ຫຼາຍຂໍ້ຄົງຄ້າງ ທີ່ລັດຖະບານຕ້ອງໄດ້ເອົາໃຈໃສ່ແກ້ໄຂ ໃນການຈັດຕັ້ງປະຕິບັດວຽກງານ 3 ສ້າງ

0
153

ທ່ານ ຄໍາຈັນ ໂສຕາປະເສີດ ປະທານກໍາມາທິການບັນດາເຜົ່າ, ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຂຶ້ນປະກອບຄໍາເຫັນຕໍ່ ບົດລາຍງານລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕາມມະຕິກອງປະຊຸມສະພາເເຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 28 ມັງກອນ 2016 ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 21 ພະຈິກ 2024 ວ່າ: ຄຽງຄູ່ກັນນັ້ນ ຜ່ານການຕິດຕາມກວດກາ ຍັງເຫັນບາງຂໍ້ຄົງຄ້າງ ທີ່ລັດຖະບານຕ້ອງໄດ້ເອົາໃຈໃສ່ ແກ້ໄຂ ດັ່ງນີ້:

1) ນິຕິກຳ, ຄໍາແນະນໍາໃນການຈັດຕັ້ງປະຕິບັດຂອງບາງກະຊວງ, ອົງການຂັ້ນສູນກາງ ໃນການແບ່ງ ຂັ້ນຄຸ້ມຄອງ ກຳນົດຍັງມີລັກສະນະກວມລວມ ບໍ່ລະອຽດ, ຈະແຈ້ງ;
2) ການຊີ້ນໍາ, ຕິດຕາມກວດກາ, ປະເມີນຜົນການຈັດຕັ້ງປະຕິບັດນິຕິກຳທີ່ມີຢູ່ ແລ້ວຍັງຊັກຊ້າ, ບໍ່ເລີກເຊິ່ງ ແລະ ແທດເຖິງ ໂດຍສະເພາະ ການແບ່ງຂັ້ນຄຸ້ມຄອງດ້ານວຽກງານໂຄງການ, ດ້ານງົບປະມານ, ດ້ານພະນັກງານ ແລະ ເຕັກນິກວິຊາການ ບໍ່ຂາດຕົວ ຍ້ອນເຫດຜົນ ຍັງບໍ່ມີຄວາມເຊື່ອໝັ້ນໃນຄວາມ ສາມາດຂອງພະນັກງານໃນຂະແໜງການຂອງຕົນຢູ່ຂັ້ນທ້ອງຖິ່ນ;
3) ການແບ່ງຜົນປະໂຫຍດຂອງບາງຂະແໜງການຂັ້ນສູນກາງໃຫ້ທ້ອງຖິ່ນ ຍັງບໍ່ທັນສອດຄ່ອງ ແລະ ຕອບສະໜອງຄວາມ ຕ້ອງການທີ່ຈຳເປັນຂອງທ້ອງຖິ່ນ ໃນການເຄື່ອນໄຫວວຽກງານ;
4) ບາງກະຊວງ, ອົງການຂັ້ນສູນກາງ ຍັງບໍ່ທັນເປັນເຈົ້າການໃນການນໍາພາ-ຊີ້ນໍາ ຂະແໜງການສາຍ ຕັ້ງທີ່ຂື້ນກັບຕົນຢູ່ ຂັ້ນທ້ອງຖິ່ນ ເປັນຕົ້ນແມ່ນ ການເກັບກຳຂໍ້ມູນ ການອະນຸມັດຂອງທ້ອງຖິ່ນກ່ຽວກັບ ການສໍາຫຼວດ ແລະ ສຳປະທານຂຸດຄົ້ນແຮ່ທາດ, ການຄຸ້ມຄອງໂຄງການລົງທຶນຂອງລັດ ທີ່ຂັ້ນແຂວງ ແລະ ເມືອງ ຈັດຕັ້ງປະຕິບັດ, ມີການເຄື່ອນໄຫວວຽກງານເກີນສິດ ແລະ ໜ້າທີ່ ທີ່ກົດໝາຍກຳນົດ ແລະ ປະກົດ ການຫຍໍ້ທໍ້ອື່ນໆ;

ຂ. ຂັ້ນແຂວງ
1) ການແບ່ງຂັ້ນຄຸ້ມຄອງຂອງຂະແໜງການຈໍານວນໜຶ່ງລະຫວ່າງ ແຂວງ ກັບ ເມືອງ ຍັງບໍ່ທັນ ລະອຽດຈະແຈ້ງ;
2) ການຈັດຕັ້ງປະຕິບັດວຽກງານຂອງບາງທ້ອງຖິ່ນບໍ່ທັນສອດຄ່ອງຕາມການມອບໝາຍຂອງສູນ ກາງ, ຍັງມີການສວຍໃຊ້ຊ່ອງວ່າງຂອງກົດໝາຍ ຫຼື ນິຕິກຳ ເພື່ອຈັດ ຕັ້ງປະບັດໂຄງການ ແລະ ອື່ນໆ;
3) ການເຜີຍແຜ່, ເຊື່ອມຊຶມ ແລະ ການຜັນຂະຫຍາຍມະຕິ, ຄໍາສັ່ງ ກ່ຽວກັບວຽກງານ 3 ສ້າງ ຍັງບໍ່ ທັນເລີກເຊິ່ງ, ກວ້າງຂວາງ ແລະ ທົ່ວເຖິງ, ການກຳນົດເປັນແຜນການ, ເປັນໂຄງການ, ເປັນແຜນງານ ຫຼາຍ ພາກສ່ວນຍັງບໍ່ທັນ ຜັນຂະຫຍາຍອອກເປັນອັນລະອຽດສະເພາະໃນແຕ່ລະດ້ານ ແລະ ສອດຄ່ອງກັບ ສະພາບຈຸດພິເສດຂອງທ້ອງຖິ່ນ ເທົ່າທີ່ຄວນ; 4) ການສະຫຼຸບປະເມີນຜົນວຽກງານ 03 ສ້າງ ບາງຂະແໜງການຂັ້ນແຂວງ, ເມືອງ, ນະຄອນ ຍັງເຮັດແບບບົດສະຫຼຸບປະຈຳປີ, ການສະຫຼຸບບໍ່ໄປຕາມຕົວຊີ້ບອກທີ່ກ່ຽວຂ້ອງກັບຂະແໜງການຕົນ ເຮັດໃຫ້ການປະເມີນຜົນວຽກງານ 03 ສ້າງ ຍັງບໍ່ຈະແຈ້ງເທົ່າທີ່ຄວນ;
5) ອົງການປົກຄອງທ້ອງຖິ່ນ ຍັງມີຂໍ້ຈຳກັດດ້ານງົບປະມານໃນການຈັດຕັ້ງປະຕິບັດ ບັນດາດ້ານ ແລະ ຕົວຊີ້ບອກຂອງການ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍ ພັດທະນາ.

LEAVE A REPLY

Please enter your comment!
Please enter your name here