ກະຊວງສາທາລະນະສຸກ ມີ 3 ມາດຕະການ ສຶກສາອົບຮົບ ຈັນຍາບັນ-ຈັນຍາທໍາ ໃຫ້ພະນັກງານແພດໝໍ ພ້ອມຂໍ້ສະເໜີ…

0
299

ທ່ານ ບຸນແຝງ ພູມມະໄລ ສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ໄດ້ຊື້ແຈງ ຕໍ່ຄໍາຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 26 ພະຈິກ 2024 ວ່າ:
ການປັບປຸງ ກອງທຶນປະກັນສຸຂະພາບ ກ່ຽວກັບການປັບປຸງກອງ ທຶນປະກັນສຸຂະພາບແຫ່ງຊາດ ໃຫ້ເປັນຫົວໜ່ວຍການເງິນເອກະລາດໂດຍບໍ່ຂື້ນກັບ ພາກ 63 ຂອງກະຊວງສາທາລະນະສຸກ ແລະ ການເພີ້ມອັດຕາສ່ວນແບ່ງຈາກປະກັນສັງຄົມຈາກ 1,25 ຂື້ນ ເປັນ 2% ໃຫ້ ກອງທຶນປະກັນສຸຂະພາບ ຕາມມະຕິ 118/ສພຊ ແລະ 08/ລບ

ມາດຕະການ ໃນການສຶກສາອົບຮົບ ຈັນຍາບັນ, ຈັນຍາທໍາ ໃຫ້ແກ່ພະນັກງານແພດໝໍ ກະຊວງສາທາລະນະສຸກ ແມ່ນມີມາດຕະການ ດັ່ງນີ້:
1. ມີມາດຕະການ ສຶກສາອົບຮົມ ເວລາແພດ-ໝໍ, ພະຍາບານ ທີ່ມີການກະທຳຜິດ ເຊັ່ນ: ການເວົ້າຈາບໍ່ສຸພາບຕໍ່ ຕົນເຈັບ ແລະ ຍາດຕິພີ່ນ້ອງຄົນເຈັບ, ຖາມເອົາເງິນນໍາຄົນເຈັບ ຫຼື ຍາດຕິພີ່ນ້ອງຄົນເຈັບ ຫຼື ສະແດງ ພຶດຕິກຳຂອງຕົນບໍ່ ເໝາະສົມ ຕ້ອງໄດ້ປະຕິບັດວິໃນ ດັ່ງນີ້: ຖ້າກະທຳຜິດຄັ້ງທີ 1: ພະແນກທີ່ກ່ຽວຂ້ອງເຊີນຜູ້ກ່ຽວມາຕັກເຕືອນກ່ອນຊ່ອງໜ້າ ຄະນະພະແນກ, ຄະນະ ໜ່ວຍ ເຮັດບົດບັນທຶກ ອ່ານຄໍາຕັກເຕືອນໃຫ້ຜູ້ກ່ຽວຮັບຮູ້, ພ້ອມທັງເຊັນຮັບຮູ້; – ຖ້າກະທຳຜິດຄັ້ງທີ 2: ໃຫ້ຜູ້ກ່ຽວເຮັດໃບສຳຫຼວດຂອງຕົນເອງ ພ້ອມທັງປະຕິຍານຕົນເອງຕໍ່ຫົວໜ້າແລະ ຄະນະ ພະແນກ, ຫົວໜ້າໜ່ວຍ ພ້ອມທັງໃຫ້ຜູ້ກ່ຽວເຊັນຮັບຮູ້; ຖ້າກະທຳຜິດເທື່ອທີ 3: ທາງພະແນກສົ່ງຜູ້ກ່ຽວຕໍ່ພະແນກຈັດຕັ້ງພະນັກງານ ເຊີນອົງການຈັດຕັ້ງມະຫາຊົນມາ ຮ່ວມ, ມີຄະນະພັກ, ຜູ້ອໍານວຍການໂຮງໝໍ, ຮອງອໍານວຍການໂຮງໝໍ ຕັດສິນກັນເທື່ອສຸດທ້າຍ ແລະ ບາງການຈັດຕັ້ງຂອງ ໂຮງໝໍ ກໍໄດ້ໂອ້ລົມ ເບິ່ງເງື່ອນໄຂ ບາງຄັ້ງໃຫ້ຜູ້ກ່ຽວຍ້າຍໄປປະຈຳການບ່ອນບໍ່ມີຄົນເຈັບ, ຖ້າຫາກກະທໍາຜິດຮ້າຍແຮງ ແມ່ນໃຫ້ ຢຸດຕິການປະຕິບັດໜ້າທີ່ທັນທີ ແລະ ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງພະນັກງານລັດຖະກອນ.
2. ແຕ່ລະໂຮງໝໍ ມີແຜນຝຶກອົບຮົມ ໃຫ້ພະນັກງານແພດໝໍ ທຸກຄົນຕ້ອງໄດ້ຮຽນຮູ້ ເລື່ອງຈັນຍາບັນ, ຈັນຍາທໍາ ມາລະຍາດທາງສັງຄົມ ທີ່ທາງໂຮງໝໍໄດ້ສອນໃຫ້ພະນັກງານ ປີລະ 01 ຄັ້ງ, ສໍາລັບພະຍາບານ ແມ່ 02 ຄັ້ງ, ເພາະມີຈັນ ຍາບັນ, ຈັນາທຳຢູ່ໃນຂີດຄວາມສາມາດ ຂອງພະຍາດ Nursing Ethics ແລະ ສໍາລັບກໍລະນີມີພະນັກງານມາເຂົ້າເຮັດ ວຽກໃໝ່ ຫຼື ອາສາສະໝັກໃໝ່ ແມ່ນຄະນະພະຍາບານ ຈະໄດ້ຝຶກອົບອົບຮົມ ດ້ານຈັນຍາບັນ, ຈັນຍາທຳ ໃຫ້ກ່ອນການ ເຮັດວຽກ ໂດຍໃຊ້ແບບຟອມທົດສອບຄວາມຮັບຮູ້ກ່ອນ ແລະ ຫຼັງຝຶກອົບອົບຮົມ.
3. ມີການເອົາເຂົ້າຫຼັກສູດການຮຽນການສອນທຸກສາຂາການຮຽນ ວມສ, ວວສ, ໂຮງຮຽນພະຍາບານ ແລະ ເຕັກນິກ ແລະ ມີການອ່ານກ່າວຄໍາປະຕິຍານ ຂອງ ຮີໂປກຣັດ ເນື່ອງໃນວັນສະເຫຼີມສະຫຼອງວັນຄູ ທຸກປີ ແລະ ຮັບໃບ 3 ປະກາດ, ເວລາສອບເສັງລະດັບຊາດ ເອົາໃບປະກອບວິຊາຊີບ, ເວລາໂອ້ລົມເນື່ອງໃນໂອກາດວັນແພດລາວ ແລະ ວັນ ສໍາຄັນຂອງ 3 ອົງການຈັດຕັ້ງມະຫາຊົນ. ດັ່ງນັ້ນ, ຈຶ່ງຮຽນລາຍງານມາຍັງທ່ານເພື່ອຮັບຊາບ ແລະ ຂໍທິດຊີ້ນໍາໃນການຈັດຕັ້ງປະຕິບັດດ້ວຍ.

#ຂໍ້ສະເໜີ 1) ສະເໜີໂຮມສອງການຈັດຕັ້ງ (ຫ້ອງການປະກັນສຸຂະພາບ ແລະ ອົງການປະກັນສັງຄົມ) ເຂົ້າກັນກ່ອນ ແລ້ວຈຶ່ງ ຄົ້ນຄວ້າປັບປຸງບັນດາກົນໄກ, ວິທີການ ແລະ ປັດໄຈຕ່າງໆທີ່ຈຳເປັນ, ຖ້າຄົ້ນຄວ້າກົນໄກ ແລະ ປັດໄຈພ້ອມ 2 ແລ້ວຈຶ່ງໂຮມ ຈະໃຊ້ເວລາດົນ, ການໂຮມສອງການຈັດຕັ້ງເຂົ້າກັນ, ນິຕິກຳ ຈະເປັນນິຕິກຳດຽວ, ກົນໄກຄຸ້ມ ຄອງ ເອກະພາບ, ກອງທຶນຈະເຕີບໃຫຍ່, ກົງຈັກການຈັດຕັ້ງກະທັດຮັດ ແລະ ມີຄຸນນະພາບ;
2) ສະເໜີລັດຖະບານ ພິຈາລະນາອະນຸມັດ ໃຫ້ຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ ຄຸ້ມ ຄອງງົປະມານກອງທຶນ ເປັນ ຮູບແບບກອງທຶນ ໃນຂະນະທີ່ກຳລັງປັບປຸງກົດໝາຍ ວ່າດ້ວຍການປະກັນ ສຸຂະພາບ ໂດຍໃຫ້ກະຊວງສາທາລະນະສຸກ ສົມທົບກັບ ກະຊວງການເງິນ ໂດຍກົງ;
3) ສະເໜີອົງການປະກັນສັງຄົມແຫ່ງຊາດ ປັບອັດຕາສ່ວນແບ່ງກອງທຶນປະກັນສັງຄົມ ຈາກ 1.25% ເປັນ 2% ໃຫ້ ກອງທຶນປະກັນສຸຂະພາບແຫ່ງຊາດ ແນໃສ່ປັບອັດຕາທົດແທນຄ່າບໍລິການປິ່ນປົວໃຫ້ແທດເໝາະ (ຈາກ 130,000ກີບ/ຄົນ/ປີ ເປັນ 250,000 ກີບ/ຄົນ/ປີ);
4) ສະເໜີລັດຖະບານ ພິຈາລະນາຊໍາຫຼະໜີ້ຄ້າງຈ່າຍ ງວດ 3 ແລະ ງວດ 4 ໃນປີ2024 ປະມານ 115 ຕື້ແນ່ໃສ່ ທົດແທນຄ່າບໍລິການປິ່ນປົວ ໃຫ້ທັນຕາມງວດ ຕາມປີງົບປະມານ;
5) ສະເໜີເພີ່ມງົບປະມານປະກັນສຸຂະພາບ ຂື້ນຕື່ມໃຫ້ໄດ້ຢ່າງໜ້ອຍ 302 ຕື້/ປີແນໃສ່ແກ້ໄຂການຂາດດຸນຂອງ ສະຖານທີ່ບໍລິການ ທີ່ເພີ້ມຂື້ນ;
6) ສະເໜີພິຈາລະນາອະນຸມັດ ງົບປະມານ 72 ຕື້ຕາມຜົນການສຶກສາຕົ້ນທຶນ ປີ2020 ເພື່ອຂະຫຍາຍ ກອງທຶນ ປະກັນສຸຂະພາບແຫ່ງຊາດ ຢູ່ນະຄອນຫຼວງວຽງຈັນ ໃນປີ 2025.

LEAVE A REPLY

Please enter your comment!
Please enter your name here