ສນຮລ ຮ່ວມກັບ ເບຍລາວ ແຂ່ງຂັນບານເຕະ ນັດພິເສດ ປິດລະດູກິລາ ປະຈຳປີ 2024 ສະຫຼອງວັນຊາດທີ 2 ທັນວາ

0
169

ສະມາຄົມທຸລະກິດຮ້ານອາຫານລາວ ຫຼື ສນຮລ ຮ່ວມກັບ ບໍລິສັດ ເບຍລາວ ຈໍາກັດ ຈັດແຂ່ງຂັນກິລາບານເຕະ ນັດພິເສດ ມິດຕະພາບ ເພື່ອສະເຫຼີມສະຫຼອງຜົນສຳເລັດໃນການເຄື່ອນໄຫວວຽກງານກິລາທີ່ເຄື່ອນໄຫວປິ່ນອ້ອມໃນປີ 2024 ໃນຈຳນວນ ເກືອບ 10 ກິດຈະກຳ ພ້ອມທັງສ້າງຂະບວນການສະເຫຼີມສະຫຼອງຕ້ອນຮັບວັນຊາດ 2 ທັນວາ 2024 ຄົບຮອບ 49 ປີ ທີຈະມາເຖິງນີ້.

ການແຂ່ງຂັນກິລາບານເຕະມີດຕະພາບ ລະຫວ່າງ ສນຮລ ແລະ ບໍລິສັດ ເບຍລາວ ຈໍາກັດ ໄດ້ມີຂຶ້ນໃນວັນທີ 22 ພະຈິກ ຜ່ານມາ ໂດຍການເຂົ້າຮ່ວມມີທ່ານ ຟອລ ບັດແມນ ຜູ້ອໍານວຍການຊ່ອງທາງການຂາຍ ແລະ ຈັດຈໍາໜ່າຍ ບໍລິສັດ ເບຍລາວ ຈໍາກັດ ແລະ ທ່ານ ຄໍາແພງ ເພົ້າບົວວົງ ປະທານສະມາຄົມທຸລະກິດຮ້ານອາຫານລາວ ພ້ອມດ້ວຍບັນດາສະມາຊິກຂອງສະມາຄົມທຸລະກິດຮ້ານອາຫານລາວ ແລະ ບັນດາພະນັກງານບໍລິສັດ ເບຍລາວ ຈຳກັດ ເຂົ້າຮ່ວມຢ່າງມີບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ.

ໂອກາດນີ້, ທ່ານ ຟອລ ບັດແມນ ກໍໄດ້ສະແດງຄວາມຂອບໃຈ ແລະ ດີໃຈທີ່ໄດ້ເຫັນງານຄັ້ງນີ້ ເກີດຂຶ້ນ ຊຶ່ງເຕັມໄປດ້ວຍບັນຍາກາດທີເບີກບານ ແລະ ມ່ວນຊື່ນ ພິເສດສຸດແມ່ນຂໍສະແດງຄວາມໃຈມາຍັງບັນດາສະມາຊິກຂອງສະມາຄົມທຸລະກິດຮ້ານອາຫານລາວ ທີ່ໄດ້ພ້ອມກັນປະກອບສ່ວນໃຫ້ການສະໜັບສະໜູນ ແລະ ເປັນຄູ່ຄ້າຂອງບໍລິສັດ ເບຍລາວ ທີ່ດີຕະຫຼອດມາ ແລະ ຫວັງຢ່າງຍິ່ງວ່າການເຮັດວຽກງານຮ່ວມກັນຂອງສອງພາກສ່ວນເຮົາຍັງຈະໄດ້ຮັບການສືບຕໍ່ເສີມຂະຫຍາຍການຮ່ວມມືໃຫ້ດີຍິ່ງໆຂື້ນໄປກວ່າເກົ່າ.

ການແຂ່ງຂັນບານເຕະ ນັດພິເສດ ມິດຕະພາບຄູ່ດັ່ງກ່າວ ນອກຈາກສະເຫຼີມສະຫຼອງຂອງສອງວັນສຳຄັນດັ່ງກ່າວ ກໍຍັງເປັນການສ້າງຂະບວນການສະຫຼອງສົ່ງທ້າຍປີ 2024 ແລະ ກຽມຕ້ອນຮັບປີໃໝ່ສາກົນ 2025 ທີ່ຈະມາເຖິງນີ້ ດ້ວຍບັນຍາກາດທີ່ເບີກບານ ແລະ ມ່ວນຊື່ນ ຜ່ານການແຂ່ງຂັນຜົນປະກົດວ່າ ທີມບານເຕະ ບໍລິສັດ ເບຍລາວ ຈຳກັດ ເປັນຝ່າຍເອົາໄຊຊະນະ ສນຮລ ໄປແບບສຸດມ່ວນ 7-5 ປະຕູ.

LEAVE A REPLY

Please enter your comment!
Please enter your name here