈ່າຍວຽກບູລະນະຮັກສາ ແລະ ສ້ອມແປງທາງຫຼວງ ບໍ່ຫຼຸດ 90% ຂອງແຜນງົບປະມານປະຈຳປີ (ທາງຫຼວງແຫ່ງຊາດ 80% ແລະ ທາງຫຼວງທ້ອງຖິ່ນ 20%); ການຈັດຕັ້ງປະຕິບັດ ວຽກບູລະນະຮັກສາ ແລະ ສ້ອມແປງ ທາງຫຼວງແຫ່ງຊາດ, ໂດຍ ອີງໃສ່ກົດໝາຍທາງຫຼວງ ສະບັບເລກທີ 03/ສພຊ, ລົງວັນທີ 8 ພະຈິກ 2016, ກະຊວງ ໂຍທາທິການ ແລະ ຂົນສົ່ງ ຮັບຜິດຊອບໂດຍກົງທາງຫຼວງແຫ່ງຊາດ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນຫຼວງວຽງຈັນ ຮັບຜິດຊອບໂດຍກົງທາງຫຼວງທ້ອງຖິ່ນ. ໃນ ການຈັດຕັ້ງປະຕິບັດກະຊວງ ຍທຂ ໄດ້ສ້າງຕັ້ງ ເປັນໂຄງການສ້ອມແປງທາງຫຼວງແຫ່ງຊາດ 18 ໂຄງການ ປະຈຳຢູ່ແຕ່ລະແຂວງ ໂດຍແຕ່ງຕັ້ງວິຊາການ ຂອງພະແນກ ຍທຂ ແຂວງນະຄອນຫຼວງວຽງຈັນ ເປັນຄະນະຮັບຜິດຊອບໂຄງການ. ໃນການສ້າງ ແຜນວຽກ ແລະ ແຜນງົບປະມານ ປະຈໍາປີ ແມ່ນໄດ້ມອບໃຫ້ ຄະນະຄຸ້ມຄອງໂຄງການ ດໍາເນີນການສໍາຫຼວດ, ປ້ອນຂໍ້ມູນ ຜ່ານລະບົບຄຸ້ມຄອງຊັບສິນທາງຫຼວງ Road Management System (RMS) ແລະ ລະບົບ Bridge Management System (BMS) ເພື່ອວິເຄາະຂໍ້ມູນ ແລະ ຈັດສັນແຜນຄວາມຕ້ອງການດ້ານງົບປະມານ ສ້ອມແປງທາງຫຼວງແຫ່ງຊາດ. ສໍາລັບທາງຫຼວງ ທ້ອງຖິ່ນແມ່ນນໍາໃຊ້ ລະບົບ Provincial Road Maintenance Management System (PROMMS);
ການຈັດຕັ້ງປະຕິບັດວຽກບູລະນະຮັກສາ ແລະ ສ້ອມແປງທາງຫຼວງແຫ່ງຊາດ ປີ 2022-2024 ໃນຮູບແບບສັນຍາ 3 ປີ, ມີ 109 ສັນຍາ, ຄວາມຍາວ 6,225 ກມ, ໂດຍ ມອບໃຫ້ຄະນະຄຸ້ມຄອງໂຄງການ ຕິດຕາມ, ກວດກາ ແລະ ຢັ້ງຢືນການຈັດຕັ້ງປະຕິບັດວຽກ.
ຜ່ານການຈັດຕັ້ງປະຕິບັດຕົວຈິງ ແມ່ນເຫັນວ່າຜົນກະທົບທາງດ້ານເສດຖະກິດ ໂດຍສະ ເພາະອັດຕາເງີນເຟີ ແຕ່ປີ 2022 ຫາ 2024 ເປັນ 2 ຕົວເລກ ແມ່ນເຮັດໃຫ້ ຜູ້ຮັບເໝົາບໍ່ ສາມາດຈັດຕັ້ງປະຕິບັດວຽກໄດ້ຕາມສັນຍາ, ມີການສະເໜີຂໍດັດປັບລາຄາເຮັດໃຫ້ມູນຄ່າໂຄງ ການເພີ່ມຂຶ້ນ; ພ້ອມນີ້ ການສະໜອງງົບປະມານຈາກກອງທຶນທາງ ແມ່ນມີຂອບເຂດຈຳກັດຫຼາຍ, ງົບປະມານມີພຽງ 700-800 ຕື້ກີບ/ປີ, ເມື່ອທຽບກັບຄວາມຕ້ອງການຕົວຈິງໃນການປະຕິບັດວຽກ ແມ່ນຕ້ອງການຫຼາຍກວ່າ 2000 ຕື້ກີບ/ປີ. ຈຶ່ງເຮັດໃຫ້ກອງທຶນທາງ ມີໜີ້ສະສົມໃນໄລຍະຫຼາຍປີຜ່ານມາ ຫຼາຍພັນຕື້ກີບ ແລະ ຄວາມສາມາດໃນການຊຳລະໃຫ້ແກ່ຜູ້ຮັບເໝົາ ແມ່ນຈໍາກັດຫຼາຍ;
ສໍາລັບການຂຶ້ນແຜນຄວາມຕ້ອງການງົບປະມານ ວຽກບູລະນະຮັກສາ ແລະ ສ້ອມແປງ ທາງຫຼວງແຫ່ງຊາດ ປີ 2025, ກົມຂົວທາງ ແຈ້ງ ໃຫ້ພະແນກ ຍທຂ ແຂວງ, ນະຄອນຫຼວງ ວຽງຈັນ ຂຶ້ນແຜນວຽກ ແລະ ແຜນງົບປະມານ ສາມາດສັງລວມຄວາມຕ້ອງການງົບປະມານ ເບື້ອງຕົ້ນ ຕາມການສະເໜີຂອງແຂວງ ປະມານ 2,168.26 ຕື້ກີບ ກວມເອົາລວງຍາວ 6,152.41 ກມ. ໃນຕົ້ນປີ 2024 ກະຊວງ ຍທຂ ໄດ້ອອກແຈ້ງການ ແບ່ງຄວາມຮັບຜິດຊອບ ໃຫ້ອົງການປົກຄອງທ້ອງຖິ່ນ ເຂົ້າມີສ່ວນຮ່ວມໃນການຄຸ້ມຄອງການຈັດຕັ້ງປະຕິບັດວຽກສ້ອມ ແປງທາງຫຼວງແຫ່ງຊາດ ແນໃສ່ໃຫ້ສາມາດນໍາໃຊ້ໄດ້ຫຼາຍແຫຼ່ງທຶນ ເປັນຕົ້ນເງິນເກີນແຜນ ຂອງແຂວງ ແລະ ບ້ວງງົບປະມານອື່ນໆ ລວມທັງເປັນການຈັດຕັ້ງປະຕິບັດທິດສາມສ້າງຂອງ ຂະແໜງ ຍທຂ.
ກະຊວງ ຍທຂ ສືບຕໍ່ປະຕິບັດ 10 ວຽກຈຸດສຸມໃຫ້ແກ່ ການຂົນສົ່ງ, ການຜະລິດ ແລະ ການທ່ອງທ່ຽວ ໂດຍສະເພາະປັບປຸງທາງຫຼວງແຫ່ງຊາດ
26 Nov 2024
ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ
ຂ່າວທີ່ກ່ຽວຂ້ອງ
06 Nov 2026
ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດຄັ້ງທີ IX ຢູ່ ກະຊວງ ຍທຂ
06 Nov 2026
LXML ມອບຫໍພັກແພດໝໍສຸກສາລານາຊຽງແລ ມູນຄ່າກວ່າ 1 ຕື້ກີບ ເພື່ອຍົກລະດັບການບໍລິການຊຸມຊົນຕະຫຼອດ 24 ຊົ່ວໂມງ
06 Nov 2026
ລົດເມໂດຍສານຕໍາຊ່າງປ່າ ເຮັດໃຫ້ຜູ້ໂດຍສານບາດເຈັບ 27 ຄົນ
05 Nov 2026