ທ່ານ ບຸນຕາ ເທບພະວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ປະກອບຄໍາເຫັນຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນແລງວັນທີ 18 ພະຈິກ 2024 ວ່າ: ວຽກງານສຶກສາເປັນວຽກທີ່ສໍາຄັນທີ່ສຸດຂອງພັກ ເພາະວ່າພັກເຮົາໄດ້ກໍານົດແຕ່ຫົວທີ ແຕ່ອະດີດຈົນຮອດປັດຈຸບັນວ່າ ໃຫ້ເອົາວຽກການສຶືກສາໄປກ່ອນທຸກວຽກ ເຊິ່ງໃນສະພາບຕົວຈິງລັດຖະບານກໍໄດ້ເອົາໃຈໃສ່ໂດຍການຂະຫຍາຍ ແລະ ກໍານົດນະໂຍບາຍເປັນ 18% ໂດຍສະພາແຫ່ງຊາດກໍໄດ້ຮັບເຂົ້າໃນກົດໝາຍແລ້ວ ແຕ່ໃນຕົວຈິງ ການສຶກສາ ໄດ້ຮັບງົບປະມານພຽງ 9-12% ຍ້ອນຫຼາຍໆຢ່າງທີ່ເປັນຕ່ອງໂສ້ເຮັດໃຫ້ການສືຶກສາໃນບ້ານເຮົາ ໂດຍການຕີລາຄາບໍ່ປົກກະຕິ. ດັ່ງນັ້ນ ຂ້າພະເຈົ້າຂໍແລກປ່ຽນ ແລະ ສະເໜີດັ່ງນີ້:
1.ສະເໜີລັດຖະບານເອົາຈິງເອົາຈັງສຸມໃສ່ຈັດຕັ້ງປະຕິບັດ ມະຕິຕົກລົງຂອງຄະນະລັດຖະບານ ໂດຍມອບໃຫ້ທ່ານຮອງນາຍົກລັດຖະມົນຕີ ເປັນຜູ້ນໍາພາຊີ້ນໍາໂດຍກົງ, ໃຫ້ປະຕິຮູບ ແລະ ແກ້ໄຂລະບົບການສຶກສາ ແລ້ວລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9, ເທື່ອທີ 10 ຂອງສະພາແຫ່ງຊາດປີ 2025.
2.ສະເໜີປະຕິບັດງົບປະມານໃຫ້ຂະແໜງການສຶກສາໃຫ້ຄົບຖ້ວນຕາມມະຕິຂອງສະພາ.
3.ສະເໜີປັບປຸງກົງຈັກກະຊວງສຶືກສາທິການ ແລະ ກີລາ, ເຊິ່ງກະຊວງດັ່ງກ່າວມີ 4 ໜ້າວຽກໃຫຍ່ຄື: 1. ວຽກສຶກສາທິການ, 2 ວຽກງານກີລາ-ກາຍະກໍາ, 3 ວຽກງານພັດທະນາຊັບພະຍາກອນມະນຸດແຫ່ງຊາດ ແລະ ວຽກທີ 4 ວຽກວິທະຍາສາດ. ດັ່ງນັ້ນ ຈິ່ງຂໍສະເໜີ ອັນທີ 1 ເອົາວຽກກີລາ-ກາຍະກໍາ ເຂົ້າກັບວຽກງານອື່ນ ຫຼື ກະຊວງທ່ອງທ່ຽວ ແລະ ກີລາ, ອັນທີ 2 ສະເໜີເອົາວຽກງານພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໄປຂຶ້ນກັບວຽກງານອື່ນ, ສະນັ້ນກະຊວງດັ່ງກ່າວຈິ່ງມີຊື່ວ່າ ກະຊວງສຶກສາທິການ ແລະ ວິທະຍາສາດ.
4.ສະເໜີໃຫ້ຍົກບົດບາດໃຫ້ທ້ອງຖິ່ນ ແລະ ແຂວງ ໃຫ້ໜັກແໜ້ນຂຶ້ນ