ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 28 ປີ (11 ພະຈິກ 1996 – 11 ພະຈິກ 2024) ຂຶ້ນໃນວັນທີ 11 ພະຈິກ 2024 ທີ່ສໍານັກງານ ໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ; ບັນດາແຂກຮັບເຊີນ ຕະຫຼອດພະນັກງານ ລາວໂທລະຄົມຈໍານວນໜຶ່ງ. ໂອກາດດຽວກັນ ສາຂາຕ່າງແຂວງ ກໍຈັດງານສະເຫຼີມສະຫຼອງໄປພ້ອມໆກັນ.
ເພື່ອຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຂອງພັກ-ລັດໃນການສົ່ງເສີມການລົງທຶນຈາກຕ່າງປະເທດ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 11 ພະຈິກ 1996 ເຊິ່ງເປັນການລວມເອົາ ບໍລິສັດ ໂທລະຄົມມະນາຄົມລາວ ແລະ ບໍລິສັດ ຊິນນາວັດຕຣາ ເທເລຄອມ ຈໍາກັດ ເປັນບໍລິສັດຮ່ວມທຶນ ໂດຍລັດຖະບານລາວ ຖືຮຸ້ນ 51% ແລະ ບໍລິສັດ ເຊັນນິງຕັນ ອິນເວດສະເມັນ ສິງກະໂປ ຖືຮຸ້ນ 49%.
ໃນພິທີດັ່ງກ່າວ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການ ໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ກ່າວວ່າ: ການຈັດພິທີໃນມື້ນີ້ ເພື່ອເປັນການຕີລາຄາສະຫຼຸບສັງລວມຄືນບັນດາຜົນງານການເຄື່ອນໄຫວການດຳເນີນທຸລະກິດຂອງ ບໍລິສັດ ລາວໂທລະຄົມ ໃນ 28 ປີທີ່ຜ່ານມາ; ຄະນະພັກ ຄະນະນໍາບໍລິສັດ ໄດ້ນໍາພາ ບໍລິສັດ ລາວໂທລະຄົມ ຜ່ານຜ່າທຸກຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ, ຕັ້ງໜ້າຊີ້ນໍາ-ນໍາພາ ບໍລິສັດ ໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ ນັບທັງດ້ານປະລິມານ ແລະ ຄຸນນະພາບ ເຮັດໃຫ້ໂຄງລ່າງພື້ນຖານທາງດ້ານໂທລະຄົມມີການພັດທະນາໃຫ້ທັນສະໄໝຢູ່ສະເໝີ.
ໃນໄລຍະ 28 ປີຜ່ານມາ ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ສຸມໃສ່ດ້ານການພັດທະນາ ແລະ ຂະຫຍາຍພື້ນທີ່ໃຫ້ບໍລິການໃຫ້ຄວບຄຸມທົ່ວປະເທດ, ປັດຈຸບັນ ລາວໂທລະຄົມ ໄດ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແບບຄົບວົງຈອນ ເຊັ່ນ: ບໍລິການ Mobile Broadband ຜ່ານລະບົບທີ່ທັນສະໄໝ 4G, 4.5G ແລະ 5G, ບໍລິການໂຣມມີ້ງລະຫວ່າງປະເທດ ແລະ ເປັນບໍລິສັດທຳອິດໃນ ສປປ ລາວໃຫ້ບໍລິການ ໂຣມມີ້ງໃນບັນດາປະເທດກຸ່ມອາຊຽນໄດ້ໃນແພັກເກັດລາຄາດຽວ. ນອກນີ້ຍັງມີບໍລິການ Fixed Broadband ແລະ ບໍລິການກະເປົາເງິນອີເລັກໂທຣນິກ M-Money X.
ພ້ອມດຽວກັນນີ້, ເພື່ອຫັນເປັນທັນສະໄໝ ໃນຍຸກດີຈີຕອນ ກຸ່ມບໍລິສັດ ລາວໂທລະຄົມ ໄດ້ມີການຈັດຕັ້ງປະຕິບັດຫຼາຍໂຄງການ ເຊັ່ນ: AI, IoT, Big Data, Cloud, Cyber Security, Block Chain, ການພັດທະນາ Platform M-Money X, ແອັບ M Services, HR Platform ແລະ ອື່ນໆ.
ນອກຈາກນີ້, ລາວໂທລະຄົມ ໄດ້ສ້າງສູນຕິດຕາມ ແລະ ແກ້ໄຂ ທີ່ໄດ້ການຮັບຮອງມາດຕະຖານສາກົນ ISO ເພື່ອມາກວດສອບຄຸນນະພາບຂອງເຄືອຂ່າຍແບບ 24/7 ແລະ ຍັງມີສູນບໍລິການທົ່ວປະເທດ ທີ່ຈະໃຫ້ການບໍລິການແກ່ລູກຄ້າເພື່ອໃຫ້ເຂົ້າເຖິງຜະລິດຕະພັນ ແລະ ການບໍລິການຂອງບໍລິສັດໄດ້ຢ່າງສະດວກສະບາຍ. ໄປຄຽງຄູ່ກັບການດໍາເນີນທຸລະກິດ ຍັງໄດ້ປັບປຸງລະບຽບ, ນະໂຍບາຍສະຫວັດດີການສັງຄົມຕ່າງໆໃຫ້ສູງຂຶ້ນ ເພື່ອຍົກສູງລະດັບຊີວິດການເປັນຢູ່ໃຫ້ພະນັກງານ, ກຳມະກອນໃຫ້ດີຂຶ້ນເລື້ອຍໆ.
ຕະຫຼອດໄລຍະເວລາ 28 ປີຜ່ານມາ ການດຳເນີນທຸລະກິດຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ສ້າງ ຄວາມເຊື່ອໝັ້ນໃຫ້ຜູ້ຊົມໃຊ້ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກພັກ – ລັດຖະບານ ສະແດງອອກການໄດ້ຮັບການຍ້ອງຍໍ ແລະ ລາງວັນຕ່າງໆ ເຊັ່ນ: ຫຼຽນໄຊແຮງງານຊັ້ນ I, ລາງວັນ “ ຜູ້ປະກອບການອາຊຽນດີເດັ່ນຄັ້ງທີ 9 ປະຈໍາປີ 2024 (9th ASEAN Entrepreneur Award 2024)” ໃນເວທີ The 25th World Knowledge Forum 2024 ທີ່ເມືອງອິນຊອນ ປະເທດເກົາຫຼີໃຕ້, ລາງວັນ The Stevie Awards for Technology Excellence ປີ 2024 ຢ່າງເປັນທາງການທີ່ເມືອງນິວຍອກ ສະຫະລັດອາເມຣິກາ ແລະ ລາງວັນຜູ້ພັດທະນາການໃຫ້ບໍລິການໂຄງສ້າງພື້ນຖານໂທລະຄົມດີເດັ່ນໃນອາຊຽນປະຈຳປີ 2024 (ASEAN Business Awards 2024) ໃນໄລຍະກອງປະຊຸມ ASEAN Summits and Related Summits ຄັ້ງທີ 44 ເເລະ 45 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ແລະ ໃບຍ້ອງຍໍຂັ້ນລັດຖະບານ ໃຫ້ພະນັກງານທີ່ມີຜົນງານດີເດັ່ນໃນການປະກອບສ່ວນທາງດ້ານການດຳເນີນທຸລະກິດຂອງ ລາວໂທລະຄົມ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ ແລະ ລາງວັນອື່ນໆ.
ທີ່ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຜົນງານໃນໄລຍະຜ່ານມາທີ່ ລາວໂທລະຄົມ ຍາດມາໄດ້ ແລະ ສາມາດຕອບສະໜອງຄວາມຮຽກຕ້ອງການຂອງສັງຄົມ, ການພັດທະນາພື້ນຖານໂຄງລ່າງດ້ານໂທລະຄົມ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງໃນແຕ່ລະປີ ໃນຂອບເຂດທົ່ວປະເທດ. ສິ່ງທີ່ຄວນເອົາໃຈໃສ່ໃນຊຸມປີຕໍ່ໜ້າ ພວກເຮົາຕ້ອງໄດ້ກຽມພ້ອມຮອບດ້ານຈຳເປັນຕ້ອງໄດ້ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ກາຍເປັນເບີໜຶ່ງໃນຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ສື່ສານຄົບວົງຈອນໃນ ສປປ ລາວ.
ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເນັ້ນໜັກໃນການຈັດຕັ້ງປະຕິບັດແນວທາງແຜນພັດທະນາ ຕາມນະໂຍບາຍຫັນເປັນທັນສະໄໝໃນຍຸກດີຈີຕອນ. ສະນັ້ນ ລາວໂທລະຄົມ ຕ້ອງໄດ້ສຸມໃສ່ການພັດທະນາຄຸນນະພາບການບໍລິການ ແລະ ການພັດທະນາບຸກຄະລາກອນ ເວົ້າລວມ, ເວົ້າສະເພາະແມ່ນວິຊາການຕ້ອງມີຄວາມຮູ້, ຄວາມສາມາດ, ສ້າງໃຫ້ໄດ້ຖັນແຖວພະນັກງານທີ່ເປັນຊ່ຽວຊານ ແລະ ມືອາຊີບທີ່ແທ້ຈິງ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງເຕັກໂນໂລຊີທີ່ມີການພັດທະນາ ແລະ ຂະຫຍາຍຕົວໄວໃນແຕ່ລະໄລຍະ. ສະນັ້ນ, ມັນຮຽກຮ້ອງໃຫ້ຄະນະພັກ, ຄະນະອໍານວຍການ, ຜູ້ບໍລິຫານ ແລະ ພະນັກງານ ລາວ ໂທລະຄົມ ທຸກທົ່ວໜ້າຈົ່ງເຊີດຊູສະຕິ ແລະ ເພີ່ມທະວີບົດບາດ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງກວ່າເກົ່າ ເພື່ອເຮັດໃຫ້ ລາວໂທລະຄົມກ້າວໄປຂ້າງໜ້າ ແລະ ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການໃນຍຸກເສດຖະກິດ 4.0 ແລະ ເພື່ອການພັດທະນາປະເທດຊາດ ໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້.