ຈັດຍິ່ງໃຫຍ່ອະລັງການ ສໍາລັບງານ ວາງສະແດງວຽງຈັນມໍເຕີ້ເຊວ ເອັກສໂປ 2024 (Vientiane Motorsale Expo 2024) ເຊີ່ງມີການກະກຽມຄວາມພ້ອມແລ້ວ 80% ແລະ ມີຄ້າຍລົດລົງທະບຽນເຂົ້າຮ່ວມແລ້ວ 18 ຍີ່ຫໍ່ ຄາດວ່າຮອດມີງານຈະມີເພີ່ມຂຶ້ນ ດ້ານຜູ້ຈັດງານຕັ້ງເປົ້າ ຍອດຈອງ 50 ຄັນຕໍ່ວັນ.
ພິທີຖະແຫຼງຂ່າວງານວາງສະແດງວຽງຈັນມໍເຕີ້ເຊວ ເອັກສໂປ 2024 (Vientiane Motorsale Expo 2024) ຈັດຂຶ້ນວັນທີ 6 ພະຈິກ 2024 ທີ່ສູນການຄ້າລາວ-ໄອເຕັກ ຖະແຫຼງຂ່າວໂດຍທ່ານ ພານະລິນ ສຸວັນນະວົງ ຜູ້ອໍານວຍການບໍລິສັດ ອີລີເເກ້ນ ອີເວັ້ນສ ຈໍາກັດຜູ້ດຽວ ມີທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ທ່ານນາງ ຄໍາພາ ຄໍາບຸນເຮືອງ ຮອງຜູ້ອໍານວຍການໃຫຍ່ຝ່າຍການຄ້າ ບໍລິສັດ ລາວເວີນ ມະຫາຊົນ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພານະລິນ ສຸວັນນະວົງ ກ່າວວ່າ ງານວາງສະແດງລົດວຽງຈັນມໍເຕີ້ເຊວ ເອັກສໂປ 2024 ຈະດໍາເນີນການສະແດງເປັນເວລາ 8 ວັນ ເລີ່ມແຕ່ວັນທີ 30 ພະຈິກ ຫາ 8 ທັນວາ ທີ່ສູນການຄ້າລາວ -ໄອເຕັກ
ປັດຈຸບັນໄດ້ກະກຽມຄວາມພ້ອມດ້ານຕ່າງໆເປັນຕົ້ນການກະກຽມພື້ນທີ່ການວາງສະແດງສິນຄ້າເຊິ່ງໄດ້ຈັດສັນບູດຫຼາຍກວ່າ 55 ບູດ 18 ຍີ່ຫໍ້ ໃນນັ້ນມີ ລົດໄຟຟ້າ EV ລົດທີ່ປະຢັດພະລັງງານນໍ້າມັນອຸປະກອນປະດັບລົດຍົນ ບັນດາເຄື່ອງຮັບໃຊ້ທີ່ຕິດພັນກັບພາຫະນະ ສະຖາບັນການເງິນ ແລະ ທະນາຄານທຸລະກິດ
ມາຮອດປະຈຸບັນໄດ້ລະດົມຫົວໜ່ວຍທຸລະກິດຄ້າຍລົດເຂົ້າຮ່ວມມີຫລາຍກວ່າ 45 ບູດ ກວມ 80% ແລ້ວ ນອກຈາກນີ້ພື້ນທີ່ດ້ານນອກຍັງມີການວາງສະແດງຜະລິດຕະພັນໂອດ໊ອບ ແລະ ສິນຄ້າທ່າແຮງຂອງລາວຫຼາຍກວ່າ 20 ບູດ ທັງນີ້ກໍເພື່ອເປັນການໂຄສະນາ ແລະ ສົ່ງເສີມການຊົມໃຊ້ສິນຄ້າຂອງລາວ.
ພາຍໃນງານມີກິດຈະກຳຫຼາຍຢ່າງເຊັ່ນ Cosplay ແຂ່ງຂັນເຕັ້ນ Concept ລົດຍົນ ເດີນແບບ ຄອນເສີດຈາກສິນລະປິນທັງພາຍໃນ ແລະ ປະເທດເພື່ອນບ້ານມາສ້າງສີສັນ ຫຼິ້ນເກມແຈກຂອງລາງວັນໃຫ້ແຂກທີ່ເຂົ້າມາຮ່ວມຊົມງານ ສໍາລັບລູກຄ້າທີ່ຈອງລົດພາຍໃນງານຈະມີສິດລົງທະບຽບເພື່ອຮັບຄູປອງລຸ້ນໂຊກແຈກຂອງລາງວັນຈາກມາສຄອດປະຈໍາງານບໍ່ວ່າຈະເປັນເຄືອບແກ້ວບໍ່ເສຍຄ່າ 30 ຄັນ ແຈກລົດໄຟຟ້າ 3 ຄັນ ແຈກ Smart TV 5 ໜ່ວຍ ແຈກຕູ້ເຢັນ 9 ໜ່ວຍ ແລະ ອື່ນໆອີກຫຼາຍຢ່າງ ຄາດວ່າຈະມີຜູ້ເຂົ້າຊົມງານປະມານ 40.000 ຄົນຕໍ່ວັນ ມີການສັງຈອງລົດພາຍໃນງານ 50 ຄັນຕໍ່ວັນມີການຊື້ຂາຍສິນຄ້າ ແລະ ບໍລິການເພີ່ມຂຶ້ນກວ່າປີທີ່ຜ່ານມາ ນອກຈາກນີ້ຍັງລະດົມທຶນຊ່ວຍເຫຼືອຕ້ານໄພໜາວຢູ່ຊົນນະບົດອີກດ້ວຍ.