ດູໄບ ສ້າງເສດຖະກິດ ມູນຄ່າ 300 ຕື້ໂດລາສະຫະລັດ ໂດຍອອກວີຊ່າຄຳ ຮຽກເງິນລົງທຶນຄົນເກັ່ງ ໂດຍວາງເປົ້າໝາຍກາຍເປັນສູນກາງການເງິນພາຍໃນ 10 ປີ ເພື່ອຫຼຸດການເພິ່ງພາລາຍໄດ້ຈາກນໍ້າມັນ.
ດູໄບ 1 ໃນ 7 ລັດຂອງສະຫະລັດອາຣັບ ເອເມເລດ ຫຼື UAE ເມືອງທີ່ຄັ້ງໜຶ່ງເຄີຍເປັນພຽງໝູ່ບ້ານຊາວປະມົງນ້ອຍໆຕັ້ງຢູ່ທະເລຊາຍ ແຕ່ປັດຈຸບັນໄດ້ກາຍເປັນສູນກາງທາງເສດຖະກິດທີ່ສຳຄັນລະດັບໂລກ ດ້ວຍຕຶກສູງສຽດຟ້າ, ອາຄານຫຼູຫຼາ ທັນສະໄໝ ຕັ້ງເປົ້າໃຫ້ເມືອງກາຍເປັນສູນກາງລະດັບໂລກທັງດ້ານການລົງທຶນ, ການຄ້າ ແລະ ເຕັກໂນໂລຊີ.
ຊີອີໂອ ມູນນີທິ Dubai Future Foundation ກ່າວໃນງານ Binance Blockchain Week Dubai 2024 ເຖິງ ຄວາມສໍາເລັດຂອງດູໄບບໍ່ໄດ້ເກີດຂຶ້ນພຽງຂ້າມຄືນ ແຕ່ມາຈາກວິໄສທັດທີ່ກວ້າງໄກຂອງຜູ້ນຳ ແລະ ຄວາມກ້າທີ່ຈະລົງທຶນໃນໂຄງການຂະໜາດໃຫຍ່ທີ່ເບິ່ງຄືຊິເປັນໄປບໍ່ໄດ້.
ການປ່ຽນແປງຄັ້ງໃຫຍ່ເລີ່ມຕົ້ນເມື່ອ ດູໄບ ຕັດສິນໃຈທີ່ຈະພັດທະນາເສດຖະກິດໃຫ້ຫຼຸດພົ້ນຈາກການເພິ່ງພາອຸດສາຫະກຳນໍ້າມັນພຽງຢ່າງດຽວ ພ້ອມກັບປ່ຽນແປງພາບຫຼັກຂອງພູມມີພາກທີ່ຖືກເບິ່ງວ່າເຕັມໄປດ້ວຍຄວາມຂັດແຍ່ງ ໄປສູ່ເມືອງທີ່ໃຫ້ຄວາມສຳຄັນກັບການລົງທຶນໃນພາກການບໍລິການ, ການທ່ອງທ່ຽວ ແລະ ການຄ້າ.
ເລີ່ມຕົ້ນດ້ວຍການສ້າງວິວັດທະນາການຈາກທ່າເຮືອ Jebel Ali ສູ່ທ່າເຮືອທີ່ໃຫຍ່ທີ່ສຸດ ແລະ ມີການຂົນສົ່ງໜາແໜ້ນທີ່ສຸດໃນຕາເວັນອອກກາງ.
ການເຕີບໂຕທາງເສດຖະກິດຂອງ ດູໄບ ໃນໄຕມາດ 1 ປີ2024 ເພີ່ມຂຶ້ນ 3,2% ມີມູນຄ່າ 115 ຕື້ໂດລາສະຫະລັດ.