ບັນດາການນຳເອເປັກ ( APEC ) ໄດ້ຮັບຮູ້ບັນດາການປ່ຽນແປງໃຫຍ່ຫຼວງ ສົ່ງຜົນກະທົບຕໍ່ບັນດາຂົງເຂດການຄ້າ, ການລົງທຶນ, ສິ່ງແວດລ້ອມ, ການຄ້ຳປະກັນສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ.
ວັນທີ 17 ພະຈິກ, ການນຳບັນດາພື້ນຖານເສດຖະກິດສະມາຊິກເວທີປາໄສການຮ່ວມມືເສດຖະກິດ ອາຊີ – ປາຊີຟິກ ຫຼື ເອເປັກ ( APEC ) ໄດ້ອອກຖະແຫຼງການຮ່ວມ ໂດຍຮຽກຮ້ອງການຮ່ວມມືຫຼາຍຝ່າຍຢ່າງມີປະສິດທິຜົນ ເພື່ອຮັບມືກັບບັນດາສິ່ງທ້າທາຍໃນບັນດາຂົງເຂດການຄ້າ, ການລົງທຶນ, ສິ່ງແວດລ້ອມ, ການຄ້ຳປະກັນສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ.
ຕາມຖະແຫຼງການ Machu Picchu ທີ່ໄດ້ຍົກອອກມາ ພາຍຫຼັງກອງປະຊຸມສຸດຍອດ APEC ຄັ້ງທີ 31 ຢູ່ລິມາ ປະເທດເປຣູ ບັນດາການນຳ APEC ໄດ້ຮັບຮູ້ບັນດາການປ່ຽນແປງໃຫຍ່ ຫຼວງ ສົ່ງຜົນກະທົບຕໍ່ບັນດາຂົງເຂດການຄ້າ, ການລົງທຶນ, ສິ່ງແວດລ້ອມ, ການຄ້ຳປະກັນສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ.
ບັນດາການນຳ APEC ໄດ້ຢ້ຳຄືນຄຳໝັ້ນສັນຍາຊຸກຍູ້ການເຊື່ອມໂຍງເສດຖະກິດຢູ່ອາຊີ – ປາຊີຟິກ ກໍຄືສືບຕໍ່ປັບປຸງສະພາບແວດລ້ອມການຄ້າ ແລະ ການລົງທຶນຢູ່ພາກພື້ນ ເພື່ອຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ ເພື່ອສົ່ງເສີມແຜນການນີ້, ບັນດາການນຳ APEC ໄດ້ຮັບຮອງເອົາ “ ຖະແຫຼງການ Ichma ກ່ຽວກັບໂສມໜ້າໃໝ່ຂອງເຂດການຄ້າເສລີ ” ໃນໂຄງການດຳເນີນງານ ອາຊີ – ປາຊີຟິກ.