ທ່ານ ນາງ ເກດມະນີ ບັນດາສັກ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ປະກອບຄໍາເຫັນຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 20 ພະຈິກ 2024 ວ່າ: ຄຸນນະພາບການສຶກສາຈະດີກະຂຶ້ນຢູ່ຫຼາຍປັດໃຈ ນັກຮຽນຕ້ອງຕັ້ງໃຈ ແລະ ມີຄວາມກະຕືລືລົ້ນຮຽນ, ສ່ວນຄູສອນຕ້ອງມີຄຸນນະພາບ ແລະ ພໍ່ແມ່ຜູ້ປົກຄອງ ຕ້ອງສະໜັບສະໜູນລູກໃນການສຶກສາ ລວມເຖິງສິ່ງແວດລ້ອມສັງຄົມທີ່ດີ.
ສະເພາະໃນນະຄອນຫຼວງວຽງຈັນ ໃນເຂດຊົນນະບົດ ການຮຽນຂອງນັກຮຽນ ໂຕນກັນຢ່າງຂາດຂັ້ນ ຖ້າທຽບໃສ່ໃນເມືອງ, ຄູບໍ່ມີ, ຄູບໍ່ພໍ ຈົບວິຊາໜຶ່ງ ກັບມາສອນວິຊາໜຶ່ງ ເຮັດແນວໃດການສຶກສາລາວຈະມີຄຸນນະພາບ ຈິ່ງຂໍໃຫ້ເບື້ອງກະຊວງສຶກສາໄດ້ເບິ່ງບັນຫານີ້ຄືນໃໝ່ ທົບທວນ ແລະ ວາງຈຸດສຸມ ໂດຍສະເພາະເຂດຊົນນະບົດຂາດເງິນຕ້ອງສຸມໃສ່ ເພື່ອເຮັດໃຫ້ການຫຼຸດໂຕນກັນບໍ່ຫຼາຍ ແລະ ເຮັດໃຫ້ລູກຫຼາຍພວກເຮົາຢາກຮຽນ ເພາະສະນັ້ນຕ້ອງເພີ່ມເງິນເປີເຊັນ ແລະ ພວກເຮົາຕ້ອງເລັ່ງກໍານົດແຜນ ແລະ ປະຕິບັດ.
ອີກຢ່າງໜຶ່ງທີ່ສໍາຄັນຄື ເລື່ອງສຶກສາການເມືອງໃຫ້ ຄູອາຈານ ເພາະວ່າ ນັກຮຽນ ບໍ່ຟັງພໍ່ແມ່ ແຕ່ຟັງຄູຫຼາຍກວ່າ ເປັນຫຍັງພວກເຮົາບໍ່ໃຫ້ຄູ ໄດ້ຝຶກອົບຮົມຮັບຮູ້ນະໂຍບາຍການເມືອງແນວຄິດ ເພື່ອໄປຖ່າຍທອດໃຫ້ນັກຮຽນປູກຟັງຕັ້ງແຕ່ນ້ອຍ.
ນອກນັ້ນ, ອີກບັນຫາທີ່ສໍາຄັນຄືສະເໜີ ໃຫ້ລັດຖະບານຄົ້ນຄວ້າ ນັກຮຽນນັກສຶືກສາ ໄດ້ໃບປະກາດແດງ ຄວນໃຫ້ບູລິມະສິດໃຫ້້ເລີຍໃນການເຮັດວຽກງານອື່ນໆຕາມຂະແໜງຕ່າງ ເຊິ່ງສາຍສາມັນເຮັດໄດ້ແລ້ວຈົບໄດ້ເລືອກໃຫ້ຮຽນຕາມທຶນ, ແຕ່ຈົບລະດັບວິທະຍາໄລ ແລະ ມະຫາວິທະຍາໄລ ຈົບລະຍັງບໍ່ມີບູລິມະສິດໃຫ້ເລີຍ ຖ້າເຮັດໄດ້ຈະເຮັດໃຫ້ລູກຫຼານ ແລະ ໄວໜຸ່ມລາວສົນໃຈການຮຽນຫຼາຍຂຶ້ນ.