ເລີ່ມກໍ່ສ້າງອາຄານໃໝ່ຂອງ ວິທະຍາໄລ ວິທະຍາສາດ ສຸຂະພາບ ຫຼວງພະບາງ

25 Nov 2024

ຄລິກແຊຣ໌ 0 Facebook WhatsApp

ວັນທີ 23 ພະຈິກ 2024 ຜ່ານມານີ້, ທີ່ ວິທະຍາໄລ ວິທະຍາສາດ ສຸຂະພາບ ຫຼວງພະບາງ ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງອາຄານໃໝ່ຂອງ ວິທະຍາໄລ ວິທະຍາສາດ ສຸຂະພາບ ຫຼວງພະບາງ ມູນຄ່າ 60 ຕື້ກວ່າ ກີບ ໂດຍແຜນກໍ່ສ້າງໃຫ້ສຳເລັດພາຍໃນ 16 ເດືອນ, ດ້ວຍທຶນກໍ່ສ້າງຂອງກະຊວງ ສາທາລະນະສຸກ ຮ່ວມກັບບໍລິສັດ ເອເຊຍລົງທຶນ ພັດທະນາ ແລະກໍ່ສ້າງ ຈໍາກັດຜູ້ດຽວ.

May be an image of 11 people

ຕາມນະໂຍບາຍທີ່ໄດ້ຮ່ວມກັນລົງນາມເຊັນສັນຍາຮ່ວມມື ໂຄງການພັດທະນາທີ່ດິນ ຂອງວິທະຍາໄລ ວິທະຍາສາດ ສຸຂະພາບຫຼວງພະບາງ ທີ່ຕັ້ງຢູ່ບ້ານ ທາດຫຼວງ ນະຄອນ-ຫຼວງພະບາງ ເປັນໂຮງແຮມລະດັບ 5 ດາວ, ເຊີ່ງບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງ ຈໍາກັດຜູ້ດຽວ ເປັນຜູ້ຮັບເໜົາກໍ່ສ້າງ ວິທະຍາໄລ ວິທະຍາສາດ ສຸຂະພາບ ຫຼວງພະບາງ ຫຼັງໃຫມ່ ຢູ່ ບ້ານພູໜອກ ນະຄອນ-ຫຼວງພະບາງ ເພື່ອທົດແທນ, ປະກອບມີ ອາຄານຮຽນ 4 ຊັ້ນ 1 ຫຼັງ, ອາຄານ ຫໍພັກນັກສຶກສາຊາຍ 2 ຊັ້ນ 1 ຫຼັງ, ອາຄານ ຫໍພັກນັກສຶກສາ ຍິງ 2 ຊັ້ນ 1 ຫຼັງ ອາຄານ ຫ້ອງປະຕິບັດເຄມີ 1 ຫຼັງ, ທັງປັບປຸງສ້ອມແປງອາຄານເກົ່າທີ່ມີຢູ່ບາງສ່ວນ.

May be an image of 10 people, dais and text

ເຂົ້າຮ່ວມວາງສີລາລຶກມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົມຕີ ກະຊວງ ສາທາລະນະສຸກ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ພຶດສະພາ ພຸມມະສັກ ປະທານບໍລິສັດ ເອເຊຍລົງທຶນ ພັດທະນາ ແລະ ກໍ່ສ້າງ ຈໍາກັດຜູ້ດຽວ, ພ້ອມດ້ວຍການນຳກະຊວງສາທາລະນະສຸກ, ຜູ້ຕ່າງໜ້າພະແນກການຂັ້ນແຂວງທີ່ກ່ຽວຂ້ອງ, ຄະນະພະແນກສາທາລະນະສຸກແຂວງ ແລະຄະນະອຳນວຍການ ວິທະຍາໄລ ວິທະຍາສາດ ສຸຂະພາບ ຫຼວງພະບາງ ເຂົ້າຮ່ວມ.

May be an image of 7 people, dais and text

ການກໍ່ສ້າງຄັ້ງນີ້ ເປັນການປັບປຸງ ແລະກໍ່ສ້າງ ພື້ນຖານໂຄງລ່າງດ້ານການສຶກສາດ້ານສາທາລະນະສຸກ, ເປັນບ່ອນສຶກສາຮໍ່າຮຽນ, ຍົກລະດັບ, ຈັດອົບຮົມໄລຍະສັ້ນ ທາງດ້ານວິຊາຊີບ ວິຊາສະເພາະສາທາລະນະສຸກ ແລະສົ່ງເສີມນັກວິຊາການການແພດ, ພະຍາບານ ແລະຜະດຸງຄັນ ໃຫ້ແກ່ບັນດາພະນັກງານ ແລະບຸກຄະລາກອນສາທາລະນະສຸກ ໃຫ້ມີຄຸນນະພາບ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງສັງຄົມ ກໍ່ຄືການພັດທະນາເສດຖະກິດ-ສັງຄົມ ເຊິ່ງເປັນການເພີ່ມຄວາມເຊື່ອໝັ້ນ ໃນບັນດາກຸ່ມເປົ້າໝາຍ ເພື່ອສະໜອງການຝຶກອົບຮົມ, ໃຫ້ບັນດາແຂວງທີ່ໃກ້ຄຽງ ແລະໃນຂອບເຂດທົ່ວປະເທດ. ໃນພິທີ ໄດ້ມີການຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ແລະຊ້ວນຊາຍລົງເສົາເອກຂອງອາຄານ ເພື່ອເປັນສີລິມຸງຄຸນ ແລະສັນຍາລັກ ໃນການເລີ່ມກໍ່ສ້າງວິທະຍາໄລ ວິທະຍາສາດ ສຸຂະພາບ ຫຼວງພະບາງ ຢ່າງເປັນທາງການ.

May be an image of 13 people, dais and text

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ