ເປີດເທດສະການຜະລິດຕະພາບແຫ່ງຊາດລາວ ທີ່ສູນການຄ້າວຽງຈັນເຊັນເຕີ

0
185

ສຳນັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດງານເທດສະການຜະລິດຕະພາບແຫ່ງຊາດລາວ ປະຈໍາປີ 2024 ໂດຍໄດ້ຈັດຂຶ້ນໃນວນທີ 21 ພະຈິກ 2024 ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ.

ພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຄ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ, ມີຫົວໜ້າ ສຈນກ ທັງເປັນຫົວໜ້າອົງການຜະລິດຕະພາບແຫ່ງຊາດລາວ, ມີຜູ້ຕາງໜ້າ ຈາກພາກລັດ, ພາກທຸລິດກິດ, ບັນດາກົມອ້ອມ ຂ້າງກະຊວງ, ບັນດາກະຊວງກ່ຽວຂ້ອງ,  ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ ແລະ, ບັນດາສະມາຄົມທຸລະກິດ ແລະ ທະນາຄານທຸລະກິດກໍໄດ້ ເຂົ້າຮ່ວມງານ.

ທ່ານ ປອ ບຸນເພັງ ສີບຸນເຮືອງ ຫົວໜ້າ ສຈນກ ກ່າວວ່າ: ຈຸດປະສົງຂອງການຈັດງານ ເພື່ອເຜີຍແຜ່ຜົນສໍາເລັດ ແລະ ໂຄສະນາປະຊາສຳພັນ ກ່ຽວກັບອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization -APO),  ແນ່ໃສ່ຍົກສູງບົດບາດຄວາມສຳຄັນຂອງວຽກງານຜະລິດຕະພາບ  ເພື່ອປະກອບສ່ວນແກ່ການຜະລິດເສດຖະກິດ-ສັງຄົມ ໃຫ້ເຕີບໃຫຍ່ເຂັ້ມແຂງ ເຊິ່ງ ສປປ ລາວ ໄດ້ເຂົ້າເປັນສະມາຊິກ  APO  ໃນວັນທີ 18 ມິຖຸນາ 2002  ແລະ ລັດຖະບານໄດ້ມອບໝາຍໃຫ້ ສຈນກ ເປັນອົງການ ຜະລິດຕະພາບແຫ່ງຊາດລາວ. ອົງການ APO ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານໃນພາກພື້ນອາຊີ ແລະ ປາຊີຟິກ, ໄດ້ສ້າງຕັ້ງຂຶ້ນໃນວັນທີ 11 ພຶດສະພາ 1961

ປະຈຸບັນມີມາຊິກທັງໝົດ 21 ປະເທດ ລວມ ສປປ ລາວ,  ມີພາລະບົດບາດໃນການສົ່ງເສີມການເພີ່ມຜະລິດຕະພາບ ໃນຂົງເຂດພາກລັດ ແລະ ພາກທຸລະກິດ ດ້ວຍການສົ່ງເສີມການນໍາໃຊ້ວິທີວິທະຍາ ແລະ ເຄື່ອງມືເພີ່ມຜະລິດຕະພາບ ເພື່ອປັບປຸງລະບົບການບໍລິຫານ ແລະ ຂະບວນການຜະລິດ ໃຫ້ມີຄວາມຄ່ອງໂຕ ແນໃສ່ຫຼຸດຜ່ອນຕົ້ນທຶນ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນ.

ທ່ານ ປອ ມະໂນທອງ ວົງໄຊ ໄດ້ເນັ້ນໃຫ້ເຫັນເຖິງບົດບາດຄວາມສຳຄັນຂອງ ວຽກງານຜະລິດຕະພາບ  ຕໍ່ການພັດທະນາເສດຖະກິດ-ສັງ ຄົມ   ໂດຍຍົກໃຫ້ເຫັນ ການຍົງສູງພະລິດຕະພາບ ແມ່ນຈະເຮັດໃຫ້ຜົນການຜະລິດຄຸ້ນນະພາບສູງຂຶ້ນ ແລະ ສາມາດເພີ່ມປະລິມາການການຜະລິດໃຫ້ຫຼາຍຂຶ້ນ ພ້ອມທັງເຮັດໃຫ້ຕົ້ນທຶນການຜະລິດຕໍ່າລົງ ເຮັດໃຫ້ຜູ້ໃຊ້ໄດ້ຮັບສິນຄ້າ ແລະ ບໍລິການ ທີ່ມີຄຸນນະພາບດີ, ລາຄາຖືກ ແລະ ຜູ້ສະໜອງໄດ້ກໍາໄລສູງຂຶ້ນ ເຮັດໃຫ້ທຸລະກິດເຕີບໃຫຍ່ເຂັ້ມແຂງ

ຊຶ່ງໃນທິດທາງນະໂຍບາຍ ຂອງພັກ ແລະ ລັດຖະບານເຮົາ ກໍໄດ້ຖືເອົາວຽກງານເສດຖະກິດເປັນໃຈກາງ ເພື່ອຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ, ມີຄຸນນະພາບ ຕາມທິດສີຂຽວ ແລະ ຍືນຍົງ, ຄຽງຄູ່ກັບການຫັນປ່ຽນໂຄງປະກອບເສດຖະກິດ ໃຫ້ໄປຕາມທິດ ຫັນເປັນອຸດສາຫະກຳ ແລະ ທັນສະໄໝ ເຊິ່ງຍຸດທະສາດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ແມ່ນການຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການຜະລິດ ໃນໂຄງປະກອບເສດຖະກິດແຫ່ງຊາດ.

ການຈັດງານເທດສະການດັ່ງກ່າວ ແມ່ນຈະດຳເນີນເປັນເວລາ 3 ວັນ (ວັນທີ 21 – 23 ພະຈິກ 2024) ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ເຊິ່ງໃນແຕ່ລະວັນຈະມີກິດຈະກຳຕ່າງໆ ເປັນຕົ້ນ ການຈັດເວທີສົນທະນາຫົວຂໍ້ກ່ຽວັບ ຜະລິດຕະພາບແບບທົ່ວເຖິງ, ການນຳສະເໜີຜະລິດຕະພັນຂອງຜູ້ປະກອບການ ແລະ ບູດວາງສະແດງສິນຄ້າຜະລິດຕະພັນທີ່ມີຄູນນະພາບ ຈາກ ທີ່ຜະລິດໃນ ລາວ.

 

 

LEAVE A REPLY

Please enter your comment!
Please enter your name here