ໃນວັນທີ 20 ພະຈິກ 2024 ຢູ່ທີ່ລັດວິສາຫະກິດສະບຽງອາຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງໜ່ວຍພັກລັດວິສາຫະກິດສະບຽງອາຫານ ນະຄອນຫຼວງວຽງຈັນ
ເຊີ່ງເປັນ 1 ໃນ 10 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ, ກອງປະຊຸມໃຫ່ຍໄດ້ຮັບກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ນາງ ວັນມະນີ ພິມມະສານ, ກຳມະການພັກ, ເລຂາຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະການຄ້າ ນະຄອນຫລວງວຽງຈັນ, ມີແຂກເຂົ້າຮ່ວມຈາກຄະນະນໍາ, ຄະນະຮັບຜິດຊອບຂັ້ນພະແນກ, ຄະນະພັກຮາກຖານ, ເລຂາໜ່ວຍພັກຂຶ້ນກັບ ຄະນະພັກຮາກຖານ ບັນດາສະຫາຍຜູ້ແທນກອງປະຊຸມ ແລະ ຊື່ມ່ວນຊົນເຂົ້າຮ່ວມ
ກອງປະຊຸມໄດ້ດໍາເນີນດ້ວຍຄວາມຮັບຜິດຊອບສູງ ໄດ້ຄົ້ນຄວ້າ ແລະຮັບຮອງບົດລາຍງານການເມືອງແລະແຜນພັດທະນາ ພ້ອມທັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ແລະ ໄດ້ຮັບຮອງເອົາ
ສະຫາຍ ຄຳຫຼ້າ ແສງດາວົງ ເປັນເລຂາໜ່ວຍພັກ, ສະຫາຍ ດ່າຍ ສີຫາລາດ ເປັນຮອງເລຂາໜ່ວຍພັກ, ສະຫາຍ ພຸດທະສິດ ສີສຸວົງ ເປັນຄະນະກຳມະການ ແລະ ເປັນຜູ້ກວດກາໜ່ວຍພັກ. ກອງປະຊຸມໄດ້ຮັບຝັງການຊີ້ນໍາຈາກ ສະຫາຍ ນາງ ວັນມະນີ ພິມມະສານ, ກຳມະການພັກ, ເລຂາຄະນະພັກຮາກຖານ ພະແນກອຸດສາຫະກຳ ແລະການຄ້າ ນະຄອນຫລວງວຽງຈັນ ເພື່ອນໍາໄປຈັດຕັ້ງປະຕິບັດ.