ກະຊວງອຸດສາຫະກໍາ ເເລະ ການ ຄ້າ ໄດ້ຈັດພິທີເປີດໂຄງການສົ່ງເສີມການຜະລິດ ແລະ ຈຳໜ່າຍສິນຄ້າລາຄານະໂຍບາຍ ໃຫ້ແກ່ຜູ້ມີລາຍຮັບຕໍ່າ ເມື່ອວັນທີ 12 ພະຈິກ 2024 ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ.
ມີຜູ້ເຂົ້າຮ່ວມຕາງໜ້າຈາກ ສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະມາຄົມຜະລິດ ແລະ ປຸງແຕ່ງກະສິກຳລາວເຂົ້າຮ່ວມ.
ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ແມ່ນນໍາເອົາສິນຄ້າຈາກຜູ້ຜະລິດ ໄປເຖິງຜູ້ຊົມໃຊ້ ໃນກຸ່ມຄົນທີ່ມີລາຍຮັບຕໍ່າ ໂດຍສະເພາະແມ່ນພະນັກງານລັດຖະກອນ ຜູ້ທີ່ໄດ້ຮັບເງິນເດືອນຕໍ່າ ໄດ້ຊືຶ້ສິນຄ້າໃນລາຄາທີ່ຕໍ່າກວ່າຢູ່ໃນຕະຫຼາດທົ່ວໄປ.
ໂຄງການດັ່ງກ່າວນີ້ ແມ່ນເປັນການຮ່ວມມຶລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ກັບ ສະມາຄົມຜູ້ຜະລິດ ແລະ ປຸງແຕ່ງກະສິກຳລາວ ໂດຍຈະລິເລີ່ມທົດລອງຈັດຕັ້ງປະຕິບັດ ຢູ່ກະຊວງອຸດສາຫະກຳ ແລະ ການຄ້າກ່ອນ, ຈາກນັ້ນຈຶ່ງຖອດຖອນບົດຮຽນຈາກນັ້ນຈຶ່ງຄ່ອຍໆຂະຫຍາຍໄປຍັງບັນດາກະຊວງອົງການອື່ນໆ ແລະ ຊຸມຊົນຜູ້ມີລາຍຕໍ່າທົ່ວໄປ.
ໃນພິທີເປີດງານ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເນັ້ນໃຫ້ເຫັນເຖິງຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ ຂອງຂັ້ນເທິງ ຕໍ່ການແກ້ໄຂບັນຫາຊີິວິດການເປັນຢູ່ຂອງພໍ່ແມ່ປະຊົນ ພະນັກງານທະຫານຕໍ່າຫຼວດ ຜູ້ທີ່ມີລາຍຕໍ່າ ທີ່ໄດ້ຮັບຜົນກະທົບຈາກຄ່າຄອງຊີບແພງຂຶ້ນ, ການຕັ້ງປະຕິບັດໂຄງການດັ່ງກ່າວ ຖືເປັນກິດຈະກຳສຳຄັນໜຶ່ງ ໃນການຜັນຂະຫຍາຍການຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ແລະ ສືບຕໍ່ຜັນຂະຫຍາຍການຈັດຕັ້ງປະຕິບັດ ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ