ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນລາຍງານບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕາມມະຕິກອງປະຊຸມສະພາເເຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 28 ມັງກອນ 2016 ວ່າດ້ວຍການຈັດຕັ້ງປະຕິບັດວຽກງານສ້າງແຂວງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 21 ພະຈິກ 2024 ວ່າ:
ທິດນຳ “3 ສ້າງ” ແມ່ນການປັບປຸງບູລະນະການປົກຄອງ ຕາມທິດເພີ່ມສິດອຳນາດ, ເພີ່ມຄວາມ ຮັບຜິດຊອບ ໃຫ້ທ້ອງຖິ່ນຫຼາຍຂຶ້ນ ໂດຍມີມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຂວງເປັນຫົວ ໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ສະບັບເລກທີ 03/ກມສພ, ລົງວັນທີ 15 ກຸມພາ 2012 ແລະ ມະຕິ ວ່າດ້ວຍທິດທາງ, ເປົ້າໝາຍ ແລະ ມາດຕະການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ສະບັບເລກທີ 25/ກມສພ, ລົງວັນທີ 22 ທັນວາ 2014 ເປັນບ່ອນອີງ ທີ່ສໍາຄັນ ແລະ ໜັກແໜ້ນໃຫ້ແກ່ການ ຄົ້ນຄວ້າສ້າງ, ປັບປຸງນິຕິກຳ ແລະ ອອກນະໂຍບາຍຂອງລັດຖະບານ.
ຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕາມມະຕິກອງປະຊຸມສະພາເເຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 28 ມັງກອນ 2016 ບົນພື້ນຖານນິຕິກຳ ທີ່ສູນກາງພັກ ແລະ ລັດຖະບານໄດ້ ຄົ້ນຄວ້າສ້າງ ເພື່ອເປັນບ່ອນອີງໃຫ້ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານ 3 ສ້າງ ເຂົ້າສູ່ລວງເລິກ ຊຶ່ງສາມາດສັງລວມຜົນສໍາເລັດ ໄດ້ດັ່ງນີ້:
1. ຂັ້ນສູນກາງ
ສູນກາງ ໄດ້ຜັນຂະຫຍາຍ ເນື້ອໃນຈິດໃຈຂອງນະໂຍບາຍ 3 ສ້າງ ໂດຍຜ່ານກົນໄກຕ່າງໆ ຊຶ່ງສະແດງອອກເຊັ່ນ: ໄດ້ສ້າງຕັ້ງສະພາປະຊາຊົນຂັ້ນແຂວງ ຊຶ່ງເປັນອົງການນິຕິບັນຍັດສູງສຸດໃນຂັ້ນທ້ອງຖິ່ນ, ມີສິດຕົກລົງບັນຫາ ສໍາຄັນພື້ນຖານຂອງທ້ອງຖິ່ນ; ໄດ້ປະກາດສ້າງນະຄອນ ຂັ້ນເມືອງ ຄື: ນະຄອນຫຼວງພະບາງ, ນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ ຊຶ່ງເປັນຫົວໜ່ວຍການປົກຄອງຂັ້ນເມືອງ ທີ່ໄດ້ຍົກລະດັບບົດບາດ, ຄວາມສໍາຄັນ ໃນການຄຸ້ມຄອງບໍລິຫານລັດ-ບໍລິການ ຫຼາຍກວ່າເກົ່າ; ບັນດາກະຊວງ, ອົງການທຽບເທົ່າ ຂັ້ນສູນກາງ ໄດ້ຄົ້ນຄວ້າ ແລະ ປັບປຸງ ນິຕິກຳຕ່າງໆ ທີ່ຕິດພັນກັບຂະແໜງການຕົນໃຫ້ໄປຕາມທິດ 3 ສ້າງ ໂດຍສະເພາະບັນດານິຕິກຳລຸ່ມກົດໝາຍອື່ນໆ ກ່ຽວກັບການແບ່ງຂັ້ນຄຸ້ມຄອງທາງດ້ານວິຊາການຂອງແຕ່ລະຂະແໜງການ ແນໃສ່ຫັນກະຊວງ, ອົງການທຽບເທົ່າກະຊວງ ໄປສູ່ການປະຕິບັດພາລະບົດບາດຄຸ້ມຄອງມະຫາພາກ ສະແດງອອກ ຢູ່ໃນບັນດານິຕິກຳຂອງຂະແໜງການ ໂດຍສະເພາະການປັບປຸງການແບ່ງຂັ້ນຄຸ້ມຄອງຄືນໃໝ່ໃນແຕ່ລະຂົງເຂດວຽກງານ ດັ່ງລຸ່ມນີ້:
1) ຂົງເຂດບໍລິຫານລັດ ແລະ ຄຸ້ມຄອງພະນັກງານ: ໄດ້ສຳເລັດການປັບປຸງ ພາລະບົດບາດ, ສິດ, ໜ້າທີ່ ຂອງບັນດາກະຊວງ, ອົງການຂັ້ນສູນກາງ; ໄດ້ແບ່ງຄວາມຮັບຜິດຊອບ ໃນການປັບປຸງກົງຈັກ ແລະ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາກົມ ແລະ ທຽບເທົ່າຂັ້ນສູນກາງ, ພະແນກຂັ້ນແຂວງ ແລະ ຫ້ອງການຂັ້ນເມືອງ; ໄດ້ມີການຄົ້ນຄວ້າປັບປຸງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ, ໃນນັ້ນ ສູນກາງໄດ້ມອບສິດ ໃນການແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງບຸກຄະລາກອນ ຢູ່ທ້ອງຖິ່ນ ນັບແຕ່ຮອງເຈົ້າແຂວງ, ຂັ້ນຫົວໜ້າພະ ແນກ, ເຈົ້າເມືອງ, ຮອງເຈົ້າເມືອງ ແລະ ຕຳແໜ່ງບໍລິຫານອື່ນ ແມ່ນມອບໃຫ້ທ້ອງຖິ່ນ ເປັນຜູ້ຮັບຜິດຊອບໃນການຄຸ້ມຄອງ ບໍລິຫານ. ນອກຈາກນັ້ນ, ກໍ່ໄດ້ມອບບາງວຽກງານກ່ຽວກັບການຄຸ້ມຄອງ ພະນັກງານ-ລັດຖະກອນ ໃຫ້ແກ່ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ຮັບຜິດຊອບ ແລະ ແກ້ໄຂໂດຍກົງ (ຈຳນວນ 10 ວຽກ); ແບ່ງ ຄວາມຮັບຜິດຊອບວຽກງານການກຳນົດຕຳແໜ່ງງານໃຫ້ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ຮັບຜິດຊອບ ໂດຍກົງ; ໄດ້ປັບ ປຸງຍົກລະດັບລະບອບອຸດໜູນໃຫ້ແກ່ພະນັກງານຂັ້ນບ້ານ (ນາຍບ້ານ, ຮອງນາຍບ້ານ, ເລຂາພັກບ້ານ); ໄດ້ຄົ້ນຄວ້າ ປັບປຸງກົງຈັກລັດຖະບານຄືນໃໝ່ ຈາກ 21 ກະຊວງ, ອົງການທຽບເທົ່າກະຊວງ ມາເປັນ 19 ກະຊວງ, ອົງການ ທຽບເທົ່າກະຊວງ, ກົງຈັກຂັ້ນກົມ ຫລຸດໄດ້ 37 ກົມ/ທຽບເທົ່າ (ຈາກ 492 ກົມ ມາເປັນ 455 ກົມ); ກົງຈັກຂັ້ນພະ ແນກ ຂອງບັນດາກະຊວງ, ອົງການ ສາມາດຫຼຸດໄດ້ 132 ພະແນກ (ຈາກ 2,349 ພະແນກ ມາເປັນ 2,217 ພະແນກ); ກົງຈັກຂັ້ນພະແນກ ຂອງແຂວງ, ນະຄອນຫຼວງ ສາມາດຫຼຸດໄດ້ 40 ພະແນກ (ຈາກ 578 ພະແນກມາ ເປັນ 538 ພະແນກ); ກົງຈັກຂັ້ນຂະແໜງ ຂອງພະແນກຂັ້ນແຂວງ ສາມາດຫຼຸດໄດ້ 659 ຂະແໜງ (ຈາກ 3,695 ຂະແໜງ ມາເປັນ 3,036 ຂະແໜງ ); ໜ່ວຍງານ ຂຶ້ນກັບຂະແໜງ ຂອງພະແນກຂັ້ນແຂວງ ສາມາດຫຼຸດໄດ້ 421 ໜ່ວຍງານ (ຈາກ 421ໜ່ວຍງານ ມາເປັນ 0 ໜ່ວຍງານ); ກົງຈັກຂັ້ນຫ້ອງການ ຂອງເມືອງ ສາມາດຫຼຸດໄດ້ 158 ຫ້ອງການ (ຈາກ 3,547 ຫ້ອງການ ມາເປັນ 3,389 ຫ້ອງການ); ໜ່ວຍງານຂື້ນກັບຫ້ອງການຂັ້ນເມືອງ ສາມາດຫຼຸດ ໄດ້ 2,714 ໜ່ວຍງານ (ຈາກ 15,107 ໜ່ວຍງານ ມາເປັນ 12,393 ໜ່ວຍງານ) ແລະ ກົງຈັກຂັ້ນຈຸງານ ຂຶ້ນກັບ ໜ່ວຍງານ ຂອງຫ້ອງການຂັ້ນເມືອງ ສາມາດຫຼຸດໄດ້ 45 ຈຸງານ (ຈາກ 45 ຈຸງານ ມາເປັນ 0 ຈຸງານ).
2) ຂົງເຂດເສດຖະກິດ: ໄດ້ຄົ້ນຄວ້າກໍານົດການແບ່ງຂັ້ນຄຸ້ມຄອງເກັບລາຍຮັບ (ປະເພດລາຍຮັບທີ່ສູນກາງ,ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານຮັບຜິດຊອບ), ແບ່ງປັນຜົນປະໂຫຍດຈາກການເກັບລາຍຮັບລະຫວ່າງ ສູນກາງກັບ ຂັ້ນແຂວງ: 50% ຂອງລາຍຮັບອາກອນມູນຄ່າເພີ່ມ, ອາກອນຊົມໃຊ້ ຂອງທຸກຫົວໜ່ວຍທຸລະກິດ ທີ່ສູນກາງຄຸ້ມຄອງຕັ້ງຢູ່ແຂວງ; 50% ລາຍຮັບຈາກຄ່າພາກຫຼວງ, ຄ່າສຳປະທານທີ່ດິນ ເພື່ອກິດຈະການແຮ່ທາດ, ກະສິກຳ, ອຸດສາຫະກຳ, ການທ່ອງທ່ຽວ ແລະ ການບໍລິການ ທີ່ສູນກາງຄຸ້ມຄອງ. ສ່ວນການແບ່ງຜົນປະໂຫຍດລະຫວ່າງ ຂັ້ນແຂວງ ກັບ ຂັ້ນເມືອງ, ຂັ້ນເມືອງ ກັບ ຂັ້ນບ້ານ ແມ່ນມອບໃຫ້ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ຄົ້ນຄວ້ານຳສະເໜີສະພາປະຊາຊົນຂັ້ນແຂວງ ພິຈາລະນາ; ໄດ້ຄົ້ນຄວ້າມອບຄວາມຮັບຜິດຊອບໃຫ້ອົງການປົກຄອງຂັ້ນເມືອງຄຸ້ມຄອງການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ທີ່ມີມູນຄ່າແຕ່ 5,000,000,000 (ຫ້າຕື້) ກີບ ລົງມາ ທີ່ມີການລົງທຶນຢູ່ເມືອງຂອງຕົນ; ສໍາລັບເມືອງທີ່ມີເງື່ອນໄຂ ກໍ່ສາມາດຈັດຕັ້ງປະຕິບັດໂຄງການ ທີ່ມີມູນຄ່າສູງກວ່າ 5,000,000,000 (ຫ້າຕື້) ກີບ ສໍາລັບ ໂຄງການລົງທຶນຂອງລັດທີ່ມີມູນຄ່າ ບໍ່ໃຫ້ເກີນ 20,000,000,000 (ຊາວຕື້) ກີບ ໂດຍການຕົກລົງເຫັນດີຂອງອົງການປົກຄອງແຂວງ, ນະຄອນຫຼວງ; ໄດ້ຄົ້ນຄວ້າມອບວຽກສໍາຫຼວດວັດແທກ, ພິສູດຫຼັກຖານຂຶ້ນທະບຽນອອກໃບຕາດິນ, ສ້າງສໍານວນຕອນດິນ, ກວດກາເອກະສານສໍານວນຕອນດິນ, ສ້າງແຜນທີ່ຕາດິນ, ເຊັນໃບຕາດິນ, ໃບທະບຽນທີ່ດິນ, ເກັບຮັກສາສໍານວນດິນ, ແຜນທີ່ຕາດິນ; ການອອກ, ໂຈະ ຫຼື ຖອນ ໃບຢັ້ງຢືນສິ່ງແວດລ້ອມ ຕໍ່ບົດລາຍງານການການສຶກສາເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ, ອອກໜັງສືຢັ້ງຢືນ ຕໍ່ອາຍຸແຜນຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ສໍາລັບໂຄງການລົງທຶນ ແລະ ກິດຈະການຕ່າງໆ ໃຫ້ທ້ອງຖິ່ນ ເປັນຜູ້ຮັບຜິດຊອບ; ການອອກ, ໂຈະ, ຖອນໃບອະນຸຍາດດໍາເນີນທຸລະກິດການນໍາເຂົ້າ ແລະ ສົ່ງອອກ ສໍາລັບຍານພາຫະນະທາງບົກ ປະເພດ 2 ລໍ້ ແລະ 3 ລໍ້, ໃບອະນຸຍາດດໍາເນີນທຸລະກິດ ການຈຳໜ່າຍຍານພາຫະນະທາງບົກ ສໍາລັບພາຫະນະປະເພດ ສີ່ລໍ້ຂຶ້ນໄປ; ການອອກ ແລະ ລົບລ້າງໃບອະນຸຍາດສ້າງຕັ້ງໂຮງງານຂະໜາດກາງ ແລະ ຂະໜາດນ້ອຍ ທີ່ຢູ່ໃນບັນຊີຕ້ອງຂໍອະນຸຍາດສ້າງຕັ້ງໂຮງງານ; ການຈັດເກັບ, ຄຸ້ມຄອງ ຄ່າທຳນຽມ ແລະ ຄ່າບໍລິການ; ໄດ້ແບ່ງຄວາມຮັບຜິດຊອບວຽກຂົວທາງ 17 ໜ້າວຽກ (ມອບໃຫ້ທ້ອງຖິ່ນ 9 ໜ້າວຽກ), ວຽກຂົນສົ່ງ 28 ໜ້າວຽກ (ມອບໃຫ້ທ້ອງຖິ່ນ 13 ໜ້າວຽກ), ວຽກເຄຫາ-ຜັງເມືອງ 18 ໜ້າວຽກ (ມອບໃຫ້ທ້ອງຖິ່ນ 9 ໜ້າວຽກ), ວຽກທາງນໍ້າ 40 ໜ້າວຽກ (ມອບໃຫ້ທ້ອງຖິ່ນ 16 ໜ້າວຽກ), ວຽກນໍ້າປະປາ 32 ໜ້າວຽກ (ມອບໃຫ້ທ້ອງຖິ່ນ 16 ໜ້າວຽກ), ວຽກການບິນພົນລະເຮືອນ 14 ໜ້າວຽກ (ມອບໃຫ້ທ້ອງຖິ່ນ 7 ໜ້າວຽກ).
3) ຂົງເຂດວັດທະນະທໍາ-ສັງຄົມ: ໄດ້ຄົ້ນຄວ້າມອບ ວຽກຄຸ້ມຄອງ, ຕິດຕາມກວດກາ ຫົວໜ່ວຍທຸລະກິດ ບໍລິການສະຖານທີ່ພັກແຮມ, ການອະນຸມັດ ດຳເນີນທຸລະກິດ ແລະ ອະນຸຍາດສືບຕໍ່ດຳເນີນທຸລະກິດຂອງຫົວໜ່ວຍທຸລະ ກິດບໍລິການສະຖານທີ່ພັກແຮມ ທີ່ມີທຶນຈົດທະບຽນ ບໍ່ຮອດ 500,000 $; ວຽກຄຸ້ມຄອງ, ຕິດຕາມກວດກາ ຫົວໜ່ວຍ ທຸລະກິດຮ້ານອາຫານ, ການອະນຸມັດດຳເນີນທຸລະກິດ ແລະ ອະນຸຍາດສືບຕໍ່ດຳເນີນທຸລະກິດຮ້ານອາຫານ ທີ່ມີທຶນຈົດ ທະບຽນ ບໍ່ຮອດ 100,000$; ການອະນຸມັດ ດຳເນີນທຸລະກິດ ແລະ ອະນຸຍາດສືບຕໍ່ດຳເນີນທຸລະກິດ ຕໍ່ຫົວໜ່ວຍທຸລະ ກິດນໍາທ່ຽວ ພາຍໃນປະເທດ ແລະ ສະເພາະພື້ນທີ່ໃດໜຶ່ງ; ວຽກງານອອກບັດນໍາທ່ຽວ ແລະ ຕໍ່ບັດນໍາທ່ຽວ ໃຫ້ແກ່ ພະນັກງານນໍາທ່ຽວ ລະດັບແຂວງ, ນະຄອນຫຼວງ ແລະ ລະດັບພື້ນທີ່ສະເພາະໃດໜຶ່ງ; ການອອກໃບອະນຸຍາດ ນຳເຂົ້າຜູ້ ອອກແຮງງານຕ່າງປະເທດ ມາເຮັດວຽກຢູ່ຫົວໜ່ວຍແຮງງານ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ພ້ອມທັງເກັບຄ່າ ທຳນຽມ ແລະ ຄ່າບໍລິການຕ່າງໆ ໃຫ້ທ້ອງຖິ່ນເປັນຜູ້ຮັບຜິດຊອບ; ໄດ້ຄົ້ນຄວ້າສ້າງ ແລະ ປັບປຸງບັນດາເອກະສານ, ນິຕິ ກຳຕາມທິດ 3 ສ້າງ ໂດຍສະເພາະເອກະສານປະຖົມນິເທດ, ແຈ້ງການ, ຄໍາແນະນໍາ ແລະ ມາດຕະຖານ 3 ສ້າງຂອງ ຂະແໜງກາສຶກສາ ແລະ ກິລາ ຊຶ່ງຂັ້ນແຂວງມີ 7 ດ້ານ 93 ຕົວຊີ້ບອກ, ຂັ້ນເມືອງ ມີ 5 ດ້ານ 70 ຕົວຊີ້ບອກ ແລະ ຂັ້ນ ກຸ່ມໂຮງຮຽນ ມີ 4 ດ້ານ 53 ຕົວຊີ້ບອກ; ໄດ້ຍົກສູງຄຸນນະພາບການສຶກສາ ແລະ ກິລາ ຢູ່ 40 ເມືອງຈຸດສຸມ 3 ສ້າງ ຂອງ ຂະແໜງການສຶກສາ ແລະ ກິລາ ໂດຍສຸມໃສ່ເມືອງ ທີ່ມີຄາດໝາຍຕົວຊີ້ບອກການສຶກສາ ແລະ ກິລາ ຕໍ່າກວ່າມາດຕະ ຖານ ເຊັ່ນ: ອັດຕາເຂົ້າຮຽນສຸດທິຂອງເດັກ 5 ປີ ຕໍ່າກວ່າ 60%, ອັດຕາຈົບຊັ້ນປະຖົມຕໍ່າກວ່າ 95%, ອັດຕາຄ້າງຫ້ອງຊັ້ນ ປະຖົມສູງ 7%, ອັດຕາປະລະຊັ້ນປະຖົມສູງກວ່າ 6%.
4) ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ໄດ້ຄົ້ນຄວ້າແບ່ງວຽກງານການຈົດທະບຽນສຳມະໂນ ຄົວ ແລະ ບັດປະຈຳຕົວ, ໃນນັ້ນ ຂັ້ນທ້ອງຖິ່ນ ແມ່ນຮັບຜິດຊອບໃນການປ້ອນຂໍ້ມູນ ແລະ ກວດກາຄວາມຖືກຕ້ອງ ຂອງຂໍ້ມູນ; ນອກຈາກນັ້ນ, ກໍ່ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ປະຈຳຢູ່ຈຸດຫຼໍ່ແຫຼມລຽບຕາມຊາຍແດນ, ເຂດຫ່າງໄກສອກຫຼີກ ທຸລະກັນດານ; ສຸມໃສ່ ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ໄດ້ 2,900 ບ້ານ, 4,508 ຄອບຄົວ, ສ້າງຄອບຄົວປ້ອງກັນຄວາມສະຫງົບດີ ໄດ້ 917,513 ຄອບຄົວ, ສ້າງບ້ານປ້ອງກັນຄວາສະຫງົບດີໄດ້ 5,420 ບ້ານ. ເນື້ອໃນ ທີ່ໄດ້ຍົກຂຶ້ນມາຂ້າງເທິງນັ້ນ ເປັນພຽງບາງສ່ວນເທົ່ານັ້ນ, ສ່ວນເນື້ອໃນ, ລາຍລະອຽດ ແລະ ໝາກຜົນຕົວຈິງ ແມ່ນຢູ່ນຳແຕ່ລະຂະແໜງການ.
❖ ບັນລຸ 7 ດ້ານ
ໄລຍະປີ 2016-2020 ມີ 3 ຫົວໜ່ວຍຂັ້ນແຂວງ ທີ່ບັນລຸເປັນຫົວໜ່ວຍຍຸດທະສາດຄື: ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ; ປີ 2023 ມີ 0 ແຂວງ.
❖ ບັນລຸ 6 ດ້ານ
ໄລຍະປີ 2016-2020 ມີ 4 ແຂວງຄື: ແຂວງອຸດົມໄຊ, ແຂວງວຽງຈັນ, ແຂວງບໍ່ແກ້ວ, ແຂວງບໍລິຄຳໄຊ;
ປີ 2023 ມີ 1 ແຂວງຄື: ແຂວງບໍລິຄຳໄຊ.
❖ບັນລຸ 5 ດ້ານ
ໄລຍະປີ 2016-2020 ມີ 3 ແຂວງ ຄື: ແຂວງຫຼວງພະບາງ, ແຂວງຫຼວງນໍ້າທາ, ແຂວງຊຽງຂວາງ;
ປີ 2023 ມີ 3 ແຂວງຄື: ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຫຼວງພະບາງ.
❖ບັນລຸ 4 ດ້ານ
ໄລຍະປີ 2016-2020 ມີ 0 ແຂວງ;
ປີ 2023 ມີ 2 ແຂວງຄື: ແຂວງຄໍາມ່ວນ, ແຂວງເຊກອງ.
❖ ບັນລຸ 3 ດ້ານ
ໄລຍະປີ 2016-2020 ມີ 4 ແຂວງ ຄື: ແຂວງອັດຕະປື, ແຂວງເຊກອງ, ແຂວງສາລະວັນ, ແຂວງຄໍາມ່ວນ;
ປີ 2023 ມີ 4 ແຂວງຄື: ແຂວງຫຼວງນໍ້າທາ, ແຂວງຫົວພັນ, ແຂວງອັດຕະປື, ແຂວງໄຊສົມບູນ.
❖ບັນລຸ 2 ດ້ານ
ໄລຍະປີ 2016-2020 ມີ 3 ແຂວງຄື: ແຂວງຫົວພັນ, ແຂວງໄຊຍະບູລີ ແຂວງໄຊສົມບູນ;
ປີ 2023 ມີ 0 ແຂວງ.
ໄລຍະປີ 2016-2020 ມີ 1 ແຂວງຄື: ແຂວງຜົ້ງສາລີ;
❖ບັນລຸ 1 ດ້ານ
ປີ 2023 ມີ 1 ແຂວງຄື: ແຂວງຜົ້ງສາລີ.
❖ບັນລຸ 0 ດ້ານ
ໄລຍະປີ 2016-2020 ມີ 0 ແຂວງ; ປີ 2023 ມີ 0 ແຂວງ.
2) ຈໍານວນແຂວງ ທີ່ບັນລຸໃນແຕ່ລະດ້ານ
* ດ້ານພັກ-ພະນັກງານ:
ໄລຍະ ປີ 2016-2020 ບັນລຸ 1 ນະຄອນຫຼວງ, 10 ແຂວງ, ບໍ່ບັນລຸ 7 ແຂວງ; ປີ 2023 ບັນລຸ 9 ແຂວງ, ບໍ່ບັນລຸ 2 ແຂວງ.
* ດ້ານການປົກຄອງ ແລະ ການບໍລິຫານລັດ:
ໄລຍະ ປີ 2016-2020 ບັນລຸ 1 ນະຄອນຫຼວງ, 9 ແຂວງ, ບໍ່ບັນລຸ 8 ແຂວງ; ປີ 2023 ບັນລຸ 7 ແຂວງ, ບໍ່ບັນລຸ 4 ແຂວງ;
* ດ້ານການຊຸກດັນການຂະຫຍາຍຕົວເສດຖະກິດແຫ່ງຊາດ:
ໄລຍະ ປີ 2016-2020 ບັນລຸ 1 ນະຄອນຫຼວງ, 13 ແຂວງ, ບໍ່ບັນລຸ 4 ແຂວງ;
ປີ 2023 ບັນລຸ 9 ແຂວງ, ບໍ່ບັນລຸ 2 ແຂວງ.
* ດ້ານການເງິນ:
ໄລຍະ ປີ 2016-2020 ບັນລຸ 1 ນະຄອນຫຼວງ, 16 ແຂວງ, ບໍ່ບັນລຸ 1 ແຂວງ; ປີ 2023 ບັນລຸ 10 ແຂວງ, ບໍ່ບັນລຸ 1 ແຂວງ.
❖ ດ້ານການຄຸ້ມຄອງ, ຂຸດຄົ້ນ ແລະ ນໍາໃຊ້ແຫຼ່ງຊັບພະຍາກອນທຳມະຊາດ:
ໄລຍະ ປີ 2016-2020 ບັນລຸ 1 ນະຄອນຫຼວງ, 7 ແຂວງ, ບໍ່ບັນລຸ 10 ແຂວງ;
ປີ 2023 ບັນລຸ 1 ແຂວງ, ບໍ່ບັນລຸ 10 ແຂວງ.
❖ ດ້ານວັດທະນະທໍາ-ສັງຄົມ ແລະ ການພັດທະນາຊັບພະຍາກອນທຳມະຊາດ:
ໄລຍະ ປີ 2016-2020 ບັນລຸ 1 ນະຄອນຫຼວງ, 9 ແຂວງ, ບໍ່ບັນລຸ 8 ແຂວງ;
ປີ 2023 ບັນລຸ 4 ແຂວງ, ບໍ່ບັນລຸ 7 ແຂວງ.
* ດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ:
ໄລຍະ ປີ 2016-2020 ບັນລຸ 1 ນະຄອນຫຼວງ, 8 ແຂວງ, ບໍ່ບັນລຸ 9 ແຂວງ;
ປີ 2023 ບັນລຸ 2 ແຂວງ, ບໍ່ບັນລຸ 9 ແຂວງ.
2.2 ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ
1) ຈຳນວນດ້ານ ທີ່ບັນລຸຂອງແຕ່ລະເມືອງ
❖ ບັນລຸ 5 ດ້ານ
ໄລຍະປີ 2016-2020 ມີ 19 ເມືອງ; ປີ 2023 ມີ 3 ເມືອງ.
❖ບັນລຸ 4 ດ້ານ
ໄລຍະປີ 2016-2020 ມີ 21 ເມືອງ; ປີ 2023 ມີ 12 ເມືອງ.
❖ ບັນລຸ 3 ດ້ານ
ໄລຍະປີ 2016-2020 ມີ 17 ເມືອງ;
ປີ 2023 ມີ 12 ເມືອງ.
❖ ບັນລຸ 2 ດ້ານ
ໄລຍະປີ 2016-2020 ມີ 27 ເມືອງ; ປີ 2023 ມີ 19 ເມືອງ.
❖ ບັນລຸ 1 ດ້ານ
ໄລຍະປີ 2016-2020 ມີ 26 ເມືອງ;
ປີ 2023 ມີ 15 ເມືອງ.
❖ ບັນລຸ 0 ດ້ານ
ໄລຍະປີ 2016-2020 ມີ 38 ເມືອງ;
ປີ 2023 ມີ 16 ເມືອງ.
2) ຈໍານວນເມືອງ ທີ່ບັນລຸໃນແຕ່ລະດ້ານ
❖ ດ້ານພັກ-ພະນັກງານ:
ໄລຍະ ປີ 2016-2020 ບັນລຸ 3 ນະຄອນ, 82 ເມືອງ, ບໍ່ບັນລຸ 63 ເມືອງ;
ປີ 2023 ບັນລຸ 1 ນະຄອນ, 48 ເມືອງ, ບໍ່ບັນລຸ 28 ເມືອງ.
❖ ດ້ານການປົກຄອງ ແລະ ບໍລິຫານລັດ:
ໄລຍະປີ 2016-2020 ບັນລຸ 3 ນະຄອນ, 34 ເມືອງ, ບໍ່ບັນລຸ 111 ເມືອງ;
ປີ 2023 ບັນລຸ 1 ນະຄອນ, 11 ເມືອງ, ບໍ່ບັນລຸ 65 ເມືອງ.
❖ ດ້ານການຊຸກດັນການຂະຫຍາຍຕົວເສດຖະກິດ, ການເງິນ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ:
ໄລຍະ ປີ 2016-2020 ບັນລຸ 3 ນະຄອນ, 38 ເມືອງ, ບໍ່ບັນລຸ 107 ເມືອງ;
ປີ 2023 ບັນລຸ 1 ນະຄອນ, 23 ເມືອງ, ບໍ່ບັນລຸ 53 ເມືອງ.
❖ ດ້ານການຄຸ້ມຄອງວັດທະນະທຳ-ສັງຄົມ:
ໄລຍະ ປີ 2016-2020 ບັນລຸ 3 ນະຄອນ, 78 ເມືອງ, ບໍ່ບັນລຸ 67 ເມືອງ; ປີ 2023 ບັນລຸ 1 ນະຄອນ, 35 ເມືອງ, ບໍ່ບັນລຸ 41 ເມືອງ.
❖ ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ:
ໄລຍະ ປີ 2016-2020 ບັນລຸ 3 ນະຄອນ, 63 ເມືອງ, ບໍ່ບັນລຸ 82 ເມືອງ;
ປີ 2023 ບັນລຸ 1 ນະຄອນ, 30 ເມືອງ, ບໍ່ບັນລຸ 46 ເມືອງ.