ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ຕີກ່າວກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ໃນໄລຍະເກືອບ 1 ປີ ຜ່ານມາ, GDP ຂອງປະເທດເຮົາ ຂະຫຍາຍຕົວສະເລ່ຍໃນລະດັບ 4,6% (ຕົວເລກສະຫຼຸບ 9 ເດືອນ) ເຊິ່ງຄາດຄະເນໝົດປີ ຈະສາມາດບັນລຸໄດ້ຕາມແຜນ (ສະພາແຫ່ງຊາດ ຮັບຮອງ 4,5%).
ປັດໄຈຕົ້ນຕໍ ທີ່ເຮັດໃຫ້ຕົວເລກຂອງ GDP ເພີ່ມຂຶ້ນ ແມ່ນຂະແໜງບໍລິການ, ການຂົນສົ່ງ ແລະ ການຂາຍຍົກ-ຂາຍຍ່ອຍ, ໃນນັ້ນ ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນ ຈາກການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ການເປີດປີທ່ອງທ່ຽວລາວ ເຊິ່ງເຮັດໃຫ້ມີນັກທ່ອງທ່ຽວ ຈາກພາຍໃນ ແລະ ຕ່າງປະເທດເດີນທາງທ່ອງທ່ຽວໃນ ສປປລາວ ລວມທັງໝົດຫຼາຍກວ່າ 5 ລ້ານເທື່ອຄົນ, ສ້າງລາຍຮັບໝູນວຽນໄດ້ຫຼາຍກວ່າ 1 ພັນລ້ານ ໂດລາສະຫະລັດໂດຍສະເພາະນັກທ່ອງທ່ຽວພາຍໃນ ເຫັນວ່າບັນລຸໄດ້ເກີນແຜນຂອງປີ (127%).
ນອກນັ້ນ, ຂະແໜງກະສິກຳ,ຂະແໜງອຸດສາຫະກຳປຸງແຕ່ງ ແລະ ກໍ່ສ້າງ ກໍມີການຂະຫຍາຍຕົວດີສົມຄວນ ອັນພົ້ນເດັ່ນ ແມ່ນການຜະລິດສະບຽງອາຫານ ຮອດປັດຈຸບັນ ສາມາດປະຕິບັດໄດ້ 3.185,10 ຕື້ກີບ ເທົ່າກັບ 74,66% ຂອງແຜນການປີ.
ການຜະລິດແຮ່ທາດ ທັງຮູບແບບປົກກະຕິ ແລະ ທົດລອງປະຕິບັດໄດ້ 34.000 ກວ່າຕື້ກີບ ເທົ່າກັບ 127,52%ແຜນການປີ.
ມູນຄ່າການຄ້າຕ່າງປະເທດ ປະຕິບັດໄດ້ 13.798,33 ລ້ານ ໂດລາສະຫະລັດ ເທົ່າກັບ 86,19% ຂອງແຜນການປີ (16.010,09 ລ້ານໂດລາສະຫະລັດ), ໃນນັ້ນ, ມູນຄ່າການສົ່ງອອກ ປະຕິບັດໄດ້ 7.314,85 ລ້ານໂດລາສະຫະລັດ, ເທົ່າກັບ 83,84% ຂອງແຜນການປີ (8.724,33 ລ້ານ ໂດລາສະຫະລັດ), ມູນຄ່າການນຳເຂົ້າປະຕິບັດໄດ້ 6.483,48 ລ້ານໂດລາສະຫະລັດ ເທົ່າກັບ 88,99% ຂອງແຜນການປີ (7.285,76 ລ້ານໂດລາສະຫະລັດ). ອັນພົ້ນເດັ່ນ ແມ່ນການສົ່ງອອກຜະລິດຕະພັນກະສິກຳ ປະຕິບັດໄດ້ 1 ພັນກວ່າລ້ານໂດລາສະຫະລັດເທົ່າກັບ 86,94% ຂອງແຜນການປີ.
ດ້ານການລົງທຶນ ໃນໄລຍະ 9 ເດືອນຜ່ານມາ ປະຕິບັດໄດ້ 69.110,57 ຕື້ກີບ ລື່ນແຜນ 22%, ໃນນີ້ ການລົງທຶນຈາກງົບປະມານຂອງລັດ ປະຕິບັດໄດ້ 4.013,41 ຕື້ກີບ ເທົ່າກັບ 80% ຂອງແຜນການ ແລະການລົງ ທຶນຈາກພາກເອກະຊົນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 2,61 ຕື້ໂດລາສະຫະລັດ ເທົ່າກັບ56.132,25 ຕື້ກີບ ຫຼື ເທົ່າກັບ 173% ຂອງແຜນການ.