ວິທະຍຸສາກົນ ແຫ່ງ ສປ ຈີນລາຍງານວ່າ: ວັນທີ 12 ພະຈິກນີ້, ທ່ານ ວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດຂອງຄະນະກຳມະການສູນກາງພັກກອມມູນິດຈີນ ແລະ ທ່ານ ເຊີເກ ຊອຍກູ ເລຂາທິການສະພາຄວາມໝັ້ນຄົງແຫ່ງສະຫະພັນຣັດເຊຍ ໄດ້ຮ່ວມກັນເປັນປະທານ ກອງປະຊຸມປຶກສາຫາລືຄວາມໝັ້ນຄົງຍຸດທະສາດຈີນ – ຣັດເຊຍ ຄັ້ງທີ 19.
ທ່ານ ວາງຢີ້ ໄດ້ກ່າວວ່າ: ການຊີ້ນຳ – ນຳພາ ຂອງປະມຸກລັດ ສອງປະເທດ ແມ່ນທ່າແຮງທາງດ້ານການເມືອງໃຫຍ່ທີ່ສຸດ ແລະ ການຮັບປະກັນຂັ້ນພື້ນຖານຂອງການພັດທະນາສາຍພົວພັນລະຫວ່າງ ສປ ຈີນ – ຣັດເຊຍ ທີ່ມີຄຸນນະພາບສູງ. ພ້ອມທັງສະແດງ ຄວາມຍິນດີຮ່ວມກັບ ຣັດເຊຍ ສຸມໃສ່ຕິດຕາມການຜັນແປຂອງສະພາບການສາກົນ, ດຳເນີນການແລກປ່ຽນ ແລະ ການປະສານງານຢ່າງໃກ້ຊິດ, ເພີ່ມທະວີການປະສານງານຫຼາຍຝ່າຍ, ຮ່ວມກັນ ປົກປັກຮັກສາສະຖຽນລະພາບ ດ້ານຍຸດທະສາດໃນທົ່ວໂລກ.
ດ້ານ ທ່ານ ເຊີເກ ຊອຍກູ ກ່າວວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ເດີນທາງໄປເຂົ້າຮ່ວມ ກອງປະຊຸມສຸດຍອດຜູ້ນຳປະເທດ ບຣິກສ ຢູ່ນະຄອນຄາຊານຂອງ ຣັດເຊຍ ໃນຫວ່າງມໍ່ໆມານີ້ ເຊິ່ງເປັນການສະໜັບສະໜູນອັນໃຫຍ່ ຫຼວງທີ່ສຸດຕໍ່ ຣັດເຊຍ ທີ່ເປັນປະເທດປະທານໝູນວຽນ ພ້ອມທັງ ໄດ້ປະກອບສ່ວນສຳຄັນເຂົ້າໃນ ຜົນສຳເລັດຂອງກອງປະຊຸມສຸດຍອດຄາຊານ ແລະ ເພີ່ມທະວີການຮ່ວມມື ລະຫວ່າງ ປະເທດເຂດໂລກໃຕ້. ຣັດເຊຍ ຍິນດີຮ່ວມກັບ ສປ ຈີນ ເພີ່ມທະວີການປະສານສົມທົບກັນຜ່ານກົນໄກຫຼາຍຝ່າຍຄື: ອົງການສະຫະປະຊາຊາດ, ອົງການຮ່ວມມືຊຽງໄຮ້ ແລະ ບຣິກສ ເປັນຕົ້ນ.