ບໍລິສັດ ເບທາໂກ ຈຳກັດ ມະຫາຊົນ ຫລື “BTG” ໄດ້ເປີດໂຮງງານຫົວອາຫານສັດແຫ່ງທຳອິດ ໃນ ສປປ ລາວ ເມື່ອບໍ່ດົນຜ່ານມານີ້ ພາຍໃຕ້ງົບລົງທຶນ 650 ກວ່າລ້ານບາດຫລື ປະມານ 420ຕື້ກີບ ໂດຍນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນການຜະລິດຫົວອາຫານສັດ ແລະ ບໍລິຫານຊັບພະຍາກອນ ດ້ວຍກຳລັງການຜະລິດ 108.000 ໂຕນຕໍ່ປີ.
ໃຫ້ກຽດເຂົ້າຮ່ວມເປີດໂຮງງານດັ່ງກ່າວ, ມີຫົວໜ້າຫ້ອງການ ກະຊວງກະສິກຳ ແລະ ປ່າ ໄມ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີປະທານຜູ້ອຳນວຍການໃຫຍ່ໃນກຸ່ມເບທາໂກ, ອຸປະທູດໄທ ປະຈຳ ລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ວໍຣະວຸດ ວານິດກຸນບໍດີ ປະທານເຈົ້າໜ້າທີ່ປະຕິບັດການ ກຸ່ມທຸລະກິດຕ່າງປະເທດ ບໍລິສັດ ເບທາໂກ ຈຳກັດ ມະຫາຊົນ ຫລື BTG ກ່າວວ່າ: ເບທາໂກ ໃນຖານະຜູ້ປະກອບທຸລະກິດອາຫານ ແລະ ກະສິກຳ-ອຸດສາຫະກຳ ຄົບວົງຈອນ ຊັ້ນນຳລະດັບສາກົນ ເພື່ອການບໍລິໂພກໃນປະເທດ ແລະ ສົ່ງອອກໄປກວ່າ 20 ປະເທດທົ່ວໂລກ ລວມເຖິງການລົງທຶນໃນປະເທດເພື່ອນບ້ານທັງ ມຽນມາ, ລາວ ແລະ ກຳປູເຈຍ ໂດຍກຸ່ມທຸລະກິດຕ່າງປະເທດ ເນັ້ນໃສ່ການເພີ່ມປະລິມານຜົນຜະລິດດ້ວຍການເພີ່ມປະສິດທິພາບການຜະລິດຜ່ານການນຳເຕັກໂນໂລຊີ ທີ່ທັນສະໄໝມາໃຊ້ ເພື່ອໃຫ້ໄດ້ຜົນຜະລິດທີ່ດີມີຄຸນນະພາບ. ສະເພາະ ຢູ່ ສປປ ລາວ ລົງທຶນທັງໝົດ 650 ລ້ານບາດ ສ້າງໂຮງງານຜະລິດຫົວອາຫານສັດເບທາໂກ ແຫ່ງທຳອິດ ທີ່ມີການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳທີ່ທັນສະໄໝມາໃຊ້ໃນການຜະລິດຫົວອາຫານສັດ.
ໂຮງງານຫົວອາຫານສັດ ເບທາໂກ ລາວ ເປັນອີກໜຶ່ງໂຮງງານຫົວອາຫານສັດ ໃນຕ່າງປະເທດຂອງບໍລິສັດ ສາມາດຜະລິດຫົວອາຫານສັດໄດ້ຫລາຍຊະນິດ ທັງ ໝູ, ໄກ່ໄຂ່ ແລະ ໄກ່ຊີ້ນ ໂດຍນຳໃຊ້ເຕັກໂນໂລຊີການຜະລິດທີ່ທັນສະໄໝມາຍົກລະດັບຈັດການຫລາຍດ້ານ ເປັນຕົ້ນ ລະບົບ SCADA (Supervisory Control and Data Acquisition) ແລະ ລະບົບ SAP ນຳມາໃຊ້ໃນການຈັດການວັດຖຸດິບ ແລະ ຜະລິດຫົວອາຫານສັດ ເພື່ອຍົກລະດັບການຜະລິດໃຫ້ມີຄວາມຖືກຕ້ອງຫລາຍຂຶ້ນ; ລະບົບການບໍລິຫານຈັດການໂຮງງານ ເພື່ອຄວບຄຸມ ແລະ ລາຍງານຜົນຜະລິດ; ລະບົບການຜະ ລິດຫົວອາຫານສັດ ແລະ ການໃຊ້ສານປະສົມລ່ວງໜ້າ; ລະບົບການບັນຈຸຫົວອາຫານສັດທີ່ທັນສະໄໝ; ລະບົບການຈັດການຖານຂໍ້ມູນຜົນວິເຄາະວັດຖຸດິບ ຫົວອາຫານສັດ ເພື່ອການຄວບຄຸມຄຸນນະພາບ; ລະບົບການກຳຈັດຝຸ່ນ ແລະ ກິ່ນ ເພື່ອຫລຸດຜ່ອນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
ໂຮງງານຫົວອາຫານສັດເບທາໂກລາວ ຄາດວ່າ ຈະຊ່ວຍເພີ່ມປະສິດທິພາບການຜະລິດອາຫານສັດ ທີ່ມີຄຸນນະພາບ ແລະ ປອດໄພ ທັງຍັງເປັນການສົ່ງເສີມການໃຊ້ວັດຖຸດິບຫົວອາຫານສັດ ໃນ ສປປ ລາວ ແລະ ເປັນສ່ວນໜຶ່ງໃນການຂັບເຄື່ອນເສດຖະກິດຂອງປະເທດ ແລະ ສ້າງຄວາມໄດ້ປຽບທາງການແຂ່ງຂັນອີກດ້ວຍ.
ປັັດຈຸບັນ, ໂຮງງານຫົວອາຫານສັດເບທາໂກ ລາວ ມີອັດຕາການເດີນເຄື່ອງຢູ່ທີ່ 70% ຂອງການຜະລິດລວມ ແລະ ຄາດວ່າຈະຜະລິດເຕັມກຳລັງ 100% ຫລື 108.000 ໂຕນພາຍໃນປີ 2025 ແລະ ຍັງຈະມີແຜນຂະຫຍາຍກຳລັງການຜະລິດເປັນ 144.000 ໂຕນຕໍ່ປີ ໃນປີ 2027 ເພື່ອຮອງຮັບການຂະຫຍາຍການຜະລິດປະຊຸສັດ ແລະ ອາຫານໃຫ້ຄອບຄຸມທັງ ສປປ ລາວ ແລະ ສົ່ງອອກໃຫ້ກັບຟາມກະສິກອນເຄືອຂ່າຍເບທາໂກ ໃນພື້ນທີ່ພາກອີສານຕອນກາງຂອງປະເທດໄທ.