ສະຖາບັນຣັຕນະ ບໍລິຫານທຸລະກິດ ສະຫຼຸບສົກຮຽນ 2020-2024

0
136

ພິທີສະຫຼຸບສົກຮຽນ 2020-2024 ຂອງສະຖາບັນ ບັນຣັຕນະ ບໍລິຫານທຸລະກິດ ຈັດຂຶ້ນໃນວັນທີ 16 ພະຈິກ 2024 ທີ່ໂຮງແຮມດອນຈັນພາເລດ ເຂົ້າຮ່ວມຂອງທ່ານ ຮຈ ປອ ຫຼ້າວັນ ວົງຄໍາສານ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສືກສາທິການ ແລະ ກີລາ, ທ່ານ ປອ ສົມເພັດ ຣັຕນະສິມ ປະທານສະຖາບັນຣັຕນະ ບໍລິຫານທຸລະກິດ ພ້ອມດ້ວຍຜູ້ອໍານວຍການ, ນັກສຶກສາ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.

ທ່ານ ປອ ບຸນເທືອງ ມູນລາສີ ຜູ້ອໍານວຍການ ສະຖາບັນຣັຕນະ ບໍລິຫານທຸລະກິດ ກ່າວວ່າ: ຜົນສຳເລັດຂອງ ນັກສຶກສາຫຼັກສູດ ປະລິນຍາຕີ ລຸ່ນທີ 2 ຕະຫຼອດ ຊຸດຮຽນ 2020 -2024 ສະຫຼຸບໄດ້ຄື ນັກສຶກສາເຂົ້າສອບເສັງ ທັງໝົດຈຳນວນ 326 ຄົນ, ເປັນຍິງ 201 ຄົນ, ສອບເສັງໄດ້ທັງໝົດ ຈຳນວນ 293 ຄົນ, ເປັນຍິງ 184 ຄົນ (ເສັງໄດ້: 89,9%) ປະກອບດ້ວຍສາຂາວິຊາດັ່ງນີ້:  ສາຂາວິຊາ ພາສາອັງກິດທຸລະກິດ ມີນັກສຶກສາທັງໝົດ 89 ຄົນ, ຍິງ 45 ຄົນສອບເສັງໄດ້ ທັງໝົດ: 75 ຄົນ, ຍິງ 39 ຄົນ (ຄິດເປັນ 84,3%); ສາຂາວິຊາ ການເງິນ-ການທະນາຄານ ມີນັກສຶກສາທັງໝົດ 84 ຄົນ, ຍິງ 58 ຄົນ ສອບເສັງໄດ້ ທັງໝົດ: 74 ຄົນ, ຍິງ 50 ຄົນ (ຄິດເປັນ 88,1%); ສາຂາວິຊາ ບໍລິຫານທຸລະກິດທົ່ວໄປ ມີນັກສຶກສາທັງໝົດ 129 ຄົນ, ຍິງ 82 ຄົນ ສອບເສັງໄດ້ ທັງໝົດ 121 ຄົນ, ຍິງ 79 ຄົນ (ຄິດເປັນ 93,8%); ສາຂາວິຊາ ການຕະຫຼາດ ມີນັກສຶກສາທັງໝົດ 24 ຄົນ, ຍິງ 16 ຄົນ ສອບເສັງໄດ້ ທັງໝົດ  23 ຄົນ, ຍິງ 16 ຄົນ (ຄິດເປັນ 95,8%).

ທ່ານກ່າວຕື່ມວ່າ: ຜົນສຳເລັດ ຫຼັກສູດຕໍ່ເນື່ອງລະດັບປະລິນຍາຕີ ລຸ່ນທີ 4 ໄລຍະເວລາ ສຶກສາແຕ່ 2022-2024 ມີດັ່ງນີ້: ນັກສຶກສາເຂົ້າສອບເສັງ ທັງໝົດຈຳນວນ 52 ຄົນ, ເປັນຍິງ 35 ຄົນ, ສອບເສັງໄດ້ທັງໝົດ ຈຳນວນ 41 ຄົນ, ເປັນຍິງ 25 ຄົນ (ເສັງໄດ້: 78,8%) ປະກອບດ້ວຍສາຂາວິຊາ: ສາຂາວິຊາ ພາສາອັງກິດທຸລະກິດ ມີນັກສຶກສາທັງໝົດ 10 ຄົນ, ຍິງ 6 ຄົນ ສອບເສັງໄດ້ ທັງໝົດ 6 ຄົນ, ຍິງ 3 ຄົນ (ຄິດເປັນ 60 %), ສາຂາວິຊາ ບໍລິຫານທຸລະກິດທົ່ວໄປ ມີນັກສຶກສາທັງໝົດ 24ຄົນ ຍິງ 16ຄົນ ສອບເສັງໄດ້ທັງໝົດ 19ຄົນ, ຍິງ 13ຄົນຄິດເປັນ 79,2%, ສາຂາວິຊາການເງິນ -ການທະນາຄານ ມີນັກສຶກສາທັງໝົດ 18ຄົນ, ຍິງ 3 ຄົນ  ສອບເສັງໄດ້ທັງໝົດ 16ຄົນ ຍິງ 9ຄົນຄິດເປັນ 88,9%.

ສະຖາບັນ ຣັຕນະ ບໍລິຫານທຸລະກິດ ມີພະນັກງານ, ຄູ-ອາຈານ ປະຈຳ 112 ທ່ານ, ອາຈານຮັບເຊີນ 25 ທ່ານ, ປະລີນຍາເອກ 9 ທ່ານ, ຍິງ 02 ທ່ານ, ຮັບເຊີນ 06 ທ່ານ; ປະລີນຍາໂທ 98 ທ່ານ, ຍິງ 23 ທ່ານ, ຮັບເຊີນ 18 ທ່ານ; ປະລີນຍາຕຣີ 05 ທ່ານ.

ປັດຈຸບັນ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ມີນັກສຶກສາທັງໝົດ 1.709 ຄົນ, ຍິງ 959 ຄົນ

1). ຫຼັກສູດລະດັບປະລິນຍາຕີ ( 4 ປີ ) ມີທັງໝົດ 1.572 ຄົນ, ຍິງ 884 ຄົນ

2). ຫຼັກສູດຕໍ່ເນື່ອງ ປະລິນຍາຕີ ມີທັງໝົດ 122 ຄົນ, ຍິງ 65 ຄົນ

3). ຫຼັກສູດ ປະລິນຍາໂທ ມີທັງໝົດ 15 ຄົນ, ຍິງ 10 ຄົນ

ດ້ານຫຼັກ ສູດການຮຽນ-ການສອນ ປະຈຸບັນ ສະຖາບັນ ຣັຕນະ ບໍລິຫານທຸລະກິດ ໄດ້ຈັດຕັ້ງການຮຽນ-ການ ສອນ ຕາມການຮັບຮອງ ແລະ ອະນຸມັດນຳໃຊ້ຫຼັກສູດ ທັງໝົດຢູ່ 10 ຫຼັກສູດຄື:

ກ). ຫຼັກສູດ ປະລິນຍາຕິ (ປົກກະຕິ) ປະກອບດ້ວຍ 6 ສາຂາ ວິຊາ

(1) ສາຂາ ບໍລິຫານທຸລະກິດທົ່ວໄປ;

(ຂ) ສາຂາ ການເງິນ-ການທະນາຄານ;

(3) ສາຂາ ການຕະຫຼາດ;

(4) ສາຂາ ການທ່ອງທ່ຽວ;

(5) ສາຂາ ພາສາອັງກິດທຸລະກິດ;

(6) ສາຂາ ພາສາອັງກິດທົ່ວໄປ.

ຂ). ຫຼັກສູດຕໍ່ເນື່ອງລະດັບປະລິນຍາຕີ ປະກອບດ້ວຍ 3 ສາຂາ ວິຊາ

(1) ສາຂາ ບໍລິຫານທຸລະກິດທົ່ວໄປ;

(ຂ) ສາຂາ ການເງິນ-ການທະນາຄານ;

(3) ສາຂາ ພາສາອັງກິດທຸລະກິດ.

3). ຫຼັກສູດລະດັບປະລິນຍາໂທ ຊຶ່ງເປັນໂຄງການຮ່ວມມື ລະຫວ່າງ

ສະຖາບັນ ຮັຕນະ ບໍລິຫານທຸລະກິດ ກັບ ມະຫາວິທະຍາໄລ ແຫ່ງຊາດ ມີ 1 ຫຼັກສູດ:

(1) ສາຂາ ການບໍລິຫານການເງິນ;

LEAVE A REPLY

Please enter your comment!
Please enter your name here