ເດືອນຕຸລາ ດັດຊະນີການຜະລິດຂະແໜງອຸດສາຫະກຳຂອງຫວຽດນາມ ເພີ່ມຂຶ້ນ 4%

0
129

ດັດຊະນີການຜະລິດຂະແໜງອຸດສາຫະກຳຂອງຫວຽດນາມ ໃນເດືອນຕຸລາ 2024 ຄາດວ່າເພີ່ມຂຶ້ນ 4% ເມື່ອທຽບໃສ່ກັບເດືອນກ່ອນ ແລະ ເພີ່ມຂຶ້ນ 7% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023.

ຕອນເຊົ້າວັນທີ 6 ພະຈິກ, ກົມໃຫຍ່ສະຖິຕິໄດ້ປະກາດບົດລາຍງານສະພາບການເສດຖະກິດ-ສັງຄົມຂອງ ຫວຽດນາມ ໃນເດືອນຕຸລາ ແລະ 10 ເດືອນຂອງປີ 2024. ໃນນັ້ນ, ມີຫຼາຍຂົງເຂດມີການເຕີບໂຕດີພໍສົມຄວນ, ສ້າງປະຖົມປັດໄຈສຳຄັນເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕຂອງເສດຖະກິດ 7% ໃນປີ 2024.

อาจเป็นรูปภาพของ 6 คน, โรงพยาบาล และ ข้อความ

ຂໍ້ມູນທີ່ເປັນໜ້າສົນໃຈນັ້ນແມ່ນດັດຊະນີການຜະລິດຂະແໜງອຸດສາຫະກຳໃນເດືອນຕຸລາ 2024 ຄາດວ່າເພີ່ມຂຶ້ນ 4% ເມື່ອທຽບໃສ່ກັບເດືອນກ່ອນ ແລະ ເພີ່ມຂຶ້ນ 7% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023. ເງິນລົງທຶນໂດຍກົງຈາກຕ່າງປະເທດໃນຕົວຈິງຢູ່ ຫວຽດນາມ ໃນ 10 ເດືອນປີ 2024 ຄາດວ່າບັນລຸ 19,58 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 8,8% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023.

อาจเป็นรูปภาพของ 2 คน และ ข้อความ

ທ່ານຮອງສາດສະດາຈານ ປອ. ຫງວຽນເທື້ອງລ້າງ ຄູສອນມະຫາວິທະຍາໄລເສດຖະກິດແຫ່ງຊາດ ໃຫ້ຂໍ້ສັງເກດວ່າ: ເບິ່ງລວມແລ້ວ, ຂ້າພະເຈົ້າ ຖືວ່າສະພາບການເສດຖະກິດຂອງຫວຽດນາມ ໃນ 10 ເດືອນປີນີ້ແມ່ນມີສະພາບການທີ່ດີ, ສ້າງຖ່ວງທ່າບຸກທະລຸຂອງພື້ນຖານເສດຖະກິດຫວຽດນາມ ໃນໄລຍະຈະມາເຖິງ. ຂ້າພະເຈົ້າເຊື່ອໝັ້ນວ່າ 2 ເດືອນທ້າຍປີ ເສດຖະກິດຂອງຫວຽດນາມ ຈະມີການພັດທະນາຢ່າງແຮງ ເພື່ອບັນລຸໄດ້ບັນດາເປົ້າໝາຍໃນໄລຍະເວລາສຸດທ້າຍນີ້.

LEAVE A REPLY

Please enter your comment!
Please enter your name here