ແຕ່ງຕັ້ງໃໝ່ ຫົວໜ້າດ່ານ ຕມ ສາກົນນ້ຳໂສຍ ແລະ ດ່ານສາກົນ ປ່າຮ່າງ ແຂວງຫົວພັນ

0
187

ວັນທີ 20 ພະຈິກ 2024, ກອງບັນຊາການ ປກສ ແຂວງຫົວພັນ ໄດ້ປະກາດຂໍ້ຕົກລົງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຖອນ ແລະ ແຕ່ງຕັ້ງຫົວໜ້າດ່ານ ຕມ ສາກົນນ້ຳໂສຍ ແລະ ດ່ານສາກົນ ປ່າຮ່າງ ແຂວງຫົວພັນ.
ໃນພິທີ, ເຂົ້າຮ່ວມມີ ພົຈວ ແອນ ອຸ່ນອານົງນຸດ ຮອງຫົວໜ້າກົມໃຫ່ຍສັນຕິບານ, ພົຈວ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ພ້ອມດ້ວຍພະນັກງານຫຼັກແຫຼ່ງນາຍຕຳຫຼວດເຂົ້າຮ່ວມ.

May be an image of 4 people and text

ອີງຕາມຂໍ້ຕົກລົງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຖອນນາຍຕໍາຫຼວດທີ່ຂື້ນກັບກົມໃຫ່ຍສັນຕີບານ, ຂໍ້ຕົກລົງວ່າດ້ວຍການ ແຕ່ງຕັ້ງນາຍຕຳຫຼວດ ທີຂື້ນກັບກົມໃຫ່ຍສັນຕິບານ, ຂໍ້ຕົກລົງຂອງກົມໃຫຍ່ສັນຕິບານ ວ່າດ້ວຍການແຕ່ງຕັ້ງ ວິຊາການປະຈໍາຢູ່ດ່ານ ຕມ ສາກົນປ່າຮ່າງ ແລະ ຂໍ້ຕົກລົງຂອງ ປກສ ແຂວງຫົວພັນ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂື້ນກັບກອງບັນຊາການ ປກສ ແຂວງຫົວພັນ.

May be an image of 13 people and text

ໃນນີ້ ຖອນ ພັທ ໜູກອນ ແສງວິໄລພອນ ຈາກດ່ານ ຕມ ສາກົນນ້ຳໂສຍ ໄປຮັບໜ້າທີ່ໃໝ່ຢູ່ກົມຕຳຫຼວດກວດຄົນເຂົ້າອອກ-ເມືອງ, ແຕ່ງຕັ້ງ ພັທ ຄອນສະຫວັນ ມະລິນໂທ ເປັນຫົວໜ້າດ່ານ ຕມ ສາກົນນ້ຳໂສຍ ແຂວງຫົວພັນ, ແຕ່ງຕັ້ງ ພັຕ ໄຊສົມພອນ ວົງເຮືອງຄຳ ເປັນຫົວໜ້າດ່ານ ຕມ ສາກົນປ່າຮ່າງ ແຂວງຫົວພັນ, ແຕ່ງຕັ້ງ ຮອ ສັງຄົມ ທອງສົມສະນິດ ເປັນວິຊາການ ດ່ານ ຕມ ປ່າຮ່າງ, ແຕ່ງຕັ້ງ ພັຕ ສິນ ບຸນມີໄຊ ເປັນຮອງດ່ານ ຕມ ປ່າຮ່າງ, ພັຕ ຈັນຄຳ ພອນທະສຸກ ເປັນຮອງ ດ່ານ ຕມ ປ່າຮ່າງ, ຮອ ຄຳພັນ ສັງທອງ ເປັນຮອງດ່ານ ຕມ ປ່າຮ່າງ, ພັຕ ວອນສີ ນາມມະນີ ເປັນຫົວໜ້າໜ່ວຍງານຫ້ອງການ, ຮອ ພັນປະສິດ ອຸ່ນອານົງນຸດ ເປັນຮອງຫົວໜ້າໜ່ວຍງານ ຕມ, ຮອ ຈິດຕະກອນ ເປັນຫົວໜ້າໜ່ວຍງານຕິດຕາມເປົ້າໝາຍ ແລະ ສັງເກດການ, ຮອ ສຸລິຍາ ຈັນສຸລິ ເປັນຫົວໜ້າໜ່ວຍງານປະສານງານຄຸ້ມຄອງຂໍ້ມູນຂ່າວສານ ແລະ ເຕັກນິກ.

May be an image of 5 people and text
ຂ່າວ: ປກສ ແຂວງຫົວພັນ

LEAVE A REPLY

Please enter your comment!
Please enter your name here