ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວໄດ້ຈັດກອງປະຊຸມ ສໍາມະນາ ຄົ້ນຄວ້ານະໂຍບາຍເສດຖະກິດ ເພື່ອສ້າງຄວາມຍືດຍຸ່ນໃຫ້ແກ່ເສດຖະກິດ ສປປລາວ ໂດຍໄດ້ຮັບການ ສະໜັບສະໜູນຂອງໂຄງການມູນນິທິ ເອເຊຍ ປະຈຳ ສປປ ລາວ (TAF) ສະຖານທູດ ອົດສຕາລີ.
ກອງປະຊຸມຈັດຂຶ້ນໃນວັນທີ 12 ພະຈິກ 2024 ທີ່ໂຮງແຮມ ເມືອງແທງ ເປັນປະທານຂອງທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ, ທ່ານ ນາງ ເບນິຕ້າ ຊຳເມີເວວ ຮອງເອກອັກຄະລັດຖະທູດ ສະຖານທູດ ອົດສຕາລີ, ທ່ານ ທັອດ ວໍເຊສ, ຜູ້ຕາງໜ້າມູນນິທິເອເຊຍ ປະຈຳ ສປປ ລາວ , ຜູ້ຕ່າງນ້າຈາກພາກລັດ, ພາກທຸລະກິດ, ສະຖາບັນການສຶກສາ, ມຊ ແລະ ນ້ອງນັກສືກສາເຂົ້າຮ່ວມ.
ທ່ານ ດາວວອນ ພະຈັນທະວົງ ກ່າວວ່າ: ກອງປະຊຸມສໍາມະນາ Think TankTalk ຄັ້ງນີ້ ແມ່ນເປັນເວທີຄັ້ງທຳອິດໃນການຮ່ວມມືຄົ້ນຫາຍຸດທະສາດເພື່ອສ້າງຄວາມຍືດຍຸ່ນໃຫ້ແກ່ເສດຖະກິດໃນ ສປປ ລາວ ແລະ ສົ່ງເສີມການຮ່ວມມືໃນທົ່ວທຸກຂະແໜງການ ເຊັ່ນການທ່ອງທ່ຽວ, ກະສິກຳ, ການຂົນສົ່ງ, ແລະ ພະລັງງານທົດແທນ, ເພື່ອຊອກຫາແນວທາງພັດທະນາຍຸດທະສາດໃນການແກ້ໄຂບັນຫາເສດຖະກິດທີ່ ສປປ ລາວ ຢ່າງມີປະສິດຕິພາບ.
ນອກນັ້ນ ໄດ້ມີການນໍາສະເໜີບັນດາຫົວຂໍ້ທີ່ສຳຄັນຈາກຜູ້ຊ່ຽວຊານ ເຊິ່ງລວມການປັບປຸງສະພາບແວດລ້ອມຂອງການລົງທຶນ ໂດຍການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃຫ້ແໜ້ນແຟ້ນຍິ່ງຂຶ້ນ ລວມທັງການແກ້ໄຂບັນຫາດ້ານການຄ້າ ແລະ ການລົງທຶນຂັ້ນພື້ນຖານ, ລະບຽບການຂອງການຈັດເກັບລາຍຮັບຈາກພາສີ-ອາກອນ ຂອງ ສປປລາວ, ຜົນການສຶກສາຄົ້ນຄວ້າກ່ຽວກັບການປັບປຸງການເກັບລາຍຮັບ ແລະການລະດົມລາຍໄດ້ຂອງສປປລາວ, ການປົກປ້ອງສິດຊັບສິນທາງປັນຍາຕໍ່ການພັດທະນາເສດຖະກິດ, ການລົງທຶນດ້ານກະສິກຳແບບຍືນຍົງ ແລະ ສ້າງມູນຄ່າເພີ່ມໃຫ້ແກ່ການແປຮູບຜະລິດຕະພັນກະສິກຳ ເພື່ອຊຸກຍູ້ການຜະລິດ ແລະ ສົ່ງ ອອກ ແລະ ນະໂຍບາຍສົ່ງເສີມການລົງທຶນເພື່ອຊຸກຍູ້ການລົງທຶນ ໃນໄລຍະປີ 2025 – 2030.
ທີ່ປະຊຸມ ຍັງມີການຮ່ວມສົນທະນາແລກປ່ຽນຄຳຄິດເຫັນຫວ່າງຜູ້ຊ່ຽວຊານ, ນັກຄົ້ນຄວ້າເສດຖະສາດ ແລະ ຜູ້ວາງນະໂຍບາຍ ໃນຫົວຂໍ້ ການສ້າງຄວາມຍືດຍຸ່ນໃຫ້ແກ່ເສດຖະກິດຂອງ ສປປ ລາວ. ທັງໝົດຂອງການແລກປ່ຽນດັ່ງກ່າວຊຶ່ງໄດ້ຊ່ວຍໃຫ້ມີການເຂົ້າເຖິງບັນຫາທີ່ເລິກເຊິ່ງ ແລະ ແນວທາງຍຸດທະສາດທີ່ສາມາດນໍາໃຊ້ເປັນແນວທາງໃຫ້ຜູ້ກໍານົດນະໂຍບາຍ, ຜູ້ນໍາດ້ານທຸລະກິດ, ແລະ ສະຖາບັນຄົ້ນຄວ້າ – ສະຖາບັນການສຶກສາ ນໍາໄປພັດທະນາ ແກ້ໄຂບັນຫາເສດຖະກິດ ຂອງ ສປປລາວໄດ້ໃນອານາຄົດ.
ຂ້າພະເຈົ້າເຊື່ອໝັ້ນວ່າກອງປະຊຸມໃນຄັ້ງນີ້ຈະເກີດປະໂຫຍດສູງສຸດ ໄດ້ໃນການຜັນຂະຫຍາຍບັນດານະໂຍບາຍ, ແຜນວຽກງານຕ່າງໆ ທີ່ສອດຄ່ອງກັບຄວາມຮຽກ ຮ້ອງຕ້ອງການຂອງພາກທຸລະກິດ ກໍ່ຄື ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະກາງ ໃນແຕ່ລະໄລຍະ ແລະ ສາມາດສະໜອງຄົ້ນຄວ້ານະໂຍບາຍເສດຖະກິດ ເພື່ອສ້າງຄວາມຍືດຍຸ່ນໃຫ້ແກ່ເສດຖະກິດ ສປປ ລາວໄດ້ຢ່າງມີປະສິດທິຜົນ ແລະ ປະສິດທິພາບ.