ສຳນັກງານສົ່ງເສີມຈຸນລະວິສາຫະກິດ,ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ) ກະຊວງອຸດສາຫະກໍາແລະ ການຄ້າ ກຽມຈັດງານຜະລິດຕະພາບ ແຫ່ງຊາດລາວ(Lao National Productivity Festival) ໃນວັນທີ 21 – 23 ພະຈິກ 2024 ທີ່ ສູນການຄ້າວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ.
ຈຸດປະສົງຂອງການຈັດງານໃນຄັ້ງນີ້: ເພື່ອເຜີຍແຜ່ໃຫ້ເຫັນຄວາມສຳຄັນຂອງວຽກງານຜະລິດຕະພາບໃນການພັດທະນາປະເທດຊາດ, ການຈັດຕັ້ງປະຕິບັດທີ່ມີປະສິດທິພາບ, ຄວາມສາມາດທາງການແຂ່ງຂັນຂອງຫົວໜ່ວຍວິສາຫະກິດ, ກຳລັງແຮງງານ ແລະ ການພັດທະນາຄວາມສາມາດຂອງບຸກຄະລາກອນໃນທົ່ວພາກພື້ນ ອາຊີ-ປາຊີຟິກ
ໂດຍສະເພາະແມ່ນການສະໜັບສະໜູນການບັນລຸຄາດໝາຍທີ່ວາງອອກຕາມວິໄສທັດຂອງອົງການ APO ຮອດປີ 2025,
ເພື່ອສະໜອງຂໍ້ມູນຂ່າວສານຂອງ ສປປ ລາວ ໃນຖານະສະມາຊິກຂອງ APO ນັບແຕ່ປີ 2002 ຫາ 2024 ໃນການສົ່ງເສີມດ້ານຜະລິດຕະພາບ ແລະ ຄຸນນະພາບໃຫ້ແກ່ MSMEs (3)
ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້, ແລກປ່ຽນປະສົບການໃນຂະບວນການຜະລິດ ແລະ ການຄຸ້ມຄອງແບບມີຄຸນນະພາບຕາມມາດຕະຖານສາກົນ ດ້ວຍການປະຍຸກໃຊ້ນະວັດຕະກຳເພື່ອການຜະລິດທີ່ສູງຂຶ້ນ, ເຂົ້າໃຈຄວາມສໍາຄັນຂອງຜະລິດຕະພາບໃນການພັດທະນາ SMEs ແລະການພັດທະນາເສດຖະກິດສັງຄົມ