ໃນຕອນບ່າຍຂອງວັນທີ 13 ພະຈິກ 2024 ທີ່ສະໜາມບິນສາກົນວັດໄຕ ທັບນັກກີລາເພາະກາຍລາວ ເກືອບ 10 ທ່ານໄດ້ເດີນທາງຮອດ ສປປ ລາວ ພ້ອມກັບຂັນແຊັມ, ຫຼຽນຄໍາ 2 ຫຼຽນ, ຫຼຽນເງິນ 2 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ ທີ່ໄດ້ຈາກການແຂ່ງຂັນເພາະກາຍຊີ່ງແຊັມໂລກ ຄັ້ງທີ 15 ທີ່ປະເທດມານດິບ.
ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ນາງ ພູໄຊ ແພງພົງ ຮອງຫົວໜ້າກົມກີລາລະດັບສູງກະຊວງສຶກສາທິການ ແລະ ກີລາ, ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ-ເລຂາທິການ ສະຫະພັນກີລາເພາະກາຍແຫ່ງຊາດລາວ ພ້ອມດ້ວຍຄະນະ, ຄູຝຶກ, ນັກກີລາ ແລະ ກອງເຊຍເຂົ້າຮ່ວມຢ່າງພ້ອມພຽງ.
ສໍາລັບ ຜົນງານທັບນັກກິລາລາວຮ່ວມແຂ່ງຂັນກິລາເພາະກາຍຊິງແຊ້ມໂລກ ຄັ້ງທີ 15 ມີດັ່ງນີ້:
– 2 ຫຼຽນຄໍາ: ໄດ້ຈາກ ທ້າວ ຄໍາຫລ້າ ສາມະວົງ ຈາກປະເພດສະແດງລີລາປະກອບເພງ ຄວາມສູງບໍ່ເກີນ 165cm ແລະ ນາງ ຈິນຕະນາ ຄໍາບຸນເຮືອງ (ລຸ້ນແຂ່ງຂັນ Swimming Suit) ຄວາມສູງບໍ່ເກີນ 165cm
– 2 ຫຼຽນເງິນ: ໄດ້ຈາກ ນາງ ຈິນຕະນາ ຄໍາບຸນເຮືອງ (ລຸ້ນແຂ່ງຂັນ ຍິງຫຸ່ນງາມຄວາມສູງບໍ່ເກີນ 165cm ແລະ ລຸ້ນອາຍຸເກີນ 35 ປີ)
– 1 ຫຼຽນທອງ: ໄດ້ຈາກ ທ້າວ ຄໍາຫລ້າ ສາມະວົງ (ລຸ້ນແຂ່ງຂັນ Athletics ຄວາມສູງບໍ່ເກີນ 165 cm
– ອັນດັບ 4 ຂອງໂລກ: ໄດ້ຈາກ ທ້າວ ຄໍາຫລ້າ ສາມະວົງ ແລະ ນາ ສີຕາ ທອງສຸລິນ (ລຸ້ນແຂ່ງຂັນ ສະແດງລີລາຄູ່ ຊາຍ-ຍິງ)
ຂ່າວ-ຮູບ: Larh Creators