ທ້າວ ພູຜາ ຈັນທະວົງ ຫຼື ພູມ ນັກກີລາພອນສະຫວັນ ທີ່ສາມາດຫຼີ້ນກິລາໄດ້ຫຼາຍປະເພດ ບໍ່ຈະເປັນບານເຕະ, ຟຸດຊໍ, ດອກປີກໄກ່ ແລະ ເທັນນິດ ຫຼ້າສຸດ ກໍສາມາດຮັກສາມູນເຊື້ອ ປ້ອງກັນແຊ້ມ ເທັນນິດ ຮຸ່ນອາຍຸບໍ່ເກີນ 14 ປີ ລາຍການ ເທັນນິດ ເບຍລາວ ໂອເພັນ ປະຈຳປີ 2024 ຫຼື Beerlao Tennis Open 2024 ເຖິງ 4 ປີຕິດຕໍ່ກັນ.
ການແຂ່ງຂັນກິລາເທັນນິດ Beerlao Tennis Open 2024 ໄດ້ດຳເນີນລະຫວ່າງວັນທີ 16 ພະຈິກ ຫາ 8 ທັນວາ 2024 ທີ່ສະໜາມເທັນນິສ ວຽງຈັນ ຂ້າງສະໜາມກິລາເຈົ້າອານຸວົງ ນະຄອນຫຼວງວຽງຈັນ ສປປ ລາວ ຈັດຂຶ້ນເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ 2024 ຄົບຮອບ 49 ປີ ໃຫ້ເປັນຂະບວນການຟົດຟື້ນ ພ້ອມທັງສືບຕໍ່ສົ່ງເສີມການພັດທະນານັກກິລາເຍົາວະຊົນ-ໄວໜຸ່ມ ຜູ້ທີ່ມີພອນສະຫວັນ ສາມາດກ້າວຂຶ້ນມາຮັບຊ້ທີມຊາດ ກຽມສົ່ງເຂົ້າຮ່ວມງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ.
ປີນີ້ ການແຂ່ງຂັນ Beerlao Tennis Open 2024 ມີການຊີງກັນເຖິງ 10 ລາຍການ ທັງຮຸ່ນເຍົາວະຊົນ, ຊາວໜຸ່ມ ແລະ ຮຸ່ນອາວຸໂສ ທັງມືສະໝັກຫຼິ້ນ ແລະ ລະດັບຊາດ ຊຶ່ງມີການກຳນົດນັກກິລາທີ່ເຂົ້າຮ່ວມບໍ່ຈຳກັດຊາດ ແຕ່ຕ້ອງຢັ້ງຢືນພູມລຳເນົາ ແລະ ວັນເດືອນປີເກີດ ຈຶ່ງສາມາດຮ່ວມແຂ່ງຂັນໄດ້.
ສະເພາະຮຸ່ນເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 14 ປີ ມີນັກກິລາເຂົ້າຮ່ວມເຖິງ 17 ຄົນ, ໃນນັ້ນ ກໍມີນັກກິລາຈາກປະເທດເພື່ອບ້ານ ໄທ ເຂົ້າຮ່ວມ ແລະ ການແຂ່ງຂັນຄູ່ຊີງຊະນະເລີດ ກໍໄດ້ຈັດຂຶ້ນ ໃນຄໍ່າຄືນວັນທີ 25 ພະຈິກ ຜ່ານມາ ທີ່ສະໜາມເທັນນິດ ວຽງຈັນ ຂ້າງສະໜາມກິລາເຈົ້າອານຸວົງ ລະຫວ່າງ ທ້າວ ພູຜາ ຈັນທະວົງ ອະດິດແຊ້ມ 3 ສະໄໝ ພົບກັບ ທ້າວ ນັນທະກິດ ນັກກິລາຈາກໄທ.
ການແຂ່ງຂັນກຳນົດ 6 ເກມ ໃຜໄປຮອດກ່ອນ 6 ເກມ ເປັນຜູ້ຊະນະ ຜ່ານການແຂ່ງຂັນປະກົດວ່າ: ນັນທະກິດ ອອກສະຕ໋າດກັບໄມ້ຄູ່ໃຈໄດ້ດີກວ່າ ອອກນຳຄະແນນ ພູຜາ 1-0 ເກມ ແຕ່ຈາກນັ້ນ ພູຜາ ກໍມາເລັ່ງເຄື່ອງຮ້ອນ ໃຊ້ເທັກນິກຄວາມສາມາດໄດ້ເໜືອຊັ້ນ ໄລ່ເອົາຊະນະ ນັນທະກິດ 6-2 ເກມ ຄວ້າແຊ້ມລາຍການນີ້ ເປັນສະໄໝທີ 4 ຕິດຕໍ່ກັນໄປຄອງ.