ລັດຖະບານ ປະເມີນການຈັດຕັ້ງປະຕິບັດກົດໝາຍແຮງງານ ສະບັບປັບປຸງ ເລກທີ 43/ສພຊ

0
124

ທ່ານ ນາງໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ລາຍງານປະເມີນການຈັດຕັ້ງປະຕິບັດກົດໝາຍແຮງງານ ສະບັບປັບປຸງເລກທີ 43/ສພຊ, ລົງວັນທີ 24 ທັນວາ 2013 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 22 ພະຈິກນີ້ ພາຍໃຕ້ການເປັນປະທານຂອງ ທ່ານຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ.

ທ່ານ ນາງໃບຄໍາ ຂັດທິຍະ ໄດ້ກ່າວວ່າ: ໂດຍອີງໃສ່ສະພາບ ແລະ ເງື່ອນໄຂຄວາມເປັນຈິງໃນການຄຸ້ມຄອງແຮງງານ ຕິດພັນກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ແລະ ບົນພື້ນຖານ ຫລັກການທໍາມະນູນຂອງອົງການແຮງງານສາກົນ ທີ່ ສປປ ລາວ ໄດ້ເປັນພາຄີ; ກົດໝາຍວ່າດ້ວຍແຮງງານ (ສະບັບປັບປຸງ) ສະບັບເລກທີ 43/ສພຊ, ລົງວັນທີ 24 ທັນວາ 2013, ໄດ້ຮັບການຜັນຂະຫຍາຍອອກເປັນນິຕິກຳໃຕ້ກົດ ໝາຍສໍາເລັດມີ 6 ມາດຕາຄື: ມາດຕາ 6, 51, 101, 102, 127 ແລະ ມາດຕາ 161. ພ້ອມນັ້ນ, ຍັງໄດ້ອອກນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງຈໍານວນໜຶ່ງ ເພື່ອອະທິບາຍບາງພາກ, ບາງໝວດ ແລະ ບາງມາດຕາ ໃຫ້ລະອຽດຈະແຈ້ງຂຶ້ນຕື່ມ ຊຶ່ງມີຈໍານວນທັງ ໝົດ 24 ສະບັບ. ໃນນັ້ນ, ມີດຳລັດ 6 ສະບັບ, ຂໍ້ຕົກລົງ 16 ສະບັບ, ຄໍາແນະນໍາ 1 ສະບັບ ແລະ ແຈ້ງການແນະນໍາ 1 ສະບັບ. ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານເຫັນວ່າອົງການຈັດຕັ້ງລັດ, ຫົວໜ່ວຍທຸລະກິດ, ອົງການຈັດຕັ້ງທາງສັງຄົມ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ມີສະຕິຕື່ນຕົວເຄົາລົບ ແລະ ປະຕິບັດກົດໝາຍແຮງງານໃນລະດັບດີພໍສົມຄວນ. ການຄຸ້ມຄອງ, ຕິດຕາມ, ກວດກາວຽກງານແຮງງານ ໂດຍສະເພາະ ການພັດທະນາ, ການເຄື່ອນຍ້າຍ, ການປົກປ້ອງແຮງງານ ໄດ້ຮັບການຍົກສູງດ້ານຄຸນນະພາບດີຂຶ້ນເປັນກ້າວໆມາສາມາດຮອງຮັບການຫັນເປັນອຸດສາຫະກຳທີ່ທັນສະໄໝ; ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນປະກອບສ່ວນເຂົ້າໃນການສົ່ງເສີມການລົງທຶນ, ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ຊຸກຍູ້ ແລະ ສົ່ງເສີມ ວຽກງານສາຍພົວພັນແຮງງານໃນລະບົບສາມຝ່າຍນັບແຕ່ຂັ້ນສູນກາງຈົນຮອດຂັ້ນທ້ອງຖິ່ນ, ບົດບາດຂອງຄະນະກຳມະການແຮງງານແຫ່ງຊາດມີຄວາມເຂັ້ມແຂງ ເພື່ອຄຸ້ມຄອງແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດ ແລະ ແຮງງານຕ່າງປະເທດທີ່ເຮັດວຽກຢູ່ ສປປ ລາວ ໃຫ້ສອດຄ່ອງຕາມກົດໝາຍ ແລະ ລະບຽບການ. ກົດໝາຍວ່າດ້ວຍແຮງງານໄດ້ເປັນເຄື່ອງມືທີ່ສໍາຄັນໃຫ້ແກ່ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ ໃນການຄຸ້ມຄອງແຮງງານ, ເປັນບ່ອນອີງໃຫ້ເຈົ້າໜ້າທີ່ກວດກາແຮງງານໃນການລົງຕິດຕາມກວດກາບັນດາຫົວໜ່ວຍແຮງງານໃນຂອບເຂດທົ່ວປະເທດ, ເປັນບ່ອນອີງໃຫ້ແກ່ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານໃນການປະຕິບັດກົດໝາຍ ແລະ ລະບຽບການດ້ານແຮງງານເພື່ອໃຫ້ໄດ້ຮັບການປົກປ້ອງ, ຄຸ້ມຄອງ ແລະ ມີຄວາມຍຸຕິທໍາໃນການຈ້າງງານ ແລະ ເຮັດວຽກທີ່ມີຄຸນຄ່າ ແລະ ເປັນທໍາ,ມີຄຸນນະພາບ, ມີປະສິດທິພາບ ແລະ ປະສິດຜົນຫຼາຍຂຶ້ນ ປະກອບສ່ວນເຂົ້າໃນການພັດທະນາເສຖະກິດ-ສັງຄົມ ເຮັດໃຫ້ບ້ານເມືອງ ແລະ ສັງຄົມມີຄວາມສະຫງົບ.

ທ່ານ ນາງໃບຄໍາ ຂັດທິຍະ ກ່າວຕື່ມວ່າ: ທິດທາງແກ້ໄຂ ກະຊວງ ຮສສ ຈະສຸມໃສ່ຄົ້ນຄວ້າ, ສ້າງ, ປັບປຸງກົດ ໝາຍ, ນິຕິກຳໃຕ້ກົດໝາຍໃຫ້ສໍາເລັດຕາມແຜນການທີ່ໄດ້ກຳນົດໃວ້, ໂດຍມີການສົມທົບແໜ້ນກັບອົງການຕ່າງໜ້າຜູ້ອອກແຮງງານ, ອົງການຕາງໜ້າຜູ້ໃຊ້ແຮງງານ ເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານຕາມລັດຖະທຳມະນູນ ແລະ ກົດໝາຍກຳນົດ, ສົມທົບແໜ້ນລະຫວ່າງແນວທາງຂອງພັກ, ນະໂຍບາຍຂອງລັດຖະບານ, ເງື່ອນໄຂ ແລະ ພຶດຕິກຳຕົວຈິງຂອງກໍາລັງແຮງງານ ແລະ ບັນດາສັນຍາ, ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ເພື່ອຮັບປະກັນຄວາມສອດຄ່ອງໃນການຈັດຕັ້ງປະຕິບັດ; ໂຄສະນາປະຊາສໍາພັນຫຼາຍຮູບແບບ ກວ້າງຂວາງກວ່າເກົ່າ ເພື່ອສ້າງຄວາມເຂົ້າໃຈ ແລະ ສ້າງສະຕິເຄົາລົບກົດໝາຍຂອງສັງຄົມ; ເພີ່ມທະວີມາດຕະການປະຕິບັດກົດໝາຍທົ່ວສັງຄົມໃຫ້ເຂັ້ມງວດກວ່າເກົ່າ ດ້ວຍການກຳນົດມາດຕະການບັງຄັບໃຊ້, ມີການຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ; ຈັດຕັ້ງການຝຶກອົບຮົມ, ສ້າງຄວາມເຂັ້ມແຂງດ້ານກົດໝາຍ ແລະ ນິຕິກຳໃຫ້ບຸກຄະລາກອນຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມ, ເຈົ້າໜ້າທີ່ກວດກາແຮງງານນັບແຕ່ສູນກາງຮອດທ້ອງຖິ່ນ ເພີ່ມທະວີການປະສານສົມທົບແໜ້ນກັບອົງການຜູ້ຕາງໜ້າຜູ້ອອກແຮງງານ, ຜູ້ຕາງໜ້າຜູ້ໃຊ້ແຮງງານ ແລະ ຜູ້ປະກອບການເພື່ອເປັນເຈົ້າການປະຕິບັດກົດໝາຍ.

LEAVE A REPLY

Please enter your comment!
Please enter your name here