ຍີ່ປຸ່ນ ຂາດດຸນການຄ້າ 4 ເດືອນຕິດ ຈາກເງິນເຢນອ່ອນຄ່າ ຕົ້ນທຶນພະລັງງານແພງ ຍູ້ໜູນຕົ້ນທຶນການນຳເຂົ້າເພີ່ມຂຶ້ນ ເຖິງວ່າຍອດສົ່ງອອກໃນເດືອນຕຸລາ ຈະເພີ່ມຂຶ້ນ 3,1% ກໍຕາມ.
ກະຊວງການເງິນຍີ່ປຸ່ນ ເປີດເຜີຍຕົວເລກຫຼ້າສຸດວ່າ: ການຂາດດຸນການຄ້າ ໃນເດືອນຕຸລາຢູ່ທີ່ 461 ຕື້ເຢນ ເຊິ່ງສູງກວ່າທີ່ຄາດການໄວ້ ທີ່ຄາດວ່າຈະຫຼຸດລົງ 0,3% ແລະ ຄາດວ່າຈະຂາດດຸນ 360 ຕື້ເຢນ ສະທ້ອນໃຫ້ເຫັນເຖິງ ຄວາມບອບບາງຂອງເສດຖະກິດຍີ່ປຸ່ນ ທີ່ກຳລັງປະເຊີນກັບແຮງກົດດັນຈາກປັດໄຈພາຍນອກຫຼາຍປະການ.

ເຖິງວ່າຍອດສົ່ງອອກໃນເດືອນຕຸລາ ຈະເພີ່ມຂຶ້ນ 3,1% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ ໂດຍໄດ້ຮັບແຮງຍູ້ຈາກ ຄວາມຕ້ອງການອຸປະກອນຊິບທີ່ຟື້ນຕົວໃນຈີນ.
ດ້ານຄ່າເງິນເຢນ ອ່ອນຄ່າລົງຢູ່ໃນລະດັບ 155 ເຢນຕໍ່ໂດລາສະຫະລັດ ເຊິ່ງຖືເປັນອີກໜຶ່ງຄວາມກັງວົນຂອງຍີ່ປຸ່ນ. ນອກນັ້ນພາວະເງິນເຟີ້ທີ່ສູງ ແລະ ລາຄາພະລັງງານທີ່ເພີ່ມຂຶ້ນທົ່ວໂລກ ສົ່ງຜົນກະທົບຕໍ່ຕົ້ນທຶນການຜະລິດ ແລະ ການນຳເຂົ້າຂອງ ຍີ່ປຸ່ນ ຢ່າງໜັກ.