ຂ່າວສານຫວຽດນາມ ລາຍງານວ່າ: ເຖິງວ່າຈະໄດ້ຮັບຜົນກະທົບຢ່າງໃຫຍ່ຫຼວງຈາກຕະຫຼາດເຂົ້າໂລກກໍຕາມ, ແຕ່ກໍມີສັນຍານດີຫຼາຍຢ່າງສະແດງໃຫ້ເຫັນວ່າການສົ່ງອອກເຂົ້າສານຂອງ ຫວຽດນາມ ໃນປີ 2024 ຈະສືບຕໍ່ສ້າງບາດກ້າວໃໝ່.
ບັນດາຜູ້ຊ່ຽວຊານກ່າວວ່າ: ດ້ວຍຈັງຫວະການສົ່ງອອກໃນ 10 ເດືອນຜ່ານມາ ແລະ ກຳລັງການຜະລິດພາຍໃນປະເທດ, ການສົ່ງອອກເຂົ້າສານໃນປີນີ້ ຈະບັນລຸ 8 ລ້ານກວ່າໂຕນ, ລື່ນກາຍສະຖິຕິຂອງປີ 2023.
ທ່ານ ໂດຮ່ານາມ ຮອງປະທານສະມາຄົມອາຫານ ຫວຽດນາມ ປະທານສະພາບໍລິຫານ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Intimex ກ່າວວ່າ: ປີ 2024 ຈະເປັນປີທີ່ ຫວຽດນາມ ມີວົງເງິນສົ່ງອອກເຂົ້າສານ ຫຼາຍກວ່າ 8 ລ້ານໂຕນ, ຍອດມູນຄ່າດັ່ງກ່າວຍັງຈະບັນລຸສູງກວ່າ 5 ຕື້ໂດລາ ເຊິ່ງສູງທີ່ສຸດເທົ່າທີ່ເຄີຍມີມາ.
ນອກຈາກນັ້ນ, ລາຄາເຂົ້າສານສົ່ງອອກສະເລ່ຍແລ້ວ ຍັງຈະຂຶ້ນສູ່ລະດັບສູງສຸດ 600 ໂດລາຕໍ່ໂຕນ. ສິ່ງດັ່ງກ່າວຊ່ວຍໃຫ້ລາຄາເຂົ້າໃນຕະຫຼາດພາຍໃນປະເທດຢູ່ໃນລະດັບສູງ ແລະ ຄົງຕົວ.
ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ວົງເງິນສົ່ງອອກເຂົ້າສານໃນ 10 ເດືອນຕົ້ນປີ 2024 ຈະບັນລຸເກືອບ 7,8 ລ້ານໂຕນ ດ້ວຍມູນຄ່າການຄ້າ 4,86 ຕື້ໂດລາ ເພີ່ມຂຶ້ນ 10,2% ໃນດ້ານປະລິມານ ແລະ ເພີ່ມຂຶ້ນ 23,4% ໃນດ້ານມູນຄ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ລາຄາເຂົ້າສານສົ່ງອອກ ສະເລ່ຍໃນ 10 ເດືອນ ບັນລຸກວ່າ 626 ໂດລາຕໍ່ໂຕນ ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນ.