ສະພາ ປະກາດຍົກຍ້າຍ, ແຕ່ງຕັ້ງສະມາຊິກລັດຖະບານ

0
152

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ພະຈິກນີ້, ທ່ານນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຂຶ້ນຜ່ານກອງປະຊຸມ ຄະນະປະຈຳສະພາແຫ່ງຊາດ ສະໄໝວິສາມັນວ່າ: ອີງຕາມຄຳສະເໜີຂອງທ່ານ ນາຍົກລັດຖະມົນຕີ ໃນວັນທີ 12 ພະຈິກ 2024 ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກຄະນະລັດຖະບານ, ອີງຕາມການຕົກລົງຂອງກອງປະຊຸມ ຄະນະປະຈຳສະພາແຫ່ງຊາດ ສະໄໝວິສາມັນ ໃນວັນທີ 15 ພະຈິກ 2024, ຄະນະປະຈຳສະພາແຫ່ງຊາດຕົກລົງ


ຮັບຮອງເອົາການຍົກຍ້າຍທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄປປະຈຳຢູ່ສຳນັກງານນາຍົກລັດຖະມົນຕີ ໃນຖານະເປັນຮອງນາຍົກລັດຖະມົນຕີ ເພື່ອຮັບຜິດຊອບວຽກງານໃນລັດຖະບານ.

ຮັບຮອງເອົາການແຕ່ງຕັ້ງ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເປັນລັດຖະມົນຕີກະຊວງການຕ່າງປະເທດ.

LEAVE A REPLY

Please enter your comment!
Please enter your name here