ອັດຕະປື ປະກາດນາຍຕຳຫຼວດພັກບຳນານ ແລະ ປັບປຸງຄະນະນຳໃນກຳລັງ ປກສ

0
365

ໃນທີ 14 ພະຈິກ 2024 ໄດ້ມີພິທີປະກາດນາຍຕຳຫຼວດພັກບຳນານ ແລະ ປັບປຸງຄະນະນຳກອງບັນຊາການ ປກສ ໂດຍການເປັນປະທານຂອງ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ພົນໂທ ວັນທອງ ກອງມະນີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ອັດຕະປື, ມີຄະນະນຳຈາກກະຊວງປ້ອງກັນຄວາມສະຫງົບ, ຄະນະນຳຂອງແຂວງ ພ້ອມດ້ວຍນາຍ ແລະ ພົນຕຳຫຼວດທົ່ວແຂວງເຂົ້າຮ່ວມ.

May be an image of 1 person, dais and text
ໃນພິທີ ທ່ານ ພົນຈັດຕະວາ ຄອນສະຫວັນ ສົມພາໄຊ ຮອງກົມໃຫຍ່ການເມືອງ ຫົວໜ້າກົມພະນັກງານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານດຳລັດຂອງລັດຖະມົນຕີ ວ່າດ້ວຍໃຫ້ນາຍຕຳຫຼວດ ອອກພັກການ-ຮັບອຸດໜູນບຳນານ ແລະ ຜ່ານຂໍຕົກລົງກ່ຽວຂ້ອງຂອງກະຊວງປ້ອງກັນຄວາມສະຫງົບຕາມລະບຽບການຢ່າງລະອຽດ ເຊິ່ງໃນນີ້ ໄດ້ປະກາດອະນຸມັດໃຫ້ ທ່ານ ພົນຈັດຕະວາ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື ແລະ ທ່ານ ພັນເອກ ປອ ບຸນຊູ ສຸລິພັນທອງ
ຮອງ​, ຄະນະກອງບັນຊາການ ປກສ ອອກພັກການ-ຮັບອຸດໜູນບໍານານ ພິທີໄດ້ປະກາດແຕ່ງຕັ້ງ ທ່ານ ພັນເອກ ສັກສິດ ສີພັນດວງ ຮອງກອງບັນຊາການ ຂຶ້ນເປັນຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ຜູ້ໃໝ່, ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ
ເປັນຮອງຫົວໜ້າກອງບັນຊາການ ປກສ ຄື:
1. ພັທ ບຸນເລີດ ແກ້ວພຸດທະວົງ ຫົວໜ້າກອງບັນຊາການເມືອງສະໜາມໄຊ ຂຶ້ນເປັນຮອງກອງບັນຊາການ
2. ພັທ ວົງສັກ ແກ້ວວົງພິມ ຫົວໜ້າຫ້ອງພະລາ ປກສ ແຂວງ ຂຶ້ນເປັນຮອງ ກອງບັນຊາການ
3. ພັທ ສີອຸດົມ ອາລົມຈິດ ຂຶ້ນເປັນຮອງ ທັງເປັນຫົວໜ້າຄະນະຄຸ້ມຄອງດ່ານ ຕມ ສາກົນພູເກືອ ສ່ວນຮອງຫົວໜ້າທີ່ມີຢູ່ແລ້ວແມ່ນຍັງຮັກສາໄວ້ຄືເກົ່າ.

May be an image of 1 person, table and dais
ພ້ອມດຽວກັນ ຄະນະຈັດຕັ້ງແຂວງ ກໍໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍບົ່ງຕົວແຕ່ງຕັ້ງເລຂາຄະນະພັກ, ຄະນະປະຈໍາພັກ ແລະ ຄະນະພັກກອງບັນຊາການ ປກສ ແຂວງຄື: ບົ່ງຕົວແຕ່ຕັ້ງ ທ່ານ ພັນເອກ ສັກສິດ ສີພັນດວງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫົງບແຂວງ, ກຳມະການປະຈຳພັກ, ປະທານຄະນະກວດກາພັກ ແລະ ເປັນເລຂາຄະນະພັກກອງບັນຊາການປ້ອງກັນຄວາມສະຫງົບແຂວງ.

ໃນໂອກາດນີ້ ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການນໍາພາ-ຊີ້ນໍາ ແລະ ການປະກອບສ່ວນທາງດ້ານເຫື່ອແຮງ, ຄວາມຮູ້ຄວາມສາມາດ, ສະຕິປັນຍາເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງອັດຕະປືຂອງສະຫາຍຫົວໜ້າກອງບັນຊາການ ປກສ ແຂວງຜູ້ເກົ່າ ເຊິ່ງການທີ່ໄດ້ຮັບນະໂຍບາຍນັ້ນແມ່ນເປັນລະບຽບການທີ່ໄດ້ກໍານົດໄວ້ໃນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແມ່ນວຽກງານປົກກະຕິຢູ່ໃນແບບແຜນການນໍາພາຂອງພັກເຮົາ.

May be an image of 1 person, dais and text

ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ກໍ່ຄືຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງໄດ້ເອົາໃຈໃສ່ສືບຕໍ່ເປັນຄັນທຸງນໍາໜ້າຢ່າງໜັກແໜ້ນ, ຮັກສາໄດ້ຄວາມສາມັກຄີພາຍໃນ ແລະ ພາຍນອກຢ່າງກວ້າງຂວາງ, ການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງຈະແຈ້ງຂາດຕົວ, ຕິດຕາມກວດກາ, ຊຸກຍູ້ວຽກງານແຕ່ລະໄລຍະ, ເປັນຫົວຈັກຫຼັກແຫຼ່ງເປັນແບບຢ່າງນໍາໜ້າຮອບດ້ານ, ສິ່ງສໍາຄັນຕ້ອງພ້ອມກັນປັບປຸງແກ້ໄຂຊິວິດການເປັນຢູ່ພາຍກົມກອງສ້າງລາຍຮັບຫລຸດຜ່ອນລາຍຈ່າຍ, ສ້າງລາຍຮັບໃຫ້ແກ່ກົມກອງ ແລະ ສ້າງຄວາມແຂງໃຫ້ກົມກອງດີຂຶ້ນ, ສືບຕໍ່ມີທັດສະນະຫຼັກໝັ້ນ, ແກ້ໄຂບັນຫາປະກົດການຫຍໍ້ທໍ້, ບໍາລຸງສ້າງໃຫ້ພະນັກງານ-ນັກຮົບໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ປະຕິບັດໜ້າທີ່ວຽກງານຂອງຕົນທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດຢ່າງເຂັ້ມງວດ.

ຂອບໃຈຂ່າວຈາກ: ຂ່າວອັດຕະປື ອອນລາຍ

LEAVE A REPLY

Please enter your comment!
Please enter your name here