ອົງການປະເທດຜູ້ສົ່ງອອກນ້ຳມັນ ຫຼື ໂອເປັກ (OPEC) ໄດ້ຫຼຸດການຄາດຄະເນການເຕີບໂຕຄວາມຕ້ອງການນ້ຳມັນຂອງໂລກໃນປີ 2024 ແລະ 2025 ເຊິ່ງໄດ້ປັບຫຼຸດລົງຄັ້ງທີ 4.
ໃນບົດລາຍງານປະຈໍາເດືອນຂອງໂອເປັກ ໃຫ້ຮູ້ວ່າ ຄວາມຕ້ອງການນໍ້າມັນໃນທົ່ວໂລກຈະເພີ່ມຂຶ້ນ 1,82 ລ້ານບາເຣລຕໍ່ມື້ ໃນປີ 2024 ຫຼຸດລົງຈາກການຄາດຄະເນການເຕີບໂຕ 1,93 ລ້ານບາເຣລຕໍ່ມື້ ໃນເດືອນທີ່ຜ່ານມາ. ນອກນີ້ ໂອເປັກ ຍັງໄດ້ຫຼຸດການຄາດຄະເນຄວາມຕ້ອງການນ້ຳມັນຂອງໂລກໃນປີ 2025 ລົງເປັນ 1,54 ລ້ານບາເຣລຕໍ່ມື້ ຈາກ 1,64 ລ້ານບາເຣລຕໍ່ມື້.
ຈີນ ກວມເອົາສ່ວນໃຫ ຍ່ຂອງການປັບຕົວລົງໃນປີ 2024 ໂດຍສະເພາະ OPEC ໄດ້ຫຼຸດການຄາດຄະເນການເຕີບໂຕຂອງຄວາມຕ້ອງການຂອງ ຈີນ ລົງເປັນ 450.000 ບາເຣລຕໍ່ມື້ ຈາກ 580.000 ບາເຣລຕໍ່ມື້ ແລະ ໃຫ້ຮູ້ວ່າການບໍລິໂພກນ້ຳມັນກາຊວນໃນເດືອນກັນຍາປີນີ້ ໄດ້ຫຼຸດລົງເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ 7 ເດືອນຕິດຕໍ່ກັນ.