ທ່ານ ພົທ.ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ຂຶ້ນລາຍງານກ່ຽວກັບ ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ຂອງຕອນແລງຂອງວັນທີ 20 ພະຈິກ 2024 ວ່າ: ຄ່ຽງຄູ່ຜົນງານທີ່ເດັ່ນ ແຕ່ຜ່ານການຕິດຕາມກວດກາ ຍັງເຫັນວ່າ ມີດ້ານອ່ອນ-ຄົງຄ້າງ ດັ່ງນີ້:
1) ຄະນະພັກ-ຄະນະນໍາ ຂອງບາງຂະແຫນງການ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນ ໄດ້ຍົກສູງຄວາມຮັບຜິດຊອບໃນການນໍາພາ-ຊີ້ນໍາຢ່າງເອົາຈິງເອົາຈັງ ຕໍ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຍັງຖືເປັນວຽກປົກກະຕິ, ບໍ່ທັນຖືເອົາເປັນສະ ຫນາມຮົບທົ່ວປວງຊົນ ແລະ ເປັນມາດຕະຖານເງື່ອນໄຂຫນຶ່ງ ເຂົ້າໃນການກໍ່ສ້າງຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ, ກໍ່ສ້າງຫນ່ວຍພັກປອດໃສ, ເຂັ້ມແຂງ ແລະຫນັກແຫນ້ນ ຈິ່ງເຮັດໃຫ້ ການຈັດຕັ້ງປະຕິບັດ ບໍ່ທັນໄດ້ມີປະສິດຜົນເທົ່າທີ່ຄວນ ໂດຍສະເພາະແມ່ນການສ້າງບ້ານ, ສໍານັກງານ, ອົງການ, ກົມກອງ, ສະຖາບັນການສຶກສາ, ໂຮງຮຽນ, ໂຮງຫມໍ, ໂຮງງານ ແລະ ບັນດາຫົວ ຫນ່ວຍການຜະລິດ-ທຸລະກິດ… ປອດຢາເສບຕິດ ຍັງບໍ່ທັນບັນລຸຕາມຄາດໝາຍທີ່ວາງໄວ້ ໃນມະຕິ ເລກທີ 110/ສພຊ, ລົງວັນທີ 21/11/2023 ຂອງສະພາແຫ່ງຊາດ;
2) ມາຮອດປະຈຸບັນ ກໍ່ຍັງເຫັນວ່າ ການປະກອບສ່ວນໃນການມີສ່ວນຮ່ວມ ຂອງສະຖາບັນ ຄອບຄົວ ແລະ ການຈັດຕັ້ງໃນສັງຄົມ ຕໍ່ການໂຄສະນາເຜີຍແຜ່ ສ້າງຄວາມຮັບຮູ້ທາງດ້ານກົດ ໝາຍ ແລະ ຜົນຮ້າຍ ຂອງຢາເສບຕິດ ກໍ່ຍັງປະກົດວ່າມີໜ້ອຍ, ບໍ່ທັນເປັນຂະບວນການຢ່າງກ້ວາງຂວາງ, ສ່ວນຫຼາຍປ່ອຍໃຫ້ແຕ່ເຈົ້າໜາທີ່ ປກສ ເປັນຜູ້ເຮັດ ຈິ່ງເຮັດໃຫ້ສະຕິຄວາມຮັບຮູ້ທາງດ້ານກົດໝາຍ ແລະ ຄວາມເຂົ້າໃຈຕໍ່ຜົນຮ້າຍ ຂອງຢາເສບຕິດໃນທົ່ວສັງຄົມ ຍັງບໍ່ທັນສູງ ແລະ ບໍ່ທັນເລິກເຊິ່ງ, ສະແດງອອກມີບາງພາກສ່ວນ, ບາງຂະແໜງການບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່, ຜູ້ປະກອບການ ຈຳນວນໜຶ່ງ ຍັງມີການປ່ອຍປະລະເລີຍໃຫ້ມີການມົ້ວສຸມສິ່ງເສບຕິດ ຢູ່ສະຖານທີ່ ຜິດກົດໝາຍ;
3) ເຖິງແມ່ນວ່າ ລັດຖະບານໄດ້ມີການແຕ່ງຕັ້ງ ຄະນະກຳມະການແກ້ໄຂບັນຫາຢາເສບຕິດ ລະດັບຊາດ ແລະ ລະດັບທ້ອງຖິ່ນຂຶ້ນຢ່າງຄົບຖ້ວນ ມີທຸກຂະແໜງການເຂົ້າຮ່ວມ, ແຕ່ເຫັນວ່າ ບາງຂະແໜງການ ຍັງບໍ່ທັນເຄື່ອນໄຫວຕາມພາລະບົດບາດຄວາມຮັບຜິດຊອບຂອງຕົນ, ຂອດປະສານ ງານແຕ່ລະຂັ້ນ, ແຕ່ລະຂະແໜງການ ຍັງບໍ່ທັນກົມກຽວກັນ, ການຈັດຕັ້ງປະຕິບັດບໍ່ທັນເປັນເອກະພາບ ແລະ ການສ່ອງແສງລາຍງານຂອງຂະແໜງການ ຕາມຂັ້ນຕອນທີ່ກຳນົດໄວ້ບໍ່ເປັນປົກກະຕິ, ຍັງຂາດຕົວເລກ, ຂໍ້ມູນທີ່ລະອຽດ ຈະແຈ້ງ, ລາຍງານແບບລວມໆ ຍ້ອນຂາດການລົງຕິດຕາມກວດກາຢູ່ຮາກຖານຕົວຈິງ;
4) ປະເພດສິ່ງເສບຕິດທີ່ເກີດຂື້ນໃຫມ່ໃນປະຈຸບັນ ເຫັນວ່າ ມີຫຼາຍຊະນິດ ແຕ່ກົດຫມາຍ ແລະ ນິຕິກຳໃຕ້ກົດຫມາຍ ຍັງບໍ່ທັນກຳນົດອອກຢ່າງລະອຽດສະເພາະຈະແຈ້ງ, ຮັດກຸມ ແລະ ບໍ່ທັນ ສອດຄ່ອງກັບສະພາບຄວາມເປັນຈິງ, ການປັບປຸງແກ້ໄຂບັນຫາດັ່ງກ່າວຍັງມີລັກສະນະແກ່ຍາວ ຈຶ່ງ ເຮັດໃຫ້ມີຄວາມຫຍຸ້ງຍາກ ຕໍ່ການດໍາເນີນຄະດີ ຕໍ່ຜູ້ກະທຳຜິດ ໂດຍສະເພາະແມ່ນຜູ້ຕ້ອງຫາ ກ່ຽວ ກັບສານເສບຕິດທີ່ເກີດຂື້ນໃຫມ່;
5) ຜ່ານມາເຖິງວ່າເຈົ້າຫນ້າທີ ສາມາດມ້າງລາຍຄະດີຄ້າ-ຂາຍ, ຂົນສົ່ງຢາເສບຕິດໄດ້ຫຼາຍ ຄະດີ, ສໍາຫຼວດ ແລະ ທຳລາຍສວນປູກຝິ່ນໄດ້ຫຼາຍເຮັກຕາ ແຕ່ບໍ່ທັນສາມາດມ້າງໄດ້ເປົ້າໝາຍ ທີ່ເປັນຫົວໂປ້ໂຕການ, ຜູ້ຢູ່ເບື້ອງຫຼັງ ທີ່ເປັນຜູ້ສັ່ງການ ຈິ່ງເຮັດໃຫ້ບັນຫາຢາເສບຕິດ ຍັງສືບຕໍ່ມີການ ຄ້າ-ຂາຍ, ຂົນສົ່ງ, ເສບ ຢ່າງຕໍ່ເນື່ອງ ບໍ່ທັນມີທ່າທີວ່າຈະຫຼຸດຜ່ອນລົງເທື່ອ.
6) ສໍາລັບກໍາລັງ ປກສ ໂດຍສະເພາະຢູ່ຂັ້ນທ້ອງຖິ່ນ, ຂັ້ນແຂວງ, ຂັ້ນເມືອງ ເຖິງວ່າໄດ້ມີ ການປັບປຸງກົງຈັກການຈັດຕັ້ງ, ບຸກຄະລາກອນຈໍານວນຫນຶ່ງແລ້ວກໍ່ຕາມ ແຕ່ຂາດການຝຶກອົບຮົມ ຢ່າງເປັນລະບົບ, ຕໍ່ເນື່ອງ ເຮັດໃຫ້ຄວາມຮັບຮູ້, ຄວາມເຂົ້າໃຈ, ຄວາມສາມາດ ຂອງເຈົ້າຫນ້າທີ່ ຍັງຈຳກັດ; ການດໍາເນີນຄະດີຍັງຊັກຊ້າ, ບາງແຂວງຍັງມີຫຼາຍຄະດີ ຍັງຄ້າງຢູ່ໃນໄລຍະການສືບ ສວນ-ສອບສວນ ຂອງເຈົ້າຫນ້າທີ່, ຍ້ອນຂໍ້ມູນ, ຫຼັກຖານ ບໍ່ພຽງພໍ ແລະ ຕອບສະໜອງຊັກຊ້າ ເຮັດໃຫ້ການກັກຂັງພາງ ຜູ້ຕ້ອງຫາ ເກີນຂອບເຂດທີ່ກຳນົດໄວ້ ໃນກົດຫມາຍ;
7) ສະຖານທີ່ຄຸມຂັງ, ດັດສ້າງ ຢູ່ຂັ້ນແຂວງ, ຂັ້ນເມືອງ ຫຼາຍບ່ອນຍັງຄັບແຄບ, ແອອັດ, ອັດຕາ ກິນບໍ່ພຽງພໍ, ສະຖານທີ່ຝຶກວິຊາອາຊີບ ຍັງມີຈຳກັດ; ຜູ້ຕ້ອງຫາ ຫຼື ນັກໂທດ ເຈັບປ່ວຍ ຍັງພົບຄວາມ ຫຍຸ້ງຍາກ, ບໍ່ມີໂຮງໝໍປິ່ນປົວສະເພາະ, ຂາດງົບປະມານ ແລະ ຢາປິ່ນປົວພະຍາດ; ສູນບຳບັດ, ປິ່ນປົວ ຜູ້ ຕິດຢາເສບຕິດ ຍັງບໍ່ພຽງພໍ ແລະ ປະສິດທິຜົນກໍຍັງບໍ່ສູງ;
8) ການສະຫນອງດ້ານງົບປະມານ, ວັດຖຸອຸປະກອນ, ພາຫະນະທີ່ຈຳເປັນ ເພື່ອຮັບໃຊ້ໃຫ້ ແກ່ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ເວົ້າລວມຍັງພົບຄວາມຫຍຸ້ງຍາກ, ກອງທຶນຮັບໃຊ້ ການແກ້ໄຂຢາເສບຕິດ ຢູ່ຂັ້ນແຂວງຍັງມີຈຳກັດ, ຢູ່ຂັ້ນເມືອງ ແລະ ຂັ້ນບ້ານ ເຫັນວ່າຍັງບໍ່ທັນມີຂໍ້ ກຳນົດການນໍາໃຊ້ກອງທຶນດັ່ງກ່າວ ຈິ່ງເຮັດໃຫ້ຂັ້ນເມືອງ ແລະ ຂັ້ນບ້ານ ບໍ່ທັນສາມາດເຂົ້າເຖິງກອງ ທຶນດັ່ງກ່າວໄດ້;
9) ການຮ່ວມມືໃນການສະກັດກັ້ນ, ຕ້ານການຂົນສົ່ງ, ຄ້າ-ຂາຍ ຢາເສບຕິດ ກັບຕ່າງປະເທດ ໂດຍ ສະເພາະ ບັນດາປະເທດທີ່ຢູ່ໃກ້ຄຽງ ທີ່ມີຊາຍແດນຕິດກັບປະເທດເຮົາ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ຍັງ ເກີດມີປະກົດການລັກລອບຂົນສົ່ງ, ຄ້າ-ຂາຍ ຢາເສບຕິດຢູ່ຕາມຊາຍແດນຢ່າງຕໍ່ເນື່ອງ.