ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 22 ພະຈິກ 2024 ໂດຍເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ. ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທີການ ແລະ ກີລາໄດ້ ຂຶ້ນຜ່ານກ່ຽວກັບບົດລາຍງານການປະເມີນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການສືກສາສະບັບປີ 2015
ທ່ານ ຮສ.ປອ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສືກສາທິການ ແລະ ກີລາໄດ້ ລາຍງານການປະເມີນການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການສືກສາສະບັບປີ 2015 ໃຫ້ຮູ້ວ່າ: ມາຮອດປີ 2015 ຜ່ານການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) ສະບັບ ເລກທີ 03 ກໍລະກົດ 2007 ເຫັນວ່າ ມີຄວາມຈໍາເປັນຕ້ອງໄດ້ຮັບການປັບປຸງ ຜ່ານກອງປະຊຸມສະໄໝ ສາ ມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VII ໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາ ກົດໝາຍ ວ່າ ດ້ວຍການສຶກສາ (ສະບັບປັບປຸງ) ສະບັບເລກທີ 62/ສພຊ, ລົງວັນທີ 16 ກໍລະກົດ 2015 ເຊິ່ງປະກອບ ມີ XV ພາກ, 13 ໝວດ ແລະ 97 ມາດຕາ ປະກອບດ້ວຍ ບົດບັນຍັດທົ່ວໄປ, ລະບົບການສຶກສາແຫ່ງຊາດ ເນື້ອໃນການສຶກສາຂັ້ນພື້ນຖານ, ການສຶກສາພາກບັງຄັບ, ສະຖານການສຶກສາ, ຫຼັກສູດ ແລະ ເຕັກໂນໂລຊີ ການສຶກສາ, ຜູ່ຮຽນ, ຄູ ແລະ ບຸກຄະລາກອນ ການສຶກສາ, ການລົງທຶນໃສ່ການສຶກສາ, ການປະກັນ ຄຸນ ນະພາບການສຶກສາ ແລະ ຂອບວຸດທິການສຶກສາແຫ່ງຊາດ, ການມີສ່ວນຮ່ວມຂອງສັງຄົມຕໍ່ການສຶກ, ຂໍ້ ຫ້າມ, ການແກ້ໄຂຂໍ້ຂັດແຍ່ງ, ການຄຸ້ມຄອງ ແລະ ການກວດກາວຽກງານສຶກສາ, ວັນຄູແຫ່ງຊາດ, ກາໝາຍ, ເຄື່ອງແບບ ແລະ ຕາປະທັບ, ນະໂຍບາຍຕໍ່ຜູ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ ແລະ ບົດບັນຍັດສຸດ ທ້າຍ.
ກົດໝາຍສະບັບນີ້ ໄດ້ກຳນົດການສຶກສາກ່ອນໄວຮຽນ (ໂຮງລ້ຽງເດັກຮັບເດັກແຕ່ອາຍຸ 3 ເດືອນຈົນ ຮອດ 3 ປີ, ສ່ວນໂຮງຮຽນອະນຸບານຮັບເດັກ ອາຍຸ 3 ປີ) ລະບົບສາມັນສຶກສາ 12 ປີ (5+4+3), ອາຊີວະ ສຶກສາ 3 ປີ, ມະຫາວິທະຍາໄລ 4 ປີ. ພ້ອມດຽວກັນ ໄດ້ເພີ່ມວຽກງານປະກັນຄຸນນະພາບການສຶກສາ ແລະ ວຽກງານຂອບວຸດທິການສຶກສາ ເຂົ້າໃໝ່. ກົດໝາຍສະບັບນີ້ ໄດ້ຖືເອົາຊັ້ນມັດທະຍົມສຶກສາຕອນຕົ້ນ ເປັນການສຶກສາພາກບັງຄັບ ເຊິ່ງມີ ຈຸດປະສົງ ເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ກາຍເປັນພົນລະເມືອງດີ, ມີຄຸນສົມບັດສິນທຳປະຕິວັດມີຄວາມຮູ້ ຄວາມສາມາດ, ມີວິຊາຊີບ, ມີຄວາມຊຳນານງານ, ມີສຸຂະພາບພະລານາໄມ, ຮູ້ຮັກສາ ແລະ ສົ່ງເສີມ ສິລະປະວັດທະນະທຳ ແລະ ຮີດຄອງປະເພນີອັນດີງານຂອງຊາດ.
ການໂຄສະນາ ເຜີຍແຜ່ ກົດໝາຍ ນັບແຕ່ກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) ສະບັບເລກທີ 62/ສພຊ, ລົງວັນທີ 16 ກໍລະກົດ 2015 ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການ ກະຊວງສຶກສາທິການ ແລະ ກິລາ ໄດ້ລົງເຜີຍແຜ່ ໃນຈົດໝາຍເຫດທາງລັດຖະການ ຄັ້ງວັນທີ 18 ກັນຍາ 2015, ຈັດພິມປຶ້ມ ກົດໝາຍວ່າດ້ວຍການສຶກສາ ເປັນພາສາລາວ ແລະ ພາສາອັງກິດ ຈານວນ 40,000 ຫົວ ໂດຍໄດ້ແຈກຢາຍທົ່ວຂະແໜງການສຶກສາທິການ ແລະ ກິລາ ແລະ ຂະ ແໜງການທີ່ກ່ຽວຂ້ອງ ຈໍານວນໜຶ່ງ ລວມທັງສະຖານການສຶກສາພາກລັດ ແລະເອກະຊົນ ໃນຂອບເຂດທົ່ວປະເທດ. ພ້ອມກັນນີ້ ກໍ່ຍັງໄດ້ແຈກຢາຍ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມຜູ້ບໍລິຫານການສຶກສາ ທົ່ວປະເທດ ໃນແຕ່ລະປີ ແລະ ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ເປັນຜູ້ໂຄສະນາເຜີຍແຜ່ ໃນຂັ້ນຂອງຕົນ.ແຕ່ເຖິງຢ່າງໃດກໍຕາມ, ການໂຄສະນາເຜີຍແຜ່ ຍັງບໍ່ສາມາດຈັດຕັ້ງເປັນຫຼາຍຮູບການ ພຽງແຕ່ໄດ້ແຈກຢາຍພາຍໃນຂະແໜງການສຶກສາ ເປັນຕົ້ນຕໍ ແລະ ແນະນໍາໃຫ້ນໍາໄປຈັດຕັ້ງ ການເຜີຍແຜ່ໃນຂັ້ນຂອງຕົນ ຕໍ່ໄປ.
ການຜັນຂະຫຍາຍ ມາດຕາ ຂອງກົດໝາຍ ອອກເປັນນິຕິກຳລຸ່ມກົດໝາຍ ຈໍານວນນິຕິກຳລຸ່ມກົດໝາຍ ພາຍຫຼັງທີ່ມີ ກົດໝາຍວ່າດ້ວຍການສຶກສາ ສະບັບປີ 2015 ກະຊວງສຶກສາທິການ ແລະ ກິລາ ໄດ້
ຜັນຂະຫຍາຍອອກນິຕິກຳລຸ່ມກົດໝາຍ ທັງໝົດຈຳນວນ 76 ສະບັບ ເປັນຕົ້ນ ດຳລັດ 14 ສະບັບ, ຂໍ້ຕົກລົງ51 ສະບັບ, ຄໍາສັ່ງ 03 ສະບັບ, ຄໍາແນະນໍາ 05 ສະບັບ ແລະ ແຈ້ງການ ຈຳນວນ 03 ສະບັບ.
ມາດຕາທີ່ກໍານົດໃຫ້ຜັນຂະຫຍາຍອອກເປັນນິຕິກຳລຸ່ມກົດໝາຍ ບົດຮຽນທີ່ຖອດຖອນໄດ້ ຄວາມຮັບຜິດຊອບ ຄວາມເປັນເຈົ້າການ ຂອງການຈັດຕັ້ງທຸກພາກສ່ວນ ແມ່ນເປັນປັດໄຈຕັດສິນ ໃນ ການ ຈັດຕັ້ງປະຕິບັດກົດໝາຍ; ການໃຫ້ຫຼາຍພາກສ່ວນມີສ່ວນຮ່ວມ ຕັ້ງແຕ່ຂະບວນການເລີ່ມຕົ້ນ ແຕ່ການສ້າງ, ປັບປຸງ ແລະ ຈັດ ຕັ້ງປະຕິບັດກົດໝາຍ ໄດ້ດີເທົ່າໃດ ແມ່ນເຫັນວ່າ ກົດໝາຍການສຶກສາ ມີເນື້ອໃນຄົບຖ້ວນ ສົມບູນຂຶ້ນ ແລະ ເຮັດໃຫ້ການຈັດຕັ້ງ ປະຕິບັດເປັນຢ່າງດີ; ເຖິງວ່າ ເນື້ອໃນກົດໝາຍຈະຄົບຖ້ວນ ແລະ ສົມບູນພຽງໃດ ກໍຕາມ, ຖ້າຂາດຊັບພະຍາກອນ ເປັນຕົ້ນແມ່ນ ຊັບພະຍາກອນມະນຸດ ແລະ ງົບປະມານຮັບໃຊ້ ໃນລະດັບຈໍາເປັນພື້ນຖານ ກໍເຮັດໃຫ້ ການຈັດຕັ້ງປະຕິບັດກົດໝາຍ ຂາດປະສິດທິພາບ ແລະ ປະສິດທິຜົນ.
ຂໍ້ສະເໜີ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ເນື່ອງຈາກຮ່າງກົດໝາຍວ່າດ້ວຍການສຶກສາ ໄດ້ຮັບການຈັດຕັ້ງປະຕິບັດ ເປັນເວລາ 9 ເຫັນວ່າ ມີ ການຈັດຕັ້ງປະຕິບັດໄດ້ເປັນຢ່າງດີ ແຕ່ເຫັນວ່າຍັງບໍ່ທັນຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງແຜນ ພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ແຜນພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ແລະ ແຜນ ພັດທະນາຂະແໜງການສຶກສາ ແລະ ກິລາ ໃນປະຈຸບັນ, ຈຶ່ງມີຄວາມຈຳເປັນໃນການປັບປຸງໃນບາງ ພາກ, ໝວດ ແລະ ມາດຕາ ໃຫ້ມີຄວາມສອດຄ່ອງກັບສະພາບການຈັດຕັ້ງປະຕິບັດຕົວຈິງ ແລະ ແທດເໝາະກັບ ການຂະຫຍາຍຕົວ ຂອງການສຶກສາ ພາຍໃນ, ພາກພື້ນ ແລະ ສາກົນ ເປັນຕົ້ນ ການປະຕິວັດອຸດສາຫະກຳ ລະບົບ 4.0; ສະເໜີໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ຊ່ວຍຊຸກຍູ້ ການສະໜອງຊັບພະຍາກອນມະນຸດ ແລະ ງົບປະມານທີ່ຈໍາເປັນໃນຂັ້ນພື້ນຖານ ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດກົດໝາຍການສຶກສາ ມີ ປະສິດທິພາບ ແລະ ປະສິດທິຜົນ ຂຶ້ນຕື່ມ; ເນື່ອງຈາກວ່າ ກົດໝາຍວ່າດ້ວຍການສຶກສາ ທີ່ເປັນກົດໝາຍແມ່ ຈໍາເປັນຕ້ອງມີກົດໝາຍອື່ນ ໃນ ການຜັນຂະຫຍາຍ ເປັນຕົ້ນ ກົດໝາຍວ່າດ້ວຍອາຊີວະສຶກສາ, ກົດໝາຍວ່າດ້ວຍການສຶກສາຊັ້ນສູງ, ບັນດາ ດຳລັດ ຂອງຂະແໜງການສຶກສາທິການ ແລະ ກິລາ ແລະ ກຳລັງສ້າງກົດໝາຍວ່າດ້ວຍສາມັນສຶກສາ.
ຂໍ້ສະເໜີ ກ່ຽວກັບການປັບປຸງກົດໝາຍ ກົດໝາຍສະບັບດັ່ງກ່າວ, ໄດ້ຜ່ານຂະບວນການປັບປຸງ ຕາມກົດໝາຍວ່າດ້ວຍການສ້າງນິຕິກຳ ແລະ ຜ່ານກອງປະຊຸມລັດຖະບານ ໃນທ້າຍເດືອນ ສິງຫາ 2024. ປະຈຸບັນ ແມ່ນໄດ້ສະເໜີ (ຮ່າງ) ກົດໝາຍ ຫາ ສະພາແຫ່ງຊາດ ເພື່ອດໍາເນີນການເຂົ້າຜ່ານກອງປະຊຸມສະໄໝສາມັນ ເທື່ອທີ່ 8 ຊຸດທີ IX ສະພາແຫ່ງຊາດ ໃນ ທ້າຍປີ 2024. ກົດໝາຍ ວ່າດ້ວຍການສຶກສາ ສະບັບປີ 2015 ປະກອບມີ: 15 ພາກ 13 ໝວດ ແລະ 97 ມາດຕາ. ສໍາລັບ (ຮ່າງ) ກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງໃໝ່) ປະກອບມີ : 16 ພາກ 14 ໝ ວດ ແລະ 109 ມາດຕາ, ໃນນີ້ໄດ້ຕັດອອກ 1 ພາກ 6 ມາດຕາ; ຍ້າຍ 1 ພາກ, 1 ມາດຕາ, ປັບປຸງ 57 ມາດຕາ, ສ້າງໃໝ່ 2 ພາກ, 1 ໝວດ ແລະ 18 ມາດຕາ.