ເຮັດຝຸ່ນໝັກແນວໃດ ໃຫ້ໄດ້ຄຸນນະພາບເທົ່າກັບປຸ໋ຍເຄມີ

0
134

ສາມາດເຮັດໄດ້ເອງຈາກວັດສະດຸທີ່ຫາໄດ້ຕາມທ້ອງຖິ່ນເຮັດໄດ້ປະຢັດຄ່າໃຊ້ຈ່າຍໃນການຊື້ປຸ໋ຍເຄມີທີ່ແພງ ເຊິ່ງຜະລິດຝຸ່ນໝັກທຽບເທົ່າປຸ໋ຍເຄມີເຮັດໃຫ້ການກະເສດຫຼຸດຕົ້ນທຶນຫຼາຍເຖິງ 10 ເທົ່າ ໂດຍມີວິທີເຮັດ ແລະ ຂັ້ນຕອນດັ່ງຕໍ່ໄປນີ້:

  1. ຝຸ່ນໝັກສູດ16-16-16 ແລະ ຝຸ່ນໝັກຊີວະພາບສູດ 15-15-15

■ ວັດຖຸດິບ ແລະ ສ່ວນປະສົມ: ຮໍາອ່ອນ 1 ສ່ວນ; ດິນດີ 1 ສ່ວນ; ແກບດິບ ( ແກບບໍ່ໄດ້ເຜົາ ) 1 ສ່ວນ; ແກບດຳທີ່ເຜົາ 1 ສ່ວນ; ຂີ້ສັດ 1 ສ່ວນ; ພືດຕະກູນຖົ່ວ 1 ສ່ວນ.

อาจเป็นรูปภาพของ พลั่ว

  1. ຝຸ່ນໝັກສູດ 16-20-0

ວັດຖຸດິບ ແລະ ສ່ວນປະສົມ: ຮໍາອ່ອນ 1 ສ່ວນ; ດິນດີ 2 ສ່ວນ; ແກບດິບ  ( ແກບບໍ່ໄດ້ເຜົາ ) 4 ສ່ວນ; ຂີ້ສັດ 4 ສ່ວນ; ພືດຕະກູນຖົ່ວ 4 ສ່ວນ.

■ ຂັ້ນຕອນ ແລະ ວິທີເຮັດຝຸ່ນໝັກດັ່ງກ່າວ

ນໍາສ່ວນປະສົມທັງໝົດ     (ຍົກເວັ້ນຮໍາອ່ອນໃຫ້ໃສ່ຫຼັງໝູ່) ມາຄົນໃຫ້ເຂົ້າກັນ; ເຂ່ຍສ່ວນປະສົມໃຫ້ເປັນວົງມົນກົມແລ້ວນໍານໍ້າໝັກທີ່ປະສົມໄວ້ລາດລົງໄປໃຫ້ທົ່ວກອງຝຸ່ນ ໂດຍໃຫ້ປຽກພໍດີຄວາມຊຸ່ມ ປະມານ 60% ໂດຍອັດຕາສ່ວນການປະສົມນໍ້າໝັກຊີວະພາບ ນຳກາກນ້ຳຕານ 2 ບ່ວງແກງປະສົມກັບນໍ້າໝັກ 2 – 8 ບ່ວງແກງ ແລະ ຕື່ມນໍ້າ 20 ລິດໃຫ້ເຂົ້າກັນແລ້ວນໍາໃສ່ບົວໄປຫົດກອງຝຸ່ນໝັກ.

■ ຂໍ້ແນະນໍາ ແລະ ຂໍ້ຄວນປະຕິບັດ

  1. ໃນການປະສົມຝຸ່ນ ແລະການເກັບມ້ຽນຝຸ່ນຄວນເຮັດໃນຮົ່ມຢູ່ໃນເຮືອນ
  2. ໃນໄລຍະ 7 ມື້ທຳອິດ ຝຸ່ນຈະມີຄວາມຮ້ອນສູງຄວນພິກ ຫຼື ປີ້ນຝຸ່ນທຸກວັນໃນໄລຍະ 2 – 7 ວັນ.
  3. ການເກັບມ້ຽນຝຸ່ນບໍ່ຄວນຊ້ອນກັນເກີນ 5 ຊັ້ນ
  4. ຫຼັງຝຸ່ນຄາຍຄວາມຮ້ອນແລ້ວນໍາໄປໃຊ້ງານໄດ້
  5. ໜ້າທີ່ໃຊ້ປະສົມກັບກາກນໍ້າຕານ ຫຼື ນໍ້າໝັກໃຫ້ໃຊ້ນໍ້າຊາວເຂົ້າແທນໄດ້ ຈະເຮັດໃຫ້ຝຸ່ນມີປະສິດທິພາບຫຼາຍຂຶ້ນ.
  6. ການຜະລິດຝຸ່ນໝັກສຸດ “ໂຄບາຊີ” ທຽບເທົ່າປຸ໋ຍເຄມີ 46-0-0

■ ວັດຖຸດິບສໍາລັບການຜະລິດ: ຮໍາ 1 ກະສອບ; ແກບດິບ 1 ກະສອບ; ຂີ່ໄກ່ 1 ກະສອບ; ຂີ້ເຈຍ 6 ກິໂລ; ນໍ້າໝັກຊີວະພາບ ພດ 2 ຫຼື EM, ກາກນໍ້າຕານ.

■ ວິທີເຮັດ: ໃຫ້ປະສົມສ່ວນປະສົມທັງໝົດແລ້ວຄົນໃຫ້ເຂົ້າກັນກອງໄວ້ບ່ອນພື້ນທີ່ລາບ: ໃຊ້ນໍ້າໝັກຊີວະພາບ ພດ2 ຖ້າບໍ່ມີໃຫ້ໃຊ້ EM ພ້ອມກັບໃຊ້ກາກນ້ຳຕານຫົດເທິງກອງຝຸ່ນຂະນະທີ່ປະສົມໃຫ້ໄດ້ຄວາມຊຸ່ມປະມານ 60%, ຈາກນັ້ນໃຫ້ໃຊ້ມືກຳຝຸ່ນໃຫ້ແໜ້ນແລ້ວປ່ອຍ ຖ້າຄວາມຊຸ່ມ 60% ຈະຕິດກັນເປັນກ້ອນບໍ່ແຕກອອກຈາກກັນ; ຕັກຝຸ່ນທີ່ໄດ້ ບັນຈຸໃສ່ກະສອບຈາກນັ້ນມັດປາກກະສອບເກັບເຂົ້າໄວ້ໃນບ່ອນຮົ່ມ.

■ ວິທີນໍາໃຊ້: ໃຊ້ຫວ່ານເທິງແປງປູກພືດ ໃນອັດຕາ 1 ກິໂລຕໍ່ 1 ຕາລາງແມັດ.

[ ຂໍ້ມູນ: ກົບສະຕູດີໂອ ]

LEAVE A REPLY

Please enter your comment!
Please enter your name here