ທະນາຄານພັດທະນາອາຊີ ລົງຕິດຕາມກວດກາການປະຕິບັດໂຄງການ ຄສກສ ທີ່ບ້ານໜອງສູງ ແລະ ບ້ານຫ້ວຍເສັດ

0
166

ການລົງຕິດຕາມກວດກາ ການຈັດຕັ້ງປະຕິບັດໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ( ຄສກສ ) ຂອງທີມງານທະນາຄານພັດທະນາອາຊີ ( ADB mission 2024 ) ຢູ່ບ້ານໜອງສູງ ແລະ ບ້ານຫ້ວຍເສັດ ເມືອງປາກຊ່ອງ ແຂວງຈໍາປາສັກ ມີຂຶ້ນໃນຕອນບ່າຍວັນທີ 17 ພະຈິກ 2024.

อาจเป็นรูปภาพของ 6 คน, ผักชาร์ด และ คะน้าฝรั่ง

ເຂົ້າຮ່ວມຂອງ ທ່ານ ຄໍາ ນີລະວົງ ວ່າການຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ, ທ່ານ ຄໍາປ້ອງ ວົງພະຈັນ ຫົວໜ້າໂຄງການ ຄສກສ ຂັ້ນສູນກາງ, ທ່ານ ເພັດສະໝອນ ຄໍາພູມີ ຫົວໜ້າໂຄງການ ຄສກສ ແຂວງຈໍາປາສັກ, ມີທ່ານ David Doolan ຕາງໜ້າຈາກທະນາຄານພັດທະນາອາຊີ ( ເອດີບີ ) ພ້ອມດ້ວຍຄະນະ, ມີປະທານກຸ່ມ ແລະ ສະມາຊິກກຸ່ມການຜະລິດກະສິກໍາເປັນສິນຄ້າຂອງສອງບ້ານເຂົ້າຮ່ວມ.

ທີມງານທະນາຄານພັດທະນາອາຊີ ໄດ້ລົງມາຕິດຕາມກວດກາຄັ້ງນີ້ ແມ່ນໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງກຸ່ມການຜະລິດພືດຜັກເປັນສິນຄ້າຂອງບ້ານຫ້ວຍເສັດ ແລະ ບ້ານໜອງສູງ ເຊິ່ງປັດຈຸບັນກຸ່ມການຜະລິດບ້ານໜອງສູງ ມີສະມາຊິກທັງໝົດ 43 ຄົນ ( ຍິງ 4 ຄົນ ) ມີເນື້ອທີ່ທໍາການຜະລິດ 127 ເຮັກຕາ ແລະ ກຸ່ມບ້ານຫ້ວຍເສັດ ມີສະມາຊິກກຸ່ມ 37 ຄອບຄົວ ມີເນື້ອທີ່ທໍາການຜະລິດ 77 ເຮັກຕາ.

อาจเป็นรูปภาพของ 1 คน, ผักชาร์ด และ คะน้าฝรั่ง

ກຸ່ມການຜະລິດທັງສອງບ້ານ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກ ເອດີບີ ເພື່ອສົ່ງເສີມເຂົ້າໃນການຜະລິດພືດຜັກເປັນສິນຄ້າ ຄື: ຜັກກາດຕີນໝີ, ຜັກກະລໍ່າປີ, ຜັກກາດຂາວຫໍ່, ໝາກເຂືອ, ໝາກສະເວີ່, ໝາກຖົ່ວກາແວ ແລະ ໃນການຊື້ – ຂາຍທາງກຸ່ມໄດ້ມີສັນຍາຊື້ – ຂາຍກັບບໍລິສັດທີ່ມີຄວາມຕ້ອງການສິນຄ້າ ແລະ ຂາຍທົ່ວໄປໃຫ້ກັບແມ່ຄ້າ.

ໂອກາດມາຕິດຕາມກວດກາທີມງານທະນາຄານພັດທະນາອາຊີ ກໍມີຄໍາເຫັນແລກປ່ຽນ ເພື່ອແນໃສ່ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນ ໄດ້ສືບຕໍ່ທໍາການຜະລິດພືດຜັກໃຫ້ໄດ້ຮັບຜົນສູງ ແລະ ຖືກຕ້ອງຕາມຮູບແບບທີ່ທາງໂຄງການກຳນົດ ຄື: ໂຄງການເນັ້ນໃສ່ການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ.

อาจเป็นรูปภาพของ 2 คน, คะน้าฝรั่ง, หุ่นไล่กา และ กลางแจ้ง

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ( ຄສກສ ) ເປັນໂຄງການໜຶ່ງທີ່ຈະຊ່ວຍສະໜັບສະໜູນການຈັດຕັ້ງປະຕິບັດແຜນຍຸດທະສາດກະສິກຳ ແລະ ປ່າໄມ້ ຮອດປີ 2025 ແລະ ວິໄສທັດ 2030 ໃຫ້ປາກົດຜົນເປັນຈິງ ເຊິ່ງໄດ້ຮັບການສະໜັບສະໜູນຈາກທະນາຄານພັດທະນາອາຊີ ໃນຮູບແບບການຊ່ວຍເຫຼືອລ້າ ມີເປົ້າໝາຍເພື່ອພັດທະນາວຽກງານດ້ານກະສິກຳ ເປັນຕົ້ນແມ່ນພື້ນຖານໂຄງລ່າງຮັບໃຊ້ການຜະລິດ, ຊຸກຍູ້ໃຫ້ການຜະລິດກະສິກຳທີ່ຫຼາກຫຼາຍຕອບສະໜອງໄດ້ຕາມຄວາມຕ້ອງການຂອງທ້ອງຕະຫຼາດ, ປັບປຸງພື້ນຖານໂຄງລ່າງດ້ານກະສິກຳໃຫ້ມີຄວາມທົນທານຕໍ່ສະພາບການປ່ຽນແປງທາງດ້ານດິນຟ້າອາກາດ.

LEAVE A REPLY

Please enter your comment!
Please enter your name here