ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 22 ພະຈິກ 2024 ໂດຍການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ; ທີຮ່ປະຊຸມ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ລາຍງານກ່ຽວກັບປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ້າຍ ສະບັບເລກທີ 50/ສພຊ, ລົງວັນທີ 21 ມິຖຸນາ 2018
ທ່ານ ນາງ ສວນສະຫວັນ ວິຍະເກດ ລາຍງານວ່າ: ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ້າຍ 6 ປີກວ່າ ຍັງເຫັນວ່າການໂຄສະນາດ້ວຍປ້າຍ ໃນຂອບເຂດທົ່ວປະເທດ ຍັງບໍ່ທັນສອດຄ່ອງກັບກົດໝາຍວ່າດ້ວຍປ້າຍ. ດັ່ງນັ້ນ, ເພື່ອການຄຸ້ມຄອງລັດ ຄຸ້ມຄອງສັງຄົມໃຫ້ມີປະສິດທິພາບປະສິດທິຜົນກວ່າເກົ່າ ແລະ ເພື່ອຄວາມລະບຽບຮຽບຮ້ອຍ ຄວາມປອດໄພ ແລະ ຄວາມສວຍສົດງົດງາມຂອງຕົວເມືອງ ຈິ່ງເຫັນໄດ້ຄວາມຈຳເປັນຕ້ອງປັບປຸງກົດໝາຍວ່າດ້ວຍປ້າຍ. ກົດໝາຍວ່າດ້ວຍປ້າຍ ສະບັບເລກທີ 50/ສພຊ, ລົງວັນທີ 21 ມິຖຸນາ 2018 ຍັງບໍ່ທັນມີການປັບປຸງຈັກຄັ້ງ. ກົດໝາຍວ່າດ້ວຍປ້າຍ ໄດ້ຖືກຈັດຕັ້ງໂຄສະນາເຜີຍແຜ່ດ້ວຍຫຼາຍຮູບການ ໂດຍສະເພາະພາຍຫຼັງປະກາດໃຊ້ ແມ່ນໄດ້ຈັດຕັ້ງໂຄສະນາເຜີຍແຜ່ໃຫ້ຜູ້ຮັບຜິດຊອບວຽກງານຄຸ້ມຄອງປ້າຍ, ຜູ້ດຳເນີນທຸລະກິດກ່ຽວກັບປ້າຍ, ຕະຫຼອດຮອດອົງການຈັດຕັ້ງພັກ-ລັດ ແລະ ພາກສ່ວນທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ.
ນອກຈາກນີ້, ຍັງໄດ້ຈັດພິມປຶ້ມກົດໝາຍ 2,000 ຫົວແຈກຢາຍບັນດາອົງການຄຸ້ມຄອງລັດ ທີ່ເຮັດວຽກງານປ້າຍ, ບັນດາກະຊວງ ແລະ ບັນດາຜູ້ປະກອບການວຽກງານປ້າຍໃນທົ່ວປະເທດ. ພ້ອມກັນນັ້ນ, ຍັງໄດ້ລົງໂຄສະນາ, ເຜີຍແຜ່ໃນໜ້າເວບໄຊ (Website) ຂອງກະຊວງ ຖວທ ເຫັນວ່າກົດໝາຍວ່າດ້ວຍປ້າຍ ໄດ້ຖືກຮັບຮູ້ນຳໃຊ້ໂດຍອົງການຄຸ້ມຄອງປ້າຍ, ຜູ້ປະກອບການທຸລະກິດປ້າຍ ແລະ ຜູ້ນຳໃຊ້ປ້າຍ ເພື່ອເປັນບ່ອນອີງຈັດຕັ້ງປະຕິບັດທາງດ້ານຫຼັກການ, ລະບຽບການ ແລະ ມາດຕາການໃນການຄຸ້ມຄອງ ຕິດຕາມກວດກາ ເຮັດໃຫ້ວຽກງານປ້າຍໃນຂອບເຂດທົ່ວປະເທດຫັນປ່ຽນດີຂຶ້ນ, ສາມາດແກ້ໄຂບາງບັນຫາທີ່ຍັງຄົງຄ້າງໄດ້ດີກວ່າເກົ່າ. ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ້າຍ ສະບັບເລກທີ 50/ສພຊ, ລົງວັນທີ 21 ມິຖຸນາ 2018 ແລະ ນິຕິກໍາໃຕ້ກົດໝາຍ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນເປັນບ່ອນອີງທາງດ້ານຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານປ້າຍໃນທົ່ວປະເທດ ມີຄວາມຊັດເຈນຂຶ້ນ, ຫັນປ່ຽນວຽກງານປ້າຍສູ່ຄວາມເປັນລະບົບລະບຽບຖືກຕ້ອງ ມີຄວາມເປັນເອກະພາບ, ມີປະສິດ ທິພາບ, ມີຄວາມປອດໄພຮຽບຮ້ອຍດີຂຶ້ນ; ຜູ້ປະກອບການທຸລະກິດປ້າຍຈໍານວນໜຶ່ງໄດ້ໃຫ້ຄວາມຮ່ວມມື ກັບເຈົ້າໜ້າທີ່ລົງກວດກາ ແລະ ແກ້ໄຂບັນຫາປ້າຍ, ຮັບຟັງ ແລະ ປະຕິບັດກົດໝາຍວ່າດ້ວຍປ້າຍ ແລະ ລະບຽບການທີ່ວາງອອກ; ມີການປະສານງານຂອງຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ້າຍ, ການຕິດຕາມກວດກາ ບັນຫາປ້າຍທີ່ບໍ່ຖືກຕ້ອງ ເຖິງຈະຊັກຊ້າ ແຕ່ກໍໄດ້ຮັບການແກ້ໄຂ; ໄດ້ຮັບການຮ່ວມມື ລາຍງານຈາກສະມາຄົມປ້າຍ ຊຶ່ງເປັນກຳລັງແຮງໃນການເຕົ້າໂຮມບັນດາຫົວໜ່ວຍທຸລະກິດ ໃນການຕິດຕາມ,ໂຄສະນາ ເຜີຍແຜ່ຊ່ວຍແນະນຳກ່ຽວກັບກົດໝາຍວ່າດ້ວຍປ້າຍໄດ້ໃນລະດັບດີຂື້ນຢ່າງຕໍ່ເນື່ອງ; ອົງການຄຸ້ມຄອງປ້າຍ ສາມາດກວດກາແກ້ໄຂບັນຫາປ້າຍໃນຂອບເຂດຄວາມຮັບຜິດຊອບຂອງຕົນໄດ້ເປັນຢ່າງດີ; ພົນລະເມືອງລາວ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ອາໄສ ຢູ່ ສປປ ລາວ ສາມາດຮັບຮູ້ຂໍ້ມູນຂ່າວສານສາລະຄວາມຮູ້ ຈາກການໂຄສະນາດ້ວຍປ້າຍຕ່າງໆ, ສາມາດສະແດງທັດສະນະຄຳເຫັນຕໍ່ເນື້ອໃນ, ຮູບແບບປ້າຍໄດ້ງາ່ຍ ແລະ ວ່ອງໄວ; ວຽກງານປ້າຍສາມາດສ້າງລາຍຮັບວິຊາການເຂົ້າງົບປະມານແຫ່ງລັດ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ໃຫ້ແກ່ປະເທດເຮົາໄດ້ຢ່າງຫຼວງຫຼາຍ.
ທ່ານ ນາງ ສວນສະຫວັນ ວິຍະເກດ ກ່າວຕື່ມວ່າ: ສໍາລັບທິດທາງແກ້ໄຂກົດໝາຍດັ່ງກ່າວນີ້, ຕ້ອງໄດ້ກຳນົດເນື້ອໃນຄໍາສັບເຂົ້າໃສ່ຕື່ມບາງມາດຕາ ທີ່ຍັງບໍ່ທັນຊັດເຈນ ເພື່ອເຮັດໃຫ້ຮັດກຸມ, ຄົບຖ້ວນ, ເຂົ້າໃຈງ່າຍໃນທາງການປະຕິບັດ ແລະ ມີຜົນສັກສິດ; ມາດຕາທີ່ມີຄວາມຈໍາເປັນຕ້ອງໄດ້ປັບປຸງທາງດ້ານເນື້ອໃນ ໃຫ້ສອດຄ່ອງກັບສະພາບຕົວຈິງມີ 4 ພາກ, 14 ມາດຕາ, ປະກອບດ້ວຍ: ພາກທີ III ເນື້ອໃນ, ສີພື້ນ ແລະ ສີຕົວໜັງສື ແລະ ຄວາມຮຸ່ງແຈ້ງ ຂອງປ້າຍມາດຕາ 16, 17 ແລະ 18; ພາກທີ IV ການດຳເນີນທຸລະກິດກ່ຽວກັບປ້າຍມາດຕາ 19,20,21 ແລະ 22, ພາກທີ V ການຂໍອະນຸຍາດອອກປ້າຍ, ຂະໜາດ, ການຕິດຕັ້ງ ແລະ ການກຳນົດເວລານຳໃຊ້ປ້າຍ ມາດຕາ 26, 27 ແລະ 28; ພາກທີ X ການຄຸ້ມ ແລະ ຄອງກວດກາ ວຽກງານປ້າຍ ໂດຍສະເພາະການແບ່ງຂັ້ນຄຸ້ມຄອງ, ມາດຕາ 45,46, 47ແລະ 52 ຂອງກົດໝາຍສະບັບປັດຈຸບັນ. ພ້ອມດຽວກັນນີ້, ຍັງຕ້ອງຕັດພາກທີ IX ການແກ້ໄຂຂໍ້ຂັດແຍ່ງມາດຕາ 38, 39, 40, 41, 42 ແລະ 43 ຊຶ່ງໄດ້ມີນິຕິກໍາສະເພາະແລ້ວ ແລະ ຕ້ອງເພີ່ມພາກ, ບັນດາມາດຕາ ກ່ຽວກັບສະມາຄົມພ້ອມເຂົ້າໃນກົດໝາຍວ່າດ້ວຍປ້າຍເຂົ້າໃໝ່ ເນື່ອງຈາກມີການຈັດຕັ້ງຂອງສະມາຄົມປ້າຍແລ້ວ. ນອກຈາກນີ້, ຍັງສັບຊ້ອນເນື້ອໃນພາກທີ VII ການປ່ຽນແປງ, ການໂຈະຊົ່ວຄາວ ແລະ ການຍົກເລີກທຸລະກິດ ກ່ຽວກັບປ້າຍ ໄປລວມເປັນເນື້ອໃນ ພາກທີ IV ຕາມແບບໂຄງປະກອບຂອງກົດໝາຍອື່ນ ທີ່ຖືກຮັບຮອງແລ້ວນັ້ນ ແລະ ເພີ່ມບັນດາມາດຕາອື່ນໃນພາກ, ໝວດ ທີ່ເຫັນວ່າມີຄວາມຈຳເປັນ.