ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມເປັນປະທານໃນກອງປະຊຸມປະກາດ ການຈັດຕັ້ງການນຳຂັ້ນສູງ ຂອງສອງເມືອງຄື: ເມືອງອາດ ສະພັງທອງ ແລະເມືອງຈຳ ພອນ ເຊິ່ງພິທີໄດ້ຈັດຂຶ້ນທີ່ສະ ໂມສອນຂອງແຕ່ລະເມືອງໃນ ວັນທີ 21 ພະຈິກ 2024.
ໃນນີ້, ສຳລັບເມືອງອາດ ສະພັງທອງ ທ່ານ ບຸນຖັນ ແສງ ດາລາ ເຈົ້າເມືອງອາດ ສະພັງທອງໄດ້ຂຶ້ນຜ່ານບົດສະ ຫຼຸບການນຳພາ-ຊີ້ນຳຂອງຄະ ນະພັກເມືອງອາດສະພັງທອງ ໃນໄລຍະຜ່ານມາ ເຊິ່ງສະຫາຍ ໃຫ້ຮູ້ວ່າ: ທົ່ວເມືອງມີເນື້ອທີ່ 727,13 ກິໂລຕາແມັດ, ມີພົນ ລະເມືອງທັງໝົດ 51,021 ຄົນ, ຍິງ 25,444 ຄົນ, ປະກອບ ມີ 41 ບ້ານ, ແບ່ງເປັນ 8 ກຸ່ມບ້ານ, ມີ 457 ໜ່ວຍ, ມີ 9,916 ຄອບ ຄົວ, ມີ 7,579 ຫຼັງຄາເຮືອນ,ມີ 3 ເຜົ່າຄື: ເຜົ່າລາວ, ຜູ້ໄທ ແລະ ເຜົ່າບຣູ ພ້ອມ ນັ້ນໃນໂອກາດນີ້ ສະຫາຍກໍ່ຍັງ ໄດ້ລາຍງານຕື່ມສະພາບການ ພັດທະນາເສດຖະກິດ-ສັງຄົມ ຮອບດ້ານຂອງເມືອງ ເຊິ່ງ ລວມທັງວຽກງານ ປກຊ-ປກສ, ວຽກງານການສຶກສາ, ສາທາ ລະນະສຸກ, ວຽກງານກໍ່ສ້າງພື້ນຖານໂຄງລ່າງ, ຖະແຫຼງຂ່າວ ວັດທະນະທຳ ແລະວຽກງານ ລຶບລ້າງຄວາມທຸກຍາກຂອງ ປະຊາຊົນບັນເຜົ່າພາຍໃນເມືອງກໍ່ໄດ້ຮັບການຈັດຕັ້ງປະຕິບັດໄປຕາມທິດຊີ້ນຳຂອງພັກ ຢ່າງມີປະສິດທິພາບສູງ.
ໃນພິທີ, ຄະນະຈັດຕັ້ງ ແຂວງໄດ້ຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງສະຫວັນນະ ເຂດ ສະບັບເລກທີ 3489/ຈຂ, ລົງວັນທີ 1ພະຈິກ2024 ວ່າ ດ້ວຍການອະນຸມັດໃຫ້ພະນັກງານພັກການຮັບອຸດໜູນບຳນານ, ໃນນີ້ ເຈົ້າແຂວງສະຫວັນນະເຂດຕົກລົງອະນຸມັດໃຫ້ ທ່ານ ບຸນຖັນ ແສງດາລາກຳ ມະການພັກແຂວງເລຂາພັກ ເມືອງເຈົ້າເມືອງອາດສະພັງ ທອງພັກການຮັບອຸດໜູນບຳ ນານໃນງວດ III ປີ 2024 ເປັນຕົ້ນໄປ. ຈາກນັ້ນໃນພິທີ, ກໍ່ໄດ້ຜ່ານມະຕິຕົກລົງຂອງ ຄະນະປະຈຳພັກແຂວງສະບັບ ເລກທີ 2933/ຄປພຂ, ລົງວັນທີ 1 ພະຈິກ 2024 ວ່າດ້ວຍການ ບົ່ງຕົວແຕ່ງຕັ້ງ ສະຫາຍ ສີສະຫວາດ ເພັງທະລັງສີ ເປັນເລຂາພັກເມືອງ ອາດສະພັງທອງ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າ ແຂວງສະຫວັນນະເຂດວ່າ ດ້ວຍການແຕ່ງຕັ້ງພະນັກງານ ສະບັບເລກທີ 3491/ຈຂ, ໃນນີ້ ທ່ານເຈົ້າແຂວງຕົກລົງແຕ່ງຕັ້ງ ທ່ານ ສີສະຫວາດ ເພັງທະ ລັງສີ ເປັນເຈົ້າເມືອງອາດສະ ພັງທອງ. ຕອນບ່າຍຂອງວັນ ດຽວກັນ, ທ່ານເຈົ້າແຂວງພ້ອມ ດ້ວຍຄະນະນໍາຂອງແຂວງກໍ່ ໄດ້ເຂົ້າຮ່ວມພິທີປະກາດການ ຈັດຕັ້ງຂັ້ນສູງຂອງເມືອງຈຳ ພອນ, ໃນໂອກາດນີ້, ທ່ານ ວົງ ສະຫວັນ ວຽງມະນີ ກຳມະການ ພັກແຂວງເລຂາພັກເມືອງເຈົ້າ ເມືອງຈຳພອນ ກໍ່ໄດ້ຜ່ານບົດສະ ຫຼຸບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ຂອງເມືອງໃນໄລຍະຜ່ານມາ .
ຈາກນັ້ນ, ຄະນະຈັດຕັ້ງແຂວງ ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການອະນຸມັດໃຫ້ພະນັກ ງານພັກການຮັບອຸດໜູນບຳ ນານ ສະບັບເລກທີ 3488/ຈຂ, ລົງວັນທີ 1ພະຈິກ 2024, ໃນນີ້ທ່ານເຈົ້າແຂວງອະນຸມັດ ໃຫ້ ທ່ານ ວົງສະຫວັນ ວຽງມະນີ ພັກການຮັບອຸດໜູນບຳນານ ນັບແຕ່ງວດ III ປີ 20240 ເປັນຕົ້ນໄປ, ຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງວ່າດ້ວຍການ ແຕ່ງຕັ້ງພະນັກງານ ສະບັບເລກ ທີ 3494/ຈຂ, ລົງວັນທີ 1 ພະ ຈິກ 2024, ໃນນີ້ເຈົ້າແຂວງຕົກ ລົງແຕ່ງຕັ້ງທ່ານ ບຸນຊູ ທຸ່ນ ຊົມພູ ເປັນວ່າການເຈົ້າເມືອງ ຈຳພອນ ແລະຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ສະບັບເລກທີ 2934/ຄປພຂ, ລົງວັນທີ 1 ພະຈິກ 2024, ໃນນີ້ຄະນະປະຈຳພັກແຂວງ ບົ່ງຕົວແຕ່ງຕັ້ງສະຫາຍ ບຸນຊູ ທຸ່ນຊົມພູ ເປັນວ່າການເລຂາ ພັກເມືອງຈຳພອນ.
ໃນພິທີຂອງແຕ່ລະເມືອງ, ທ່ານບຸນໂຈມ ອຸບົນປະເສີດ ກໍ່ ໄດ້ ຍ້ອງຍໍຊົມເຊີຍ ສະຫາຍເລ ຂາພັກເມືອງ ເຈົ້າເມືອງຜູ້ເກົ່າ ທັງສອງສະຫາຍທີ່ໄດ້ພັກການ ແລະຮັບອຸດໜູນບຳນານ, ຕະ ຫຼອດໄລຍະເກືອບ 40 ປີຜ່ານ ມາສະຫາຍ ທັງສອງໄດ້ ໃຊ້ສະ ຕິປັນຍາ ແລະເຫື່ອແຮງຂອງ ຕົນດ້ວຍຄວາມຈິງໃຈໃນການ ຮັບໃຊ້ຊາດ-ຮັບໃຊ້ປະຊາຊົນ ຢ່າງສຸດກົກ ສຸດປາຍ ແລະ ຮຽກຮ້ອງມາຍັງສະຫາຍເລຂາ ພັກເມືອງ ເຈົ້າເມືອງຄົນໃໝ່ ທັງສອງສະຫາຍຈົ່ງເຮັດໜ້າ ທີ່ດ້ວຍຄວາມຮັບຜິດຊອບ ສູງ, ສືບຕໍ່ພາລະກິດໃນການປົກ ປັກຮັກສາ ແລະສ້າງສາພັດທະ ນາເມືອງຂອງຕົນໃຫ້ມີຄວາມ ກ້າວໜ້າຂຶ້ນໄປ.
ຂອບໃຈຂ່າວຈາກ ສະຫວັນພັດທະນາ