ບໍລິສັດ ເບຍລາວ ຈຳກັດ ແລະ PTT Lao Co., Ltd ລົງນາມຮ່ວມມືກັນເພື່ອເສີມສ້າງຄວາມຫຼາກຫຼາຍ ແລະ ມອບປະສົບການສຸດພິເສດໃຫ້ກັບລູກຄ້າ 

0
235
ໃນວັນທີ 20 ພະຈິກ 2024 ບໍລິສັດ ເບຍລາວ ຈຳກັດ ຮ່ວມມືກັບ ບໍລິສັດ PTT Lao Co., Ltd ໄດ້ລົງນາມເຊັນສັນຍາຄູ່ຮ່ວມມືຍຸດທະສາດ ເພື່ອແນໃສ່ຊຸກຍູ້ການເຕີບໂຕທາງທຸລະກິດ ແລະ ເສີມຂະຫຍາຍຕະຫຼາດ.
ພິທີເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນທີ່ສໍານັກງານໃຫຍ່ຂອງ ບໍລິສັດ ເບຍລາວ ເຊິ່ງມີຜູ້ບໍລິຫານຂອງທັງສອງບໍລິສັດເຂົ້າຮ່ວມ ນຳໂດຍ ທ່ານ ເຮັນຣິກ ແອນເດີສັນ, ຜູ້ອຳນວຍການ ບໍລິສັດ ເບຍລາວ ຈຳກັດ ແລະ ຕ່າງໜ້າ ຄາເຟ່ ອາເມຊອນ ໂດຍ ທ່ານ ພິຣະເວດ ນະ ຣະນອງ ຜູ້ອໍານວຍການ PPT Lao Co., Ltd.
ທ່ານ ເຮັນຣິກ ແອນເດີສັນ ໄດ້ກ່າວວ່າໃນງານວ່າ: “ການຮ່ວມມືກັບ ຄາເຟ່ ອາເມຊອນ ທີ່ເປັນແຟນຊາຍຄາເຟທີ່ໃຫຍ່ ແລະ ເຕີບໂຕໄວທີ່ສຸດໃນລາວນີ້ ເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນຂອງພວກເຮົາໃນການສ້າງສັນ, ນຳເອົານະວັດຕະກໍາ ແລະ ສິ່ງທີ່ດີທີ່ສຸດ ໂດຍພວກເຮົາທັງສອງບໍລີສັດ ເບຍລາວ ແລະ ຄາເຟ່ ອາເມຊອນ ຕ່າງກໍ່ຂື້ນຊື່ເຖິງການມອບປະສົບການທີ່ພຣີມ້ຽມ ແລະ ມີຄຸນນະພາບໃຫ້ແກ່ລູກຄ້າຂອງພວກເຮົາຢູ່ສະເໝີ ເຊິ່ງນັບແຕ່ນີ້ເປັນຕົ້ນໄປ ຈະໄດ້ພົບກັບຜະລິດພັນທີ່ໄດ້ຮັບຄວາມນິຍົມຈາກ ບໍລິສັດ ເບຍລາວ ວ່າງຈຳໜ່າຍໃນຮ້ານຄາເຟ່ ອາເມຊອນ ເພື່ອເປັນການຍົກລະດັບ ແລະ ຕອນສະໜອງຄວາມຫຼາກຫຼາຍທາງດ້ານເຄື່ອງດື່ມໃຫ້ກັບຜູ້ບໍລິໂພກໃນຮ້ານຄ້າທີ່ໃຫ້ມີເອກະລັກແຫ່ງນີ້ ແລະ ພວກເຮົາມີຄວາມຍິນດີ ແລະ ຕື່ນເຕັ້ນເປັນຢ່າງຍິ່ງທີ່ຈະໄດ້ເຮັດວຽກຮ່ວມກັນກັບທີມການມືອາຊີບຢ່າງ ຄາເຟ່ ອາເມຊອນ ເພື່ອຮ່ວມກັນຂະຫຍາຍທຸລະກິດຢ່າງຢືນຍົງໄປພ້ອມໆກັນ.”
ທ່ານ ພິຣະເວດ ນະ ຣະນອງ ໄດ້ສະແດງຄວາມຮູ້ສຶກຕໍ່ການຮ່ວມມືໃນຄັ້ງນີ້ວ່າ: “ພວກເຮົາຕື່ນເຕັ້ນເປັນຢ່າງຍິ່ງທີ່ໄດ້ຮ່ວມມືກັບ ບໍລິສັດ ເບຍລາວ, ການຮ່ວມມືໃນຄັ້ງນີ້ບໍ່ພຽງແຕ່ຈະເສີມສ້າງຄວາມແຂງແກ່ນໃຫ້ກັບຜະລິດຕະພັນຂອງພວກເຮົາ ແຕ່ຍັງເປັນການຂະຫຍາຍການເຂົ້າເຖິງຕະຫຼາດໃນລາວໃຫ້ທົ່ວເຖີງກວ່າເກົ່າ. ພວກເຮົາທັງສອງບໍລິສັດພ້ອມແລ້ວທີ່ຈະສ້າງມາດຖານໃໝ່ໃນການມອບຄຸນນະພາບທີ່ດີ ແລະ ຄວາມເພິ່ງພໍໃຈໃຫ້ກັບລູກຄ້າຂອງພວກເຮົາ”
ນອກຈາກການເພີ່ມຜະລິດຕະພັນຂອງບໍລີສັດ ເບຍລາວ ເຂົ້າໄປໃນລາຍການ ຮ້ານຄາເຟ່ ອາເມຊອນ ທັງສອງຍັງຈະສຸມໃສ່ການສ້າງສັນເຄື່ອງດື່ມທີ່ມີນະວັດກໍາໃຫມ່ໆ, ການສົ່ງເສີມການຂາຍຮ່ວມກັນ ແລະ ການຮ່ວມມືໃນຄັ້ງນີ້ຄາດວ່າຈະຊ່ວຍຂັບເຄື່ອນການເຕີບໂຕ ແລະ ສ້າງໂອກາດໃຫມ່ໃຫ້ກັບທັງສອງບໍລິສັດ.
ພວກເຮົາທັງສອງບໍລິສັດ ມຸ້ງໝັ້ນທີ່ຈະມອບສິ່ງທີ່ດີທີ່ສຸດ ແລະ ພັດທະນາວົງການເຄື່ອງດື່ມ ແລະ ຮ້ານຄາເຟ່ໃນລາວ ໃຫ້ມີບາດກ້າວໃໝ່ຂອງການເຕີບໂຕໃນອະນາຄົດ.

LEAVE A REPLY

Please enter your comment!
Please enter your name here