ປະຊາຊົນ 65 ບ້ານໃນນະຄອນຫຼວງພະບາງ ໄດ້ຊົມໃຊ້ລະບົບນໍ້າປະປາສະດວກ ແລະ ປອດໄພກວ່າເກົ່າ ຫຼັງຈາກໂຄງການຂະຫຍາຍລະບົບນໍ້າປະປາ ໃນນະຄອນຫຼວງພະບາງ ສ້າງສຳເລັດ.
ວັນທີ 12 ພະຈິກ 2024 ທີ່ໂຮງງານຜະລິດນໍ້າປະປາ ບ້ານຜານົມ ນະຄອນຫຼວງພະບາງ ໄດ້ມີພິທີ ມອບ-ຮັບ ເປີດນໍາໃຊ້ໂຄງການຂະຫຍາຍລະບົບນໍ້າປະປາ ໃນນະຄອນຫຼວງພະບາງ. ໂດຍການເຂົ້າຮ່ວມຂອງ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິ ການ ແລະ ຂົນສົ່ງ, ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ໂຄອິຊຶມິ ຊຶໂຕມຸ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳລາວ, ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.
ໂຄງການຂະຫຍາຍລະບົບນໍ້າປະປາ ນະຄອນ-ຫຼວງພະບາງ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກອົງການໄຈກາ ປະເທດຍີ່ປຸ່ນປະຈຳລາວ ມູນຄ່າທັງໝົດ 1,92 ຕື້ເຢນ ເພື່ອຂະຫຍາຍ ແລະປັບປຸງລະບົບນໍ້າປະປາ ໃຫ້ສາມາດສະໜອງນ້ຳປະປາ ໄດ້ຢ່າງມີສະຖຽນ ລະພາບ-ປອດໄພ ປະກອບສ່ວນເຂົ້າໃນການພັດທະນາ ສົ່ງເສີມປັບປຸງສະພາບແວດລ້ອມຕົວເມືອງ ນະຄອນຫຼວງພະບາງ ໃຫ້ມີຄວາມຍືນຍົງ.
ຂອບເຂດຂອງໂຄງການປະກອບມີ 65 ບ້ານ ໃນນັ້ນ ບ້ານທີ່ມີນໍ້າປະປາຊົມໃຊ້ແລ້ວ 60 ບ້ານ ແລະບ້ານທີ່ໄດ້ຮັບການບໍລິການໃໝ່ 5 ບ້ານ.
ໜ້າວຽກທີ່ໄດ້ປະຕິບັດ ແມ່ນປັບປຸງໂຮງງານຜະລິດນໍ້າປະປາ ບ້ານຜານົມ ກຳລັງຜະລິດນໍ້າປະປາ 6.000 ແມັດກ້ອນຕໍ່ມື້ ມາເປັນ 12.000 ແມັດກ້ອນຕໍ່ມື້, ປັບປຸງລະບົບສາຍທໍ່ໃນຂອບເຂດ 60 ບ້ານ ແລະຂະຫຍາຍທໍ່ໃໝ່ໄປຫາ 5 ບ້ານ, ໄລຍະການຈັດຕັ້ງປະຕິບັດໂຄງການ ນັບແຕ່ເດືອນຕຸລາ ປີ 2019 ຫາເດືອນທັນວາ ປີ 2025 ໂດຍແມ່ນບໍລິສັດ Nihon Suido Consultants ຈຳກັດ ເປັນຜູ້ອອກແບບລະອຽດ ທັງເປັນທີ່ປຶກສາໂຄງການ ແລະ ບໍລິສັດ Kubota Construction ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ
ເຊິ່ງໄດ້ປັບປຸງຫົວງານ ແລະລະບົບກົນຈັກປ່ຽນຖ່າຍຕິດຕັ້ງລະບົບສູບສົ່ງນໍ້າດິບ, ປັບປຸງກໍ່ສ້າງລະ ບົບໂຮງານຜະລິດນໍ້າປະປາ, ກໍ່ສ້າງອ່າງຮັບນ້ຳດິບ, ອ່າງກວນໄວ, ອ່າງກວນຊ້າ, ອ່າງນໍ້ານອນ, ອ່າງຮັບຕະກອນກ່ອນສົ່ງ ຫາ ອ່າງບໍາບັດນໍ້າໃຊ້ ໃນໂຮງງານ, ອ່າງຕາກຕະກອນ, ປັບປຸງເຮືອນເຄມີ, ຕິດຕັ້ງລະບົບທໍ່, ລະບົບຄວບຄຸມການຜະລິດ ແລະລະບົບກົນຈັກໄຟຟ້າ. ວຽກກໍ່ສ້າງ ໄດ້ວາງລະບົບທໍ່ສົ່ງ ແລະທໍ່ແຈກຈ່າຍນໍ້າ, ກໍ່ສ້າງອ່າງແຈກຈ່າຍນໍ້າສູງຊຸດິນ, ໂດຍເຊື່ອມຕໍ່ກັບລະບົບທໍ່ທີ່ມີຢູ່ໃນຕົວເມືອງ ມີຄວາມຍາວທັງໝົດ 59.403 ແມັດ, ຕິດຕັ້ງປະຕູນໍ້າມອດໄຟ 46 ຈຸດ, ຕິດຕັ້ງລະບົບຕິດ ຕາມການຜະລິດ ແລະແຈກຈ່າຍນໍ້າ 5 ຊຸດ; ສະໜອງສາຍພານລໍາລຽງຕະກອນ 1 ຊຸດ.