ໄກ່ຕ໋ອກ ເປັນໄກ່ຂະໜາດກາງ ມີຂົນເປັນສີດໍ ຫຼື ເທົາ ທາງປາຍຂົນມີສີຂາວ ເຮັດໃຫ້ເວລາເຮົາເບິ່ງໄປຂົນຈະເປັນສີດຳ ມີຈຸດຂາວເປັນຈຸດເຕັມຕົວ, ຫົວ ແລະ ຄໍຂອງມັນບໍ່ມີຂົນ, ມີຫອນເປັນ 3 ແຈ, ຕົວມີລັກສະນະສັ້ນໆປຸ້ມໆ ເບິ່ງແລ້ວຄ້າຍຄືໄກ່ງວງ ແຕ່ມີຂະໜາດນ້ອຍກວ່າ. ສາຍພັນໄກ່ຕ໋ອກເປັນພັນພື້ນເມືອງປະເທດທາງແທບອາຟຣິກາ ແຕ່ປັດຈຸບັນຄົນລ້ຽງຫຼາຍແຜ່ກະຈາຍໄປກວ້າງ ລວມທັງແທບອາຊີເຮົາ ເປັນຕົ້ນກໍຄືປະເທດເຮົາກໍມີການລ້ຽງຫຼາຍເຊັ່ນກັນ.
ໄກ່ຕ໋ອກ ສາມາດລ້ຽງໄດ້ແບບເປັນຟາມ ຫຼື ລ້ຽງແບບປ່ອຍທຳມະຊາດກໍໄດ້ ແຕ່ມື້ນີ້ເຮົາຈະມາແນະນຳການລ້ຽງປ່ອຍແບບທຳມະຊາດ ເພາະຈະຊ່ວຍຫຼຸດຕົ້ນທຶນໃນການລ້ຽງໄດ້ດີ ເຊິ່ງກ່ອນອື່ນເຮົາຕ້ອງຕັ້ງຄອກ ແລະ ມີຮົ້ວອ້ອມພື້ນທີ່ດິນເຂດທີ່ຈະປ່ອຍໄກ່ຕ໋ອກໄວ້ ( ຖ້າເປັນພື້ນທີ່ມີ ຫຍ້າຍິ່ງເປັນການດີ ເພາະໄກ່ຕ໋ອກ ຈະມັກທົ່ງຫຍ້າ ຈະໄດ້ກິນຫຍ້າ, ແມງໄມ້ ແລະ ໄກ່ຕ໋ອກມັກໄປລີ້ວາງໄຂ່ໃສ່ປ່າຫຍ້າທຶບ ).
ຈາກນັ້ນກໍໃຫ້ຊື້ໄກ່ຕ໋ອກນ້ອຍມາເທົ່າທີ່ຈຳນວນຕົວເອງຈະລ້ຽງ ເຊິ່ງເລີ່ມເຄິ່ງເດືອນທຳອິດແມ່ນໃຫ້ເອົາຫົວອາຫານໄກ່ນ້ອຍ ອາດຈະປະສົມກັບເຂົ້າປຽນມາເກືອກ່ອນ ຫຼັງຈາກເຄິ່ງເດືອນໄປ ຈຶ່ງປະສົມເສດຜັກໂດຍຊອຍມຸ່ນໆປະສົມກັບຮຳ, ສາລີແຂງບົດ, ຫົວອາຫານເລັກໜ້ອຍຄົນໃສ່ນໍ້າໃຫ້ກິນ. ພໍໄກ່ຕ໋ອກໄດ້ເດືອນແລ້ວ ກໍໃຫ້ຫຼຸດຫົວອາຫານລົງໄປ ໂດຍໃຊ້ແຕ່ເສດຜັກ, ຕົ້ນກ້ວຍ ຫຼື ຜັກອື່ນໆທີ່ໄກ່ມັກກິນ ມາຊອຍຊັບລະອຽດປະສົມກັບຮຳ, ເຂົ້າເປືອກ, ສາລີບົດໃຫ້ກິນໄປ. ພໍລ້ຽງໄດ້ 5 – 7 ເດືອນໄກ່ຕ໋ອກຈະໃຫຍ່ເປັນໜຸ່ມສາວ ເຊິ່ງຈະພ້ອມປະສົມພັນ ແລະ ວາງໄຂ່.
ການວາງໄຂ່ຂອງໄກ່ຕ໋ອກຕົວແມ່ ແມ່ນຈະຢູ່ໃນໄລຍະ 15 – 30 ມື້ ຈົນກວ່າໄຂ່ຊອກນັ້ນຈະສຸດ ຈາກນັ້ນໄກ່ຕ໋ອກກໍຈະເລີ່ມຟັກໄຂ່ຕົວເອງ ເຊິ່ງໄລຍະການຟັກໄຂ່ຂອງໄກ່ຕ໋ອກຈະໃຊ້ເວລາດົນກວ່າໄກ່ບ້ານທົ່ວໄປ ໂດຍຈະໃຊ້ເວລາປະມານ 28 – 30 ມື້ ເທົ່າກັບເປັດ.
ສະເພາະລູກໄກ່ຕ໋ອກທີ່ແຕກໃໝ່ແມ່ນເຮົາຈະໃຫ້ແມ່ມັນລ້ຽງເອງກ່ອນຈັກ 1 ອາທິດ ຫຼື ທ່ານໃດຢາກແຍກອອກຈາກແມ່ແລ້ວໄປລ້ຽງອະນຸບານເອົາກໍໄດ້ ເຊິ່ງອາຍຸໄກ່ຕ໋ອກ 10 – 15 ມື້ຈະມີການຊື້ຂາຍກັນຄູ່ລະບໍ່ຕໍ່າກວ່າ 30 – 50 ພັນກີບ, ຍິ່ງມື້ອະນຸບານຫຼາຍຂຶ້ນຍິ່ງລາຄາສູງຂຶ້ນ.