ແຂວງເຊກອງ ປະກາດແຕ່ງຕັ້ງຮອງປະທານ-ຜູ້ປະຈໍາການຄະນະກໍາມະການ ປກຊ-ປກສ

0
174

ແຂວງເຊກອງໄດ້ຈັດພິທີປະກາດແຕ່ງຕັ້ງຮອງປະທານ-ຜູ້ປະຈໍາການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ຂຶ້ນໃນວັນທີ 15 ພະຈິກ ຜ່ານມາ, ທີ່ສະໂມສອນແຂວງ ໂດຍການເຂົ້າຮ່ວມ ຂອງສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ  ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ເຫລັກໄຫລ ສີວິໄລ ເຈົ້າແຂວງຈຳປາສັກ, ປະທານ ປກຊ-ປກສ ແຂວງ, ເຈົ້າ ແຂວງເຊກອງ, ມີຄະນະກໍາມະການ ປກຊ-ປກສ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 2 people and text
ສະຫາຍ ພົນຈັດຕະວາ ທຸມມາ ພົມມະທໍາ ຮອງຫົວໜ້າຫ້ອງການ ຄະນະປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ເປັນຮອງປະທານ, ຜູ້ປະຈໍາການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງເຊກອງ.

May be an image of 1 person
ໃນໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ມີຄໍາເຫັນໂອ້ລົມຊີ້ໃຫ້ຄະນະກໍາມະການ ປກຊ-ປກສ ແຂວງ ສືບຕໍ່ປັບປຸງກຳລັງປ້ອງຊາດ-ປ້ອງກັນຄວາມສະຫງົບໃຫ້ດີທີ່ສຸດ ແລະ ສ້າງຄວາມສາມັກຄີໃຫ້ໜັກແໜ້ນ ທັງເປັນຄັນທຸງນຳໜ້າ, ເຮັດໃຫ້ພາຍໃນເປັນປຶກແຜນແໜ້ນໜາ, ຮັກສາຄວາມເປັນແບບຢ່າງໃຫ້ດີ, ຫລີກກລ່ຽງແນວຄິດກຸ່ມກ້ອນ, ຈຸ້ມເຈື້ອ, ເຊື້ອສາຍ, ອັກຄະຕິ, ແບ່ງແຍກ ແລະ ຕ້ອງເປັນຄົນມີຄວາມຊື່ຕົງ; ເພີ່ມທະວີຄວາມຮັບຜິດຊອບທາງດ້ານການເມືອງ, ເຮັດໃຫ້ກຳລັງ ປກຊ-ປກສ ຢືດໝັ້ນອຸດົມການ, ເອົາໃຈໃສ່ຊີ້ນໍາວຽກງານສືບຂ່າວ, ຕິດຕາມ, ກວດກາກໍາເເໜ້ນສະພາບການຕ່າງໆ, ຮັບປະກັນບົດບາດການນໍາພາ, ໂດຍກົງ, ຮອບດ້ານ, ເຮັດໃຫ້ກຳລັງມີນ້ຳໃຈຮັກຊາດ, ມີສະຕິຕໍ່ການຈັດຕັ້ງ, ເຄົາລົບລະບຽບກົດໝາຍ ແລະ ເຮັດໃຫ້ກຳລັງໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນ.

May be an image of 2 people, dais and text

ຕ້ອງເດັດຂາດ, ມີໄຫວພິບ, ສະຫລາດຫລັກແຫລມ, ບໍ່ໃຫ້ຜິດຕໍ່ແນວທາງຂອງພັກ ແລະ ອົດທົນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີຄວາມຖືກຕ້ອງ, ສອດຄ່ອງ ແລະ ແບ່ງຄວາມຮັບຜິດຊອບໃຫ້ເໝາະສົມ, ປັບປຸງກໍ່ສ້າງກຳລັງໃຫ້ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນໍາ, ຮັບປະກັນຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໃນສັງຄົມ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາແຂວງເຊກອງ ຕາມທິດສີຂຽວ ແລະ ຍືນຍົງ.

May be an image of 2 people and text

ຂ່າວ-ພາບ: ຂ່າວແຂວງເຊກອງ

LEAVE A REPLY

Please enter your comment!
Please enter your name here