ໃນລະຫວ່າງວັນທີ 10-12 ພະຈິກ 2024 ທ່ານ ປອ. ສໍາລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະນໍາຈາກກົມແຜນການ ແລະ ຫ້ອງການກະຊວງ ໄດ້ນຳພາຄະນະຊາວໜຸ່ມກົມແຜນການ ກະຊວງສຶກສາທິການ ແລະ ກິລາ, ຊາວໜຸ່ມພະແນກສຶກສາທິການ ແລະ ກິລານະຄອນຫຼວງ ແລະ ວິທະຍາໄລຄູດົງຄໍາຊ້າງ ລົງພົບປະ ແລະ ມອບເຄື່ອງອຸປະກອນການຮຽນ, ປື້ມແບບຮຽນ, ອຸປະກອນກິລາ, ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ ແລະ ເຄື່ອງບໍລິໂພກ ໃຫ້ແກ່ໂຮງຮຽນທີ່ຂາດເຂີນ ຢູ່ເຂດຫ່າງໄກສອກຫຼີກ ຂອງເມືອງພີນ ແຂວງສະຫວັນນະເຂດ. ຄະນະໄດ້ຮັບການຕ້ອນຮັບຈາກ ທ່ານຮອງເຈົ້າເມືອງ ເມືອງພີນ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພີນ, ຕະຫຼອດຮອດພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງພີນເຂົ້າຮ່ວມ.
ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ແມ່ນໄດ້ມາຈາກການບໍລິຈາກຂອງກະຊວງສຶກສາທິການ ແລະ ກິລາ, ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ, ວິທະຍາໄລດົງຄຳຊ້າງ, ສະຖານການສຶກສາທັງພາກລັດ ແລະ ເອກະຊົນ ໃນນະຄອນຫຼວງວຽງຈັນ ຊຶ່ງປະກອບມີເຄື່ອງຄອມພິວເຕີ, ເຄື່ອງສາຍ LCD, ປຶ້ມແບບຮຽນ, ຄູ່ມືຄູ, ປຶ້ມຂຽນ, ບິກ, ສໍດໍາ, ເຄື່ອງນຸ່ງ ແລະ ອຸບປະກອນກິລາຈໍານວນໜຶ່ງ.ເຄື່ອງແມ່ນໄດ້ມອບໃຫ້ແກ່ 4 ໂຮງຮຽນ ແລະ 1 ໂຮງຮຽນຊົນເຜົ່າ ເນື່ອງໃນໂອກາດວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 30 ປີ. ນອກຈາກນີ້, ທ່ານວ່າການແທນຫົວໜ້າກົມແຜນການ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ມອບເງິນທີ່ລະດົມມາໄດ້ຈຳນວນ 10,000,000 ກີບ ເພື່ອປະກອບສ່ວນເຂົ້າໃນການສະໜອງນໍ້າສະອາດໃຫ້ແກ່ໂຮງຮຽນມັດຖະຍົມຕົ້ນຊົນເຜົ່າ. ຖືວ່າເປັນໂຮງຮຽນທີ່ຂາດເຂີນ ຢູ່ເຂດຫ່າງໄກສອກຫຼີກ, ເປັນໂຮງຮຽນກິນນອນທີ່ມີນັກຮຽນອາໃສ່ຢູ່ໃຊ້ຊີວິດຮ່ວມກັນ.
ທ່ານ ປອ. ສໍາລານ ພັນຄະວົງ ໄດ້ກ່າວວ່າ: “ລັດຖະບານລາວຮັບຮູ້ວ່າ ເດັກທຸກຄົນມີສິດໄດ້ຮັບການສຶກສາທີ່ມີຄຸນນະພາບ. ການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບແມ່ນຄວາມຕ້ອງການພື້ນຖານຂອງປະເທດທີ່ຈະເລີນຮຸ່ງເຮືອງ ແລະ ມີສັນຕິພາບ. ຂໍສະແດງຄວາມຂອບໃຈມາຍັງຄະນະຊາວໜຸ່ມກົມແຜນການ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ບັນດາໂຮງຮຽນຕ່າງໆໃນນະຄອນຫຼວງວຽງຈັນ ພ້ອມດ້ວຍທຸກພາກສ່ວນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອທາງດ້ານການເງິນ ແລະ ວັດຖຸອຸປະກອນຕ່າງໆໃນການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້. ແລະ ຂ້າພະເຈົ້າກໍຂໍສະແດງຄວາມຂອບໃຈມາຍັງ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ທີ່ໄດ້ປະກອບສ່ວນມອບເຄື່ອງອຸປະກອນ ແລະ ສື່ການຮຽນການສອນຈໍານວນໜຶ່ງ ເພື່ອຊ່ວຍສົ່ງເສີມວຽກງານການພັດທະນາການສຶກສາຢູ່ເຂດຫ່າງໄກສອກຫຼີກ”.
ທ່ານ ປອ. ສໍາລານ ພັນຄະວົງ ແລະ ຄະນະຜູ້ແທນ ໄດ້ມອບປື້ມແບບຮຽນ, ຄູ່ມືຄູ, ປຶ້ມ, ບິກ, ສໍ, ປຶ້ມນິທານ, ອຸປະ ກອນກິລາ ແລະ ເຄື່ອງນຸ່ງຫົ່ມ ໃຫ້ແກ່ໂຮງຮຽນທີ່ໄດ້ໄປຢ້ຽມຢາມ ແລະ ຍັງໄດ້ພົບປະກັບບັນດາຄູອາຈານທີ່ສອນຢູ່ໃນເຂດຫ່າງໄກສອກຫຼີກ ເພື່ອປຸກລະດົມຈິດໃຈ ໃຫ້ສິດສອນນ້ອງນັກຮຽນຢ່າງເປັນປົກກະຕິ ແລະ ສືບຕໍ່ປັບປຸງວຽກງານພັດທະນາການສຶກສາໃນທ້ອງຖິ່ນຕົນໃຫ້ໄດ້ດີຂຶ້ນເລື້ອຍໆ. ນອກຈາກນີ້, ຄະນະຜູ້ແທນຍັງໄດ້ໂອ້ລົມພົບປະກັບບັນດາຜູ້ບໍລິຫານການສຶກສາຢູ່ຂັ້ນເມືອງ ໂດຍໄດ້ແລກປ່ຽນ ແລະ ປຶກສາກ່ຽວກັບການຝຶກອົບຮົມຫຼັກສູດຊັ້ນປະຖົມສະບັບປັບປຸງ ໃໝ່ ທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ.