ສປປ ລາວ ສະເຫຼີມສະຫຼອງວັນເດັກໂລກ ຄົບຮອບ 35 ປີ ທ່າມກາງຄວາມສະດຸ້ງໄວຕໍ່ການປ່ຽນແປງສະພາບດິນຟ້າ ອາກາດຂອງເດັກ ແລະ ໄວໜຸ່ມ

20 Nov 2024

ຄລິກແຊຣ໌ 0 Facebook WhatsApp

ໃນຕອນແລງຂັງວັນວັນທີ 20 ພະຈິກ 2024 ປະຕູໄຊເປັ່ງປະກາຍແສງສີຟ້າໃນຍາມຄ່ຳຄືນ ໄປພ້ອມໆກັບປະຊາຊາດໃນທົ່ວໂລກ ໃນໂອກາດສະເຫຼີມສະຫຼອງວັນເດັກໂລກ ແລະ ວັນຄົບຮອບສົນທິສັນຍາ ວ່າດ້ວຍ ສິດທິເດັກ ຄົບຮອບ 35 ປີ (20 ພະຈິກ 1989 – 20 ພະຈິກ 2024). ການສະເຫຼີມສະຫຼອງວັນດັ່ງກ່າວ ສະແດງໃຫ້ເຫັນເຖິງນິມິດໝາຍຂອງຊາດທີ່ຄຳນຶງເຖິງຄວາມສຳຄັນດ້ານສິດທີເດັກ ແລະ ຮັບຮູ້ເຖິງຄວາມຈຳຮີບດ່ວນຂອງ ໄວໜຸ່ມມີສ່ວນຮ່ວມໃນການຈັດຕັ້ງແຜນງານການປ່ຽນແປງດິນຟ້າອາກາດ.

ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ, ຮອງປະທານ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ, ທ່ານ Arturo Romboli, Deputy Representative UNICEF LAO PDR ພ້ອມດ້ວຍຄະນະ, ພໍ່ແມ່ຜູ້ປົກຄອງ, ນ້ອງໆນັກຮຽນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ການສະເຫຼີມສະຫຼອງໃນປີນີ້ຈັດໂດຍ ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ເເລະ ອົງການຢູນີເຊັບ ໄດ້ເນັ້ນໜັກໃສ່ການປົກປ້ອງສິດທິເດັກ ໄປຄວບຄູ່ກັບ ການແກ້ໄຂບັນຫາຄວາມທ້າທາຍດ້ານສິ່ງແວດລ້ອມ. ຄຊກມດ ມີຄວາມພາກພູມໃຈທີ່ ອົງການຢູນີເຊັບ, ບັນດາຄູ່ຮ່ວມພັດທະນາ, ອົງການທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມ, ສະມາຄົມ ແລະ ພາກສ່ວນເອກະຊົນທຸລະກິດຕ່າງໆ ໄດ້ຢືນຄຽງຂ້າງ ແລະ ເປັນຄູ່ຮ່ວມງານຂອງພວກເຮົາ ໃນການປົກປ້ອງສິດທິຂອງເດັກທຸກໆຄົນ.

ໂອກາດດັ່ງກ່າວ ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງ ສາທາລະນະສຸກ, ຮອງປະທານ ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ ກ່າດເປີດພິທີຢ່າງເປັນທາງການວ່າ: “ລັດຖະບານຂອງ ສປປ ລາວ ໄດ້ໃຫ້ຄຳໝັ້ນສັນຍາໃນການຊ່ວຍເຫຼືອເດັກນ້ອຍ ແລະ ໄວໜຸ່ມ ໂດຍການໂຄສະນາປຸກລະດົມສັງຄົມ ແລະ ມວນຊົນ ພ້ອມກັນລົງທຶນໃສ່ການຈັດຕັ້ງສິດທິເດັກ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກໃນທຸກດ້ານ ພ້ອມທັງຮັບຟັງສຽງ ຄວາມຕ້ອງການຂອງເດັກ ເພື່ອພັດທະນາ ແລະ ປົກປ້ອງພວກເຂົາ ໂດຍສະເພາະ ເພື່ອຄົ້ນຫາຄຳຕອບໃນວີທີການແກ້ໄຂຄວາມທ້າທາຍຂອງບັນຫາສິ່ງແວດລ້ອມ, ທັງໝົດນີ້ ກໍເພື່ອພ້ອມການສ້າງອານາຄົດທີ່ສົດໃສ ແລະ ຍືນຍົງໃຫ້ກັບເຂົາເຈົ້າ” ກ່າວໂດຍ

ໂອກາດວັນສໍາຄັນດັ່ງກ່າວນີ້, ພວກເຮົາ ຍັງມີຕົວແທນເດັກລາວ ຈາກເວທີເດັກ ອາຊຽນ ຄັ້ງທີ 8 ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ເຂົ້າຮ່ວມ ແລະ ສະເໜີຜົນເວທີເດັກ ອາຊຽນ ຄັ້ງທີ 8 ຊຶ່ງຕົວແທນເດັກ ໄດ້ກ່າວວ່າ: ພວກຫຼານອາຊຽນ, ບໍ່ພຽງແຕ່ເປັນໃນອະນາຄົດຂອງແຕ່ລະຊາດອາຊຽນ ແຕ່ຍັງເປັນຜູ້ເຂົ້າຮ່ວມຢ່າງຫ້າວຫັນ ເພື່ອຈັດຕັ້ງປະຕິບັດກິດຈະກຳໃຫ້ເປັນຮູບເປັນຮ່າງ, ເປັນຜູ້ສ້າງການປ່ຽນແປງ, ເປັນຜູ້ປະດິດສ້າງ ແລະ ເປັນຜູ້ຊ່ວຍໃນການແກ້ໄຂບັນຫາ ໂດຍສະເພາະຕໍ່ສະພາບການປ້ຽນແປງດິນຟ້າອາກາດ. ພວກຫຼານໃຫ້ຄຳໝັ້ນສັນຍາຈະດຳເນີນການເຄື່ອນໄຫວ ທັງສ່ວນຕົວ ແລະ ຂະບວນການລວມໝູ່, ເພື່ອສ້າງປະຊາຄົມອາຊຽນໃຫ້ໝັ້ນຄົງຍືນຍົງ.

ຄຽງຄູ່ກັນນັ້ນ, ນາງ ຈັນພອນ ຊົງໃຈຍົ້ວ, ອາສາສະໝັກໂຄສະນາໄວໜຸ່ມຂອງອົງການ ຢູນີເຊັບລາວ, ອາຍຸ 19 ປີອາສາສະໝັກໂຄສະນາໄວໜຸ່ມຂອງອົງການຢູນີເຊັບລາວ ໄດ້ກ່າວເຖິງໃຈຄວາມສຳຄັນຂອງໄວໜຸ່ມລາວ ມີສ່ວນຮ່ວມໃນການຕັດສິນໃຈດ້ານສິ່ງແວດລ້ອມ “ພວກເຮົາແມ່ນກຸ່ມຄົນທີ່ຕ້ອງດຳລົງຊີວິດ ຢູ່ກັບຜົນກະທົບທີ່ເກີດຈາກການປ່ຽນແປງສະ ພາບອາກາດ” ຈັນຍັງໄດ້ກ່າວຕື່ມວ່າ, ສິ່ງສຳຄັນຄືສຽງຂອງພວກເຮົາຈະຕ້ອງຮັບການໄດ້ຍິນ ແລະ ເຮົາຕ້ອງຊ່ວຍກັນກຳນົດວີທີການແກ້ໄຂ.”

ການສະເຫຼີມສະຫຼອງຂອງ ສປປ ລາວ ຖືເປັນສ່ວນໜຶ່ງຂອງການລິເລີ່ມຂອງ ອົງການຢູນີເຊັບ ໃນການຮຽກຮ້ອງໃຫ້ປະເທດຕ່າງໆ ກ້າວໄປສູ່ການກຳນົດນະໂຍບາຍດ້ານສະພາບອາກາດທີ່ຄຳນຶງເຖິງເດັກ.
“ການສະເຫຼີມສະຫຼອງຄັ້ງນີ້ ເປັນການລະນຶກເຖິງຄວາມຮັບຜິດຊອບຮ່ວມກັນຂອງພວກເຮົາໃນການປົກປ້ອງ ແລະ ລ້ຽງດູເດັກທຸກໆຄົນ,” ກ່າວໂດຍ ທ່ານ ອາຕູໂຣ ໂຣມໂບລີ ຮອງຜູ້ຕາງໜ້າອົງການຢູນີເຊັບ ປະຈຳ ສປປ ລາວ. “ໂດຍການຮ່ວມມືກັນ, ພວກເຮົາສາມາດຮັບປະກັນໃຫ້ເດັກ ບໍ່ພຽງແຕ່ຢູ່ລອດເທົ່ານັ້ນ ແຕ່ຍັງໃຫ້ມີການເຕີບໃຫຍ່ຢ່າງປອດໄພໃນໂລກທີ່ປະເຊີນໜ້າກັບການປ່ຽນແປງດ້ານສະພາບດີນຟ້າອາກາດ.”

“ສົນທິສັນຍາເພື່ອອະນາຄົດ” (Pact for the Future) ຂອງອົງການສະຫະປະຊາຊາດ ທີ່ຈະປຶກສາຫາລື ໃນກອງປະຊຸມສະພາບອາກາດ COP29 ໃນປີນີ້ ທີ່ເມືອງບາກູ, ປະເທດອາແຊກໄບຊານ, ຊຶ່ງເປົ້າໝາຍສະເພາະ ແນໃສ່ເພື່ອຮັບປະກັນວ່າ ການສະໜັບສະໜອງທຶນດ້ານສະພາບດິນຟ້າອາກາດ ຈະໄປເຖິງຕາມຄວາມຕ້ອງການຂອງເດັກ ແລະ ການສະໜັບສະໜູນທີ່ກໍານົດໃນລະດັບຊາດ ໂດຍໃຫ້ບູລິມະສິດການມີສ່ວນຮ່ວມຂອງໄວໜຸ່ມ ແລະ ຂໍ້ລິເລີ່ມທີ່ເປັນມິດກັບເດັກເປັນອັນດັບທຳອິດ.
ສົນທິສັນຍາວ່າດ້ວຍ ສິດທິເດັກ, ໄດ້ຮັບການຮັບຮອງ ໃນວັນທີ 20 ພະຈິກ ປີ 1989, ແມ່ນສົນທິສັນຍາສິດທິມະນຸດທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງທີ່ສຸດ, ໂດຍລະບຸເຖິງສິດທິຂອງເດັກຢູ່ທົ່ວທຸກແຫ່ງ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ