ກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ພະຈິກ 2024 ເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂຶ້ນຕອບຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບ ການຜະລິດສິນຄ້າພາຍໃນ, ການສະໜອງທຶນສົ່ງເສີມຜູ້ປະກອບການ ແລະ ການປະຕິບັດບັນດາພັນທະສັນຍາຂະແໜງການຄ້າກັບພາກພື້ນ ແລະ ສານກົນ.
ທ່ານ ມະໄລທອງ ກົມມະສິດ ໄດ້ຕອບ ຄໍາຖາມ ເປັນຫຍັງ ການຜະລິດຂອງປະເທດເຮົາ ຈຶ່ງບໍ່ເຂັ້ມແຂງ ການຜະລິດ ແມ່ນ ຂະບວນການ ໃນການສ້າງສິນຄ້າ ແລະ ການບໍລິການເພື່ອຕອບສະໜອງຄວາມຕ້ອງການແລະ ຄວາມຈຳເປັນ ຂອງມະນຸດ. ມັນກ່ຽວຂ້ອງກັບ ການຫັນປ່ຽນ ປັດໄຈການຜະລິດ (ວັດຖຸດິບ, ແຮງງານ, ທຶນແລະ ເຕັກໂນໂລຊີ) ໄປເປັນຜົນຜະລິດ (ສິນຄ້າ ແລະ ການບໍລິການ).
ທ່ານກ່າວວ່າ: ເຫດຜົນທີ່ ການຜະລິດຂອງປະເທດເຮົາ ບໍ່ເຂັ້ມແຂງນັ້ນ ແມ່ນຍ້ອນຫຼາຍປັດໄຈ ທີ່ປະກອບກັນ ເປັນຕົ້ນ ປັດໄຈໂຄງສ້າງທາງດ້ານເສດຖະກິດ, ຂໍ້ຈຳກັດທາງດ້ານພູມສາດ, ຂາດໜາດຕະຫຼາດ ແລະ ພົນລະເມືອງ ແລະ ສະພາບແວດລ້ອມທາງດ້ານນະໂຍບາຍ.
ທ່ານກ່າວວ່າ: ການຜະລິດຂອງປະເທດເຮົາ ຈຶ່ງບໍ່ເຂັ້ມແຂງ ຍ້ອນວ່າ:
1) ໄລຍະຫ່າງ ຂອງການຂົນສົ່ງວັດຖຸດິບ, ປັດໄຈການຜະລິດ ແລະ ສິນຄ້າ ໄປເຖິງຕະຫຼາດພາຍນອກ ຫຼື ແລະ ອອກມີທ່າເຮືອ ຂ້ອນຂ້າງໄກ ພາໃຫ້ມີຕົ້ນທຶນສູງ.
2) ພື້ນຖານໂຄງລ່າງ ເປັນຕົ້ນ ທາງບົກ, ທາງລາງ, ທາງນ້ຳ, ອາກາດ ແລະ ການບໍລິການໂລຈິດສຕິກ ເພື່ອເຊື່ອມຕໍ່ລະບົບການຂົນສົ່ງ, ການຜະລິດ ແລະ ຕະຫຼາດ ເຖິງແມ່ນວ່າ ໄດ້ມີການພັດທະນາດີຂຶ້ນ, ຫຼາຍຂຶ້ນ ແຕ່ກໍຍັງຈຳກັດ ແລະ ຈຳນວນໜຶ່ງທີ່ມີ ຍັງມີຄ່າໃຊ້ບໍລິການສູງ.
3) ຕະຫຼາດພາຍໃນ ມີຂະໜາດນ້ອຍ, ທັງອຳນາດໃນການຊື້ (Purchasing Power) ກໍຍັງ ເຮັດໃຫ້ມີຂໍ້ຈຳກັດທາງດ້ານຂະໜາດເສດຖະກິດ (Economy of Scale).
4) ນະໂຍບາຍສົ່ງເສີມການຜະລິດ ຍັງບໍ່ທັນເປັນລະບົບ, ກົມກຽວ, ຈະແຈ້ງ, ມີຈຸດສຸມ ແລະ ດຶງດູດພຽງພໍ; ໃນຂະນະດຽວກັນ ການປະຕິບັດນະໂຍບາຍ, ການບັງຄັບໃຊ້ ກົດໝາຍ ແລະ ລະບຽບການ ບໍ່ທັນເຂັ້ມງວດ, ເປັນເອກະພາບແລະ ຕໍ່ເນື່ອງ. ສ້າງຄວາມບໍ່ໝັ້ນໃຈ ໃຫ້ແກ່ຜູ້ລົງທຶນ.
5) ການຜະລິດພາຍໃນ ຍັງອາໃສການນຳເຂົ້າຫຼາຍ, ຕ້ອງໂສ້ການສະໜອງພາຍໃນ ຈຳກັດ ພາໃຫ້ມີຕົ້ນທຶນການຜະລິດພາຍໃນສູງ.
6) ການລົງທຶນຕ່າງປະເທດ ໃນຂົງເຂດການຜະລິດ ແລະ ປຸງແຕ່ງຍັງບໍ່ຫຼາຍ, ການລົງທຶນຕ່າງປະເທດ ສ່ວນໃຫຍ່ກະຈຸກໂຕຢູ່ ໃນຂົງເຂດຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ ພະລັງງານ ຫຼື ໂຮງງານ ທີ່ໄດ້ສິດທິພິເສດ ຈາກສາກົນ ທີ່ມີທ່າອ່ຽງຈະຫຼຸດໜ້ອຍຖອຍລົງໃນອານະຄົດ, ເຮັດໃຫ້ການພັດທະນາ ໃນຂົງເຂດຜະລິດ ຂະຫຍາຍຕົວຊ້ຳ.
7) ແຮງງານທີ່ມີທັກສະພາຍໃນປະເທດບໍ່ຫຼາຍ, ຊໍ້າບໍ່ພໍ ແຮງງານພາຍໃນ ນັດອອກໄປເຮັດວຽກຢູ່ຕ່າງປະເທດຫຼາຍສົມຄວນ ເຮັດໃຫ້ຂາດແຮງງານ ໃນຂົງເຂດການຜະລິດ ແລະ ເພື່ອສະໜອງໃຫ້ແກ່ໂຮງຈັກໂຮງງານຕ່າງໆ.
8) ປະຊາຊົນລາວສ່ວນໃຫຍ່ ກໍປະກອບອາຊີບ ຕິດພັນກັບການຜະລິດກະສິກຳ, ແຕ່ຜູ້ປະກອບການ ຫຼື ວິສາຫະກິດຄົນລາວ ທີ່ມີຜົນສຳເລັດສູງ ໃນທຸລະກິດເຮັດຜະລິດ ພັດບໍ່ຫຼາຍ ກົງກັນຂ້າມ, ຜູ້ປະສົບຜົນສຳເລັດ ສ່ວນໃຫຍ່ ແມ່ນເຮັດທຸລະກິດບໍ່ແຮ, ພະລັງງານ, ການຄ້າ, ການທ່ອງທ່ຽວ ແລະ ການບໍລິການ, ສ່ວນຜູ້ເຮັດການຜະລິດ ແລ້ວເປັນໜີ້ ພັດຫລາຍ ພາໃຫ້ເກີດແນວຄິດ-ຈິດຕະສາດ ຫຼື ຄວາມເຂົ້າໃຈຄວາມເຊື້ອ ບໍ່ຢາກເຮັດການຜະລິດ.