ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ ລາຍງານ ຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ພະຈິກ 2024 ໃຫ້ຮູ້ວ່າ: ການແກ້ໄຂບັນຫາຢາເສບຕິດມີຜົນສໍາເລັດ ນັບແຕ່ເດືອນ 01-11 ປີ 2024 ໃນຂອບເຂດທົ່ວປະເທດ; ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 3.395 ເລື່ອງ, ຈັບຜູ້ຖືກຫາໄດ້ 5.168 ຄົນ/ຍິງ 505 ຄົນ, ຕ່າງປະເທດ 199 ຄົນ/ຍິງ 19 ຄົນ (ຫວຽດນາມ 61 ຄົນ/ ຍິງ 06 ຄົນ, ຈີນ 59 ຄົນ/ຍິງ 03 ຄົນ, ມຽນມາ 16 ຄົນ, ໄທ 39 ຄົນ/ຍິງ 04 ຄົນ, ມາເລເຊຍ 03 ຄົນ, ໄນຈີເລຍ 01 ຄົນ/ຍິງ 01 ຄົນ, ອີຕາລີ 01 ຄົນ, ອົດສະຕາລີ 01 ຄົນ, ອິນເດຍ 02 ຄົນ/ຍິງ 01 ຄົນ, ອິນໂດເນເຊຍ 01 ຄົນ, ເຢເມນ 01 ຄົນ, ຝຣັ່ງ 01 ຄົນ, ເກົາຫຼິໃຕ້ 03 ຄົນ, ເລບານ໋ອນ 01 ຄົນ, ອັງກິດ 01 ຄົນ, ອາເມລິກາ 01 ຄົນ, ເຢຍລະມັນ 02 ຄົນ/ຍິງ 01 ຄົນ, ຢີປຸ່ນ 02 ຄົນ/ຍິງ 01 ຄົນ, ກຳປູເຈຍ 02 ຄົນ, ຟີລີບປິນ 01 ຄົນ); ຍຶດເຮໂຣອິນ 380,96 ກລ, ຢາບ້າ 81.030.733 ເມັດ ນໍ້າໜັກ 8.103,07 ກລ, ຢາໄອສ໌ 4.816,17 ກລ, ຢາຝິ່ນ 84,86 ກລ, ຄັນຊາ 3.583,24 ກລ, ເຄຕາມິນ 33,14 ກລ, ຢາອີ 2.584 ເມັດ ກັບ 61,44 ກລ, ໂຄເຄນ 0,99 ກລ, ແປ້ງຝຸ່ນ 10.092,84 ກລ, ສານເຄມີ 101 ຖັງ, ລົດໃຫ່ຍ 77 ຄັນ, ລົດ ຈັກ 480 ຄັນ, ປືນ 10 ກະບອກ, ລູກປືນ 1.677 ລູກ.
-ໄດ້ລົງສຳຫຼວດເນື້ອທີ່ລັກລອບປູກຝິ່ນ ປີ 2024 ຢູ່ 9 ແຂວງພາກເໜືອ ແລະ ພາກກາງ; ກວດພົບເນື້ອທີ່ລັກລອບປູກຝິ່ນ 5.831 ຮຕ, ທໍາລາຍໄດ້ 126 ຮຕ ແລະ ລົງກວດກາ ແລະ ທໍາລາຍການລັກ ລອບປູກຕົ້ນກະທ່ອມ ຢູ່ເມືອງສັງທອງ, ນະຄອນຫຼວງວຽງຈັນ 123 ຕົ້ນ ແລະ ໄດ້ທໍາລາຍສານເຄມີຕົ້ນທີ່ເຈົ້າໜ້າທີ່ຍຶດໄດ້ຢູ່ 3 ແຂວງພາກເໜືອ ຄື: ແຂວງບໍ່ແກ້ວ, ຫຼວງພະບາງ, ຫຼວງນ້ຳທາ ຈຳນວນ 126 ໂຕນ.
– ຕໍ່ເປົ້າໝາຍຜູ້ເສບຢາເສບຕິດ (ຜູ້ຖືກເຄາະຮ້າຍ) ພວກເຮົາ ໄດ້ນໍາເຂົ້າສູນບໍາບັດ-ປິ່ນປົວ, ຟື້ນຟູສຸ ຂະພາບ ທີ່ມີໃນທົ່ວປະເທດ 14 ສູນ; ມີທັງໝົດ 5.132 ຄົນ/ຍິງ 209 ຄົນ (ໃນນັ້ນ, ປິ່ນປົວດີແລ້ວກັບຄືນບ້ານມີ 2.513 ຄົນ/ຍິງ 112 ຄົນ, ສືບຕໍ່ປິ່ນປົວ 2.619 ຄົນ/ຍິງ 97 ຄົນ); ປະຈຸບັນ ລັດຖະບານ ສສ. ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງສູນບໍາບັດຜູ້ຕິດຢາເສບຕິດ 1 ແຫ່ງ (ຫຼັກ 62) ເຊິ່ງສາ ມາດບັນຈຸໄດ້ 500 ກວ່າຄົນ; ໄດ້ສຳເລັດພິທີວາງສິລາເລີກໃນວັນທີ 12 ກໍລະກົດ 2024 ຄາດວ່າທ້າຍປີ 2025 ຈະສໍາເລັດການກໍ່ສ້າງ ແລະ ມີຈຸດໃຫ້ຄໍາປຶກສາຜູ້ຕິດຢາເສບຕິດ ຂັ້ນຊຸມຊົນ ຢູ່ໂຮງໝໍເມືອງ ຈຳນວນ 28 ຈຸດ.
– ໄດ້ອອກໃບຢັ້ງຢືນຮັບຮອງບໍລິສັດເຂົ້າຮ່ວມໂຄງການປູກພືດທົດແທນການປູກຝິ່ນຢູ່ 07 ແຂວງພາກເໜືອ ແລະ ພາກກາງ, ມີທັງໝົດ 57 ບໍລິສັດ, ບໍລິສັດດັ່ງກ່າວໄດ້ປູກ ແລະ ເກັບຊື້ຜົນຜະລິດນຳປະ ຊາຊົນ ເຊັ່ນ: ຢາງພາລາ, ກາເຟ, ຊາ, ອ້ອຍ, ສາລີ, ມັນຕົ້ນ, ເຂົ້າ, ໝາກແໜ່ງ, ລ້ຽງງົວ-ຄວາຍ ແລະ ລ້ຽງປາ (ລວມມີ 18 ລາຍການພືດ ແລະ 02 ລາຍການລ້ຽງສັດ), ປະຊາຊົນໄດ້ຮັບຜົນປະໂຫຍດ 1.440 ບ້ານ, 58.185 ຄອບຄົວ.
– ໂຄງການຮ່ວມມືລາວ-ສປຊ ພັດທະນາທາງເລືອກທົດແທນການລັກລອບປູກຝິ່ນ ຢູ່ແຂວງຫົວ ພັນ: ໄດ້ຊ່ວຍເຫຼືອປະຊາຊົນປູກກາເຟ ຢູ່ 20 ບ້ານ, 04 ເມືອງ, ເນື້ອທີ່ 700 ຮຕ, ມີສະມາຊິກທັງໝົດ 383 ຄອບຄົວ; ປີ 2024 ສາມາດຂາຍກາເຟ ໄດ້ 115 ໂຕນ, ມູນຄ່າ 561.640 ໂດລາສະຫະລັດ.