ການເຂົ້າຮຽນໃໝ່ ສົກຮຽນ 2023-2024 ຫຼຸດລົງຫຼາຍທີ່ສຸດ ສະພາແຫ່ງຊາດ ຮຽກຮ້ອງໃຫ້ເອົາໃຈໃສ່ແກ້ໄຂຫຼາຍຂໍ້

0
315

ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການການວັດທະນາທໍາ-ສັງຄົມ, ຕາງຫນ້າຄະນະປະຈໍາສະພາແຫ່ງຊາດ ມີຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນແລງວັນທີ 21 ພະຈິກ 2024 ວ່າ:

ການເຂົ້າຮຽນໃໝ່ໃນ ສົກຮຽນ 2023-2024 ເມື່ອສົມທຽບໃສ່ສົກຮຽນຜ່ານມາ 2022-2023 ເຫັນວ່າ: ອັດຕາການ ປະລະການຮຽນ-ການສອນ ເພີ່ມຂຶ້ນ ແລະ ການເຂົ້າຮຽນໃໝ່ຫຼຸດລົງ ທຸກຊັ້ນ-ທຸກສາຍ ຮຽນລະດັບສູງເທົ່າໃດ ຍິ່ງມີຈໍານວນຫຼຸດລົງຫຼາຍ ແລະ ຈໍານວນຂອງຄູ ກໍຫຼຸດລົງ ຢ່າງໜ້າເປັນຫ່ວງ ເຊັ່ນ: ການສຶກສາທັງພາກລັດ ແລະ ພາກເອກະຊົນ: ຂັ້ນປະຖົມສຶກສາ ນັກຮຽນທັງໝົດ 740.084 ນ້ອງ, ທຽບໃສ່ສົກຮຽນຜ່ານມາ ຫຼຸດລົງ 1.892 ນ້ອງ, ຈໍານວນຄູ ຫຼຸດລົງ 590 ຄົນ; ຂັ້ນມັດທະຍົມຕອນຕົ້ນ ນັກຮຽນທັງໝົດ 380.177 ນ້ອງ, ທຽບໃສ່ສົກຮຽນຜ່ານມາ ຫຼຸດລົງ 7.842 ນ້ອງ; ຂັ້ນມັດທະຍົມຕອນປາຍ ນັກຮຽນທັງໝົດ 153.147 ນ້ອງ, ທຽບໃສ່ສົກຮຽນຜ່ານມາ ຫຼຸດລົງ 14.376 ນ້ອງ, ຈໍານວນຄູ ຫຼຸດລົງ 826 ຄົນ; ໃນລະດັບວິທະຍາໄລ ແລະ ມະຫາວິທະຍາໄລໃນຂອບເຂດທົ່ວປະເທດ ປະກາດຮັບສະໝັກນັກສຶກສາ ຈໍານວນທັງໝົດ 10.664 ຄົນ, ມີຜູ້ມາລົງທະບຽນ ພຽງ 3.680 ຄົນ; ການຈັດລະດັບ ໃນປີ 2024 ສປປ ລາວ ຢູ່ໃນລໍາດັບ 8 ຂອງ 9 ປະເທດ ໃນອາຊຽນ, ລໍາດັບ 93 ຂອງ 125 ປະເທດໃນໂລກ (ການວັດລະດັບຄວາມສະຫຼາດຈາກອົງການຈັດຕັ້ງສາກົນ) ເຖິງວ່າລັດຖະບານໄດ້ ກໍານົດ ນະໂຍບາຍ ແລະ ມາດຕະການແກ້ໄຂການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມການເຂົ້າຮຽນວິຊາຊີບ ຢ່າງລະອຽດຈະແຈ້ງ ໂດຍສະເພາະໃນມະຕິຕົກລົງ ເລກທີ 09/ລບ, ລັງວັນທີ 17 ກໍລະກົດ 2023 ແຕ່ການຈັດຕັ້ງຜັນຂະຫຍາຍ ຍັງຊັກຊ້າ ບໍ່ທັນທົ່ວເຖິງ ຈຶ່ງເຮັດໃຫ້ນະໂຍບາຍ ແລະ ມາດຕະການແກ້ໄຂ ບໍ່ທັນໄດ້ດີ ເທົ່າທີ່ຄວນ;
– ງົບປະມານພັດທະນາວຽກງານການສຶກສາ ແລະ ກິລາ ຍັງຕໍ່າຫຼາຍ ແລະ ການແບ່ງງົບປະມານປະຈໍາປີ ປະຕິບັດໄດ້ພຽງປະມານ 12%, ບໍ່ໄດ້ຕາມທີ່ກົດໝາຍກໍານົດໄວ້ 18% ຈຶ່ງເຮັດໃຫ້ການພັດທະນາພື້ນຖານໂຄງລ່າງທາງດ້ານການສຶກສາ ແລະ ເງິນບໍລິຫານໂຮງຮຽນ ພົບຄວາມຫຍຸ້ງຍາກ.

1. ຕໍ່ກັບຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ ຈິ່ງສະເໜີດັ່ງນີ້
1) ສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ການເມືອງແນວຄິດ ໃຫ້ຄູ-ອາຈານ ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຈັນຍາບັນ, ຈັນຍາທຳ, ມີຄວາມຮັກຊາດ, ມີຄວາມອົດທົນສູງກວ່າເກົ່າ;
2) ປັບປຸງ ແລະ ສ້າງໃໝ່ ກົດໝາຍ ແລະນິຕິກໍາໃຕ້ກົດໝາຍ ທີ່ເຫັນວ່າມີຄວາມຈໍາເປັນ;
3) ສຸມໃສ່ສ້າງ ແລະ ປັບປຸງຫຼັກສູດການຮຽນ-ການສອນ ໃນສາຍສາມັນສຶກສາ ແລະ ສາມັນວິຊາຊີບ ພ້ອມນີ້ ກໍໃຫ້ສຶກສາຄົ້ນຄວ້າ ຄືນຫຼັກສູດເກົ່າທີ່ຍັງເຫັນວ່າດີມີປະໂຫຍດ, ຮຽນແລ້ວນັກຮຽນເຂົ້າໃຈ ກໍໃຫ້ນໍາມາໃຊ້ຄືນໃໝ່;
4) ເພື່ອແກ້ໄຂບັນຫາທີ່ນັກຮຽນ ຢູ່ເຂດຊົນນະບົດ ຈໍານວນໜຶ່ງ ທີ່ຈົບ ປ.5 ແລ້ວຍັງບໍ່ສາມາດອ່ານອອກ ຂຽນເປັນ ແລະ ໄລ່ເລກ 4 ປະການບໍ່ໄດ້ນັ້ນ, ຜູ້ແທນສະເໜີຫຼາຍ ຢາກໃຫ້ປັບປຸງໄລຍະເວລາ ເປັນ 12 ປີ ແຕ່ເປັນລະບົບ 6+3+3;
5) ປັບປຸງກົນໄກປະສານງານ ແລະ ວິທີເຮັດວຽກຂອງຄະນະພັດທະນາການສຶກສາຂັ້ນບ້ານ ເພື່ອຮັບປະກັນການຄຸ້ມຄອງ ການນໍາໃຊ້ເງິນປະກອບສ່ວນຂອງພໍ່ແມ່ນັກຮຽນ ແລະ ຊຸມຊົນ ໃຫ້ມີປະສິດທິຜົນສູງ;
6) ເປັນເຈົ້າການສຶກສາອົບຮົມໃຫ້ນັກຮຽນ ນັກສຶກສາ ເຫັນໄດ້ຄວາມສໍາຄັນຂອງວຽກງານການສຶກສາ ເພື່ອເຮັດໃຫ້ອັດຕາການປະລະການຮຽນຫຼຸດລົງ ແລະ ຂະຫຍາຍໂອກາດການເຂົ້າຮຽນ ໃໝ່ໃນທຸກຊັ້ນທຸກສາຍໃຫ້ນັບມື້ເພີ່ມຂຶ້ນ; ກວດກາຄືນ ແລະ ຊອກວິທີແກ້ໄຂບັນຫາ ທີ່ບາງບ້ານມີໂຮງຮຽນ ແຕ່ບໍ່ມີຄູ, ບາງບ້ານມີຄູແຕ່ມີນັກຮຽນໜ້ອຍ;
7) ສູ້ຊົນຂະຫຍາຍ ໂຄງການອາຫານທ່ຽງໃນໂຮງຮຽນໃຫ້ເພີ່ມຂຶ້ນ ແລະ ຄົ້ນຄວ້າພິຈາລະນາ ເພີ່ມເງິນ ຈາກ 1.000 ກີບຕໍ່ຄົນ ຕໍ່ຄາບ ຂຶ້ນຕື່ມຕາມຄວາມເໝາະສົມ ເພື່ອໃຫ້ເດັກໄດ້ຮັບໂພຊະນາການດີຂຶ້ນ;
8) ສູ້ຊົນພັດທະນາ ແລະ ປັບປຸງ ພື້ນຖານໂຄງການທາງດ້ານການສຶກສາ, ສ້າງຫໍພັກ, ຫ້ອງຮຽນ, ຫ້ອງອ່ານ, ສະໜອງປຶ້ມຕໍາລາ ວັດຖູປະກອນການຮຽນ-ການສອນ, ອຸປະກອນການກິລາ, ສິລະປະ, ມີກິດຈະກໍາສໍາລັບໄວໜຸ່ມ ແລະ ສ້າງເງື່ອນໄຂສະພາບແວດລ້ອມ ຂອງໂຮງຮຽນໃຫ້ເປັນສິ່ງດຶງດູດ ໃຫ້ນັກຮຽນຢາກໄປໂຮງຮຽນ ໃຫ້ມີການຂະຫຍາຍຕົວຕໍ່ເນື່ອງ;
9) ສູ້ຊົນແກ້ໄຂງົບປະມານເຂົ້າໃນວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ໄດ້ຕາມກົດໝາຍກໍານົດໄວ້;
10) ສືບຕໍ່ ເພີ່ມທະວີຄວາມເປັນເຈົ້າ ໃນການປະສານສົມທົບກັນ ເພື່ອຈັດຕັ້ງຜັນຂະຫຍາຍ ມະຕິຕົກລົງ ເລກທີ 09/ລບ, ລົງວັນທີ 17 ກໍລະກົດ 2023 ຕາມ 5 ນະໂຍບາຍ ແລະ 10 ມາດຕະການແກ້ໄຂການຂາດ ແຄນຄູສອນ; 3 ນະໂຍບາຍ ແລະ 12 ມາດຕະການ ແກ້ໄຂການປະລະການຮຽນຂອງນັກຮຽນ ແລະ ການສົ່ງ ເສີມການເຂົ້າຮຽນວິຊາຊີບ ໃຫ້ທົ່ວເຖິງ ແລະ ເປັນຮູບປະທໍາຕົວຈິງໃຫ້ຫຼາຍຂຶ້ນ.
2. ຕໍ່ກັບຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ
ສະເໜີໃຫ້ລັດຖະບານ ກໍຄື ຄະນະກໍາມາທິການແຫ່ງຊາດ ເພື່ອການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ສືບຕໍ່ສຸມໃສ່ ຈັດຕັ້ງປະຕິບັດຍຸທະສາດການພັດທະນາ ໃນໄລຍະທ້າຍ ທີ່ໄດ້ກໍານົດຮອດປີ 2025 ດັ່ງນີ້:
1) ສືບຕໍ່ສະຫຼຸບ ຕີລາຄາ ສະພາບການຈັດຕັ້ງປະຕິບັດຍຸດທະສາດການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ຕາມທີ່ກໍານົດໄວ້ ໃຫ້ເຫັນແຈ້ງ ດ້ານດີ ຜົນສໍາເລັດ, ສາເຫດຕົ້ນຕໍ ແລະ ທິດທາງແຜນພັດທະນາຊັບພະຍາກອນມະນຸດໃນຕໍ່ໜ້າ ໃຫ້ມີຄວາມສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແຕ່ລະໄລຍະ, ເພື່ອເປັນພື້ນຖານທີ່ໜັກແໜ້ນໃຫ້ແກ່ ການກະກຽມຫັນປະເທດອອກຈາກສະຖານະພາບທຸກຍາກ ແລະ ດ້ອຍພັດທະນາ ໃນເວລາອັນໃກ້ນີ້ ທັງເປັນການສູ້ຊົນ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃນປີ 2030;
2) ສ້າງຄົນລາວໃຫ້ເປັນພົນລະເມືອງດີ, ມີຄຸນສົມບັດ, ມີຄວາມຮູ້, ມີຄວາມສາມາດ, ມີວິຊາຊີບ, ມີຄວາມຊຳນານງານ ໃນຫຼາກຫຼາຍສາຂາອາຊີບຕາມຄວາມຕ້ອງການຂອງຕະຫຼາດແຮງງານ ເພື່ອຕອບສະໜອງຄວາມຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດໃນໄລຍະໃໝ່, ສາມາດເຊື່ອມໂຍງ ແລະ ແຂ່ງຂັນກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ;
3) ສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ເອື້ອອໍານວຍ ໃຫ້ແກ່ການພັດທະນາຊັບພະຍາກອນມະນຸດ ດ້ວຍການສືບຕໍ່ກໍ່ສ້າງ, ປັບປຸງພື້ນຖານໂຄງລ່າງ ໃຫ້ທົ່ວສັງຄົມສາມາດເຂົ້າເຖິງການບໍລິການ ທາງດ້ານການສຶກສາ, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການສັງຄົມ ຢ່າງທົ່ວເຖິງ; ກໍ່ສ້າງ ບໍາລຸງ ຄູ, ແພດໝໍ, ນາຍຊ່າງທີ່ມີສີມືແຮງງານ, ປູກຝັງລ້ຽງສັດ ໃຫ້ມີຄວາມຮູ້ ຄວາມສາມາດ ເພື່ອສ້າງຄວາມເຊື່ອໝັ້ນ ໃຫ້ແກ່ຜູ້ປະ ກອບການ ກໍຄື ສັງຄົມ ເທື່ອລະກ້າວ;
4) ສະເໜີ ໃຫ້ລັດຖະບານ ສືບຕໍ່ຄົ້ນຄວ້າ ປະຕິບັດນະໂຍບາຍ ເພີ່ມເງິນເດືອນ ຫຼື ເງິນຄ່າຄອງຊີບ ໃຫ້ແກ່ພະນັກງານ-ລັດຖະກອນ ແລະ ປັບປຸງຄ່າແຮງງານຂັ້ນຕໍ່າ ໃຫ້ສາມາດກຸ້ມກິນ ຈຶ່ງຈະສາມາດດຶງດູດໃຫ້ມີຄົນມາເຂົ້າຮຽນ ແລະ ຫຼຸດຜ່ອນການປະລະການຮຽນ ໄປອອກແຮງງານຢູ່ຕ່າງປະເທດ.
ທັງໝົດທີ່ໄດ້ສະເໜີຜ່ານໄປນັ້ນ ແມ່ນບາງທັດສະນະຂອງຄະນະປະຈຳສະພາແຫ່ງຊາດ ເພື່ອສະເໜີໃຫ້ລັດຖະບານ ນຳໄປຄົ້ນຄວ້າພິຈາລະນາ ແລະ ມີມາດຕະການຈັດຕັ້ງປະຕິບັດຢ່າງໝາະສົມ.

LEAVE A REPLY

Please enter your comment!
Please enter your name here