ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX, ວັນທີ 18 ພະຈິກ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານ 10 ເດືອນ ປີ 2024 ກະຊວງການເງິນ ສາມາດຈັດຕັ້ງປະຕິບັດລາຍຮັບ ທັງໝົດໄດ້ 46.174 ຕື້ກີບ ເທົ່າກັບ 92% ຂອງແຜນການປີ ຫລື ເທົ່າກັບ 15,72% ຂອງ GDP, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 40% ເປັນເງິນປະມານ 13.083 ຕື້ກີບ.
ໃນນັ້ນ, ມີລາຍຮັບພາຍໃນປະຕິບັດໄດ້ 43.170 ຕື້ກີບ ເທົ່າກັບ 96% ຂອງແຜນການປີ, ທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາເພີ່ມຂຶ້ນ 35% ເປັນເງິນປະມານ 11.293 ຕື້ກີບ ປະກອບມີລາຍຮັບສູນກາງ 29.900 ຕື້ກີບ ເທົ່າກັບ 87% ແລະ ລາຍຮັບທ້ອງຖິ່ນ 13.270 ຕື້ກີບ ເທົ່າກັບ 125% ຂອງແຜນການປີ.
ຄາດຄະເນສູ້ຊົນເກັບລາຍຮັບທັງໝົດໃນປີ 2024 ຈະໃຫ້ໄດ້ 55.117 ຕື້ກີບ ເທົ່າກັບ 110% ຂອງແຜນການປີ ເປັນເງິນ 5.011 ຕື້ກີບ ເທົ່າກັບ 18,76% ຂອງ GDP (ມະຕິສະພາ 17%) ໃນນີ້ ບໍ່ລວມລາຍຮັບວິຊາການ ແລະ ກອງທຶນທີ່ສະເໜີດັດແກ້ 941 ຕື້ກີບ.
ສາມາດຄຸ້ມຄອງເກັບລາຍຮັບ ທີ່ເປັນສະກຸນເງິນຕາຕ່າງປະເທດໄດ້ 438,9 ລ້ານໂດລາສະຫະລັດ ແລະ 1.251,3 ລ້ານບາດ ລວມເປັນເງິນກີບ 10.155 ຕື້ກີບ ເທົ່າກັບ 21% ຂອງແຜນລາຍຮັບທັງໝົດ ແລະ ເປັນເງິນໂດລາເພີ່ມຂຶ້ນ 32% ແລະ ເງິນບາດເພີ່ມຂຶ້ນ 11% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ສ່ວນຄ່າຜິດດ່ຽງຈາກອັດຕາແລກປ່ຽນ ເຫັນວ່າບໍ່ມີຜົນຕໍ່ການເພີ່ມຂຶ້ນ ຂອງການເກັບລາຍຮັບ ເນື່ອງຈາກອັດຕາແລກປ່ຽນ ສະເລ່ຍຢູ່ໃນລະດັບໃກ້ຄຽງກັນໃນເວລາການສ້າງແຜນ. ພ້ອມນີ້, ຍັງໄດ້ປະຕິບັດການເພີ່ມອັດຕາອາກອນຊົມໃຊ້ ຂອງບາງປະເພດສິນຄ້າ;ສາ ມາດເອົາພາຫະນະເຂົ້າສູ່ລະບົບຄຸ້ມຄອງເກັບລາຍຮັບອາກອນ; ນຳໃຊ້ລະບົບຈັດເກັບຄ່າທຳນຽມ ແລະ ຄ່າບໍລິການລວມສູນຢູ່ 7 ດ່ານໃຫຍ່ດ້ວຍລະບົບທັນສະໄໝ;
ສຳລັບການຈັດຕັ້ງປະຕິບັດລາຍຈ່າຍ 10 ເດືອນ 2024 ປະຕິບັດໄດ້ 41.512 ຕື້ກີບ ເທົ່າກັບ 68% ຂອງແຜນການປີ. ໃນນັ້ນ, ຂັ້ນສູນກາງປະຕິບັດໄດ້ 32.420 ຕື້ກີບ ເທົ່າກັບ 67% ແລະ ຂັ້ນທ້ອງຖິ່ນປະຕິບັດໄດ້ 9.092 ຕື້ກີບ ເທົ່າກັບ 70% ຂອງແຜນການປີ; ຄາດຄະເນລາຍຈ່າຍໝົດປີ ຈະສູ້ຊົນປະຕິບັດບໍ່ເກີນກອບເພດານແຜນລາຍຈ່າຍ ທີ່ສະພາແຫ່ງຊາດຮັບຮອງ ບົນຈິດໃຈປະຢັດ ແລະ ຕ້ານການຟຸມເຟືອຍ, ໃນນີ້ ຍັງບໍ່ທັນລວມການຂໍດັດແກ້ລາຍຈ່າຍວິຊາການ ແລະ ກອງທຶນ 941 ຕື້ກີບ.